ເຂົ້າກ່ອງສູນລວມວິຕາມິນທີ່ເຮັດໃຫ້ສຸຂະພາບຈິດ ແລະ ສຸຂະພາບກາຍດີຂຶ້ນ

293

ເຂົ້າກ່ອງແມ່ນເຂົ້າທີ່ຂັດເອົາເປືອກອອກໂດຍທີ່ຍັງມີດັງເຂົ້າ ແລະ ເຍື່ອຫຸ້ມເມັດເຂົ້າ ເພາະດັງເຂົ້າ ແລະ ເຍື່ອຫຸ້ມເມັດເຂົ້າມີຄຸນຄ່າທາງອາຫານທີ່ມີປະໂຫຍດຈຳນວນຫຼວງຫຼາຍ ເຊິ່ງເຂົ້າກ່ອງຈະມີສີນໍ້າຕານອ່ອນ. ສໍາລັບເຂົ້າຂາວທີ່ພວກເຮົາກິນເປັນປະຈໍາເປັນເຂົ້າທີ່ເກີດຈາກການຂັດສີຫຼາຍໆຄັ້ງຈົນເຍື່ອຫຸ້ມເມັດເຂົ້າ ແລະ ດັງເຂົ້າຫຼຸດອອກໄປຈົນເຫຼືອແຕ່ເນື້ອຂອງເຂົ້າ.

ເຂົ້າກ່ອງມີໂປຣຕິນປະມານ 7 – 12% ( ແລ້ວແຕ່ພັນເຂົ້າ ) ເຊິ່ງນັກຄົ້ນຄວ້າໄດ້ວິເຄາະອອກມາວ່າ:  ການຂັດສີເຂົ້າກ່ອງຈົນໃຫ້ເປັນສີຂາວຈະເຮັດໃຫ້ໂປຣຕິນສູນເສຍໄປປະມານ 30%.

ຄຸນປະໂຫຍດຫຼວງຫຼາຍຂອງເຂົ້າກ່ອງ:

ມີວິຕາມິນລວມ: ທີ່ຊ່ວຍປ້ອງກັນ ແລະ ບັນເທົາອາການອ່ອນເພຍ, ແຂນຂາບໍ່ມີແຮງ, ເຈັບກ້າມຊີ້ນ, ແກ້ລີ້ນ ແລະ ຮີມສົບເປັນບາດແຜ, ພະຍາດທີ່ກ່ຽວກັບລະບົບປະສາດບາງຊະນິດ, ຊ່ວຍບໍາລຸງສະໝອງ ແລະ ເຮັດໃຫ້ຈະເລີນອາຫານ.

ໃນເຂົ້າກ່ອງຍັງມີ: ທາດເຫຼັກຫຼາຍເປັນ 2 ເທົ່າຂອງເຂົ້າຂາວທີ່ຊ່ວຍປ້ອງກັນພະຍາດເລືອດຈາງ.

ມີວິຕາມິນ B1: ຖ້າກິນເປັນປະຈໍາຈະຊ່ວຍປ້ອງກັນພະຍາດມຶນຊາ ຫຼື ອາການຕີນ, ມືຈັງ.

ວິຕາມິນ B2: ຊ່ວຍປ້ອງກັນພະຍາດປາກເປື່ອຍ.

ມີຟອສຟໍຣັດ: ຊ່ວຍໃນການຈະເລີນເຕີບໂຕຂອງກະດູກ ແລະ ແຂ້ວ.

ແຄລຊຽມ: ຊ່ວຍໃຫ້ກະດູກແຂງແຮງ.

ທາດທອງແດງ: ຊ່ວຍສ້າງເມັດເລືອດ ແລະ ເຮໂມໂກລບິນ.

ທາດໂປຣຕິນ: ຊ່ວຍເສີມສ້າງສ່ວນທີ່ເຊື່ອມໂຊມ.

ໄຂມັນ: ໃຫ້ພະລັງງານແກ່ຮ່າງກາຍ ເຊິ່ງໄຂມັນໃນເຂົ້າກ່ອງເປັນໄຂມັນທີ່ດີບໍ່ມີຄໍເລສເຕີຣອລ.

ທາດໄນອະຊິນ: ຊ່ວຍລະບົບຜິວໜັງ ແລະ ເສັ້ນປະສາດ.

ຄາໂບໄຮເດຣດ: ໃຫ້ພະລັງງານແກ່ຮ່າງກາຍ.

ກາກອາຫານ: ເຂົ້າກ່ອງມີກາກອາຫານຢ່າງຫຼວງຫຼາຍ ເຊິ່ງຈະເຮັດໃຫ້ທ້ອງບໍ່ອືດ ແລະ ຊ່ວຍປ້ອງກັນມະເຮັງໃນລໍາໄສ້ອີກດ້ວຍ.

ແປ້ງ ( ຄາໂບໄຮເດຣດ ) ແມ່ນມີໜ້ອຍກວ່າເຂົ້າຂາວ ແລະ ຊ່ວຍຄວບຄຸມນ້ຳໜັກ ສ່ວນຄົນທີ່ຈ່ອຍຈະສົມບູນຂຶ້ນ ເນື່ອງຈາກໄດ້ຮັບສານອາຫານຕ່າງໆທີ່ມີປະໂຫຍດເພີ່ມຂຶ້ນ. ວິຕາມິນ ແລະ ເກືອແຮ່ຕ່າງໆໃນເຂົ້າກ່ອງຈະຊ່ວຍໃຫ້ສ່ວນຕ່າງໆຂອງຮ່າງກາຍເຮັດວຽກຢ່າງມີປະສິດທິພາບ ເພາະລວມທັງໝົດແລ້ວແມ່ນມີຫຼາຍກວ່າ 20 ຊະນິດ ແລະ ມີໜ້າທີ່ເສີມສ້າງສ່ວນທີ່ເຊື່ອມໂຊມ​ ເຊິ່ງເຂົ້າກ່ອງຍັງມີຜົນເຮັດໃຫ້ສຸຂະພາບຈິດ ແລະ ສຸຂະພາບກາຍດີຂຶ້ນ.

ປະລິມານສານອາຫານເຂົ້າກ່ອງ ແລະ ເຂົ້າຂາວ ມີດັ່ງນີ້:

ວິຕາມິນ B1: ເຂົ້າກ່ອງ 1 ຈານ ເທົ່າ ເຂົ້າຂາວ 4 ຈານ.

ວິຕາມິນ B2: ເຂົ້າກ່ອງ 1 ຈານ ເທົ່າ ເຂົ້າຂາວ 2 ຈານ.

ວິຕາມິນ B6: ເຂົ້າກ່ອງ 1 ຈານ ເທົ່າ ເຂົ້າຂາວ 5 ຈານ.

ກາກເຂົ້າ: ເຂົ້າກ່ອງ 1 ຈານ ເທົ່າ ເຂົ້າຂາວ 2 ຈານ.

ຂໍ້ມູນຈາກ: prayod.com

ຮຽບຮຽງ: ນຸ້ມນິ້ມ