ເມືອງລ່າງແຈ້ງແຂວງແທັງຮວ່າ ສ ສ ຫວຽດນາມໃຫ້ທຶນກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ເມືອງຊໍາໃຕ້

203

ໃນວັນທີ 6 ກັນຍາ 2019 ນີ້ ຢູ່ທີ່ ບ້ານ ຫາງ ເມືອງ ຊຳໃຕ້ ແຂວງ ຫົວພັນ ໄດ້ຈັດພິທີມອບ – ຮັບໂຮງຮຽນມັດທະຍົມຕອນຕົ້ນໂພນໄຊ ເມືອງ ຊຳໃຕ້ ແຂວງ ຫົວພັນ ຢ່າງເປັນທາງການ ໂດຍການເປັນປະທານຮ່ວມຂອງທ່ານ ທອງຫວັງ ຄູນທອນຮຸ່ງມີໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆ ຊຳໃຕ້ ແຂວງ ຫົວພັນ ແລະ ທ່ານ ຮ່າວັນກາ ຮອງເລຂາພັກຜູ້ປະຈຳການພັກເມືອງລ່າງແຈ້ງ ແຂວງ ແທັງຮວ່າ, ມີບັນດາທ່ານການນຳທັງສອງເມືອງພ້ອມດ້ວຍບັນດາທ່ານແຂກຖືກເຊີນ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນຕະຫຼອດຮອດຄູ, ອາຈານ ແລະ ນ້ອງຫຼານນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນໂພນໄຊ ເລີ່ມລົງມືກໍ່ສ້າງໃນວັນທີ 30 ເມສາ ປີ 2019 ແລະ ສຳເລັດການກໍ່ສ້າງ 100% ໃນວັນທີ 10 ສິງຫາ ປີ 2019 ໂຮງຮຽນຫຼັງດັ່ງກ່າວມີຫ້ອງຮຽນ 4 ຫ້ອງ, ແຕ່ລະຫ້ອງສາມາດບັນຈຸນັກຮຽນໄດ້ 30 ຄົນ, ຫ້ອງການຄູ 1 ຫ້ອງ, ຫ້ອງນ້ຳ 2 ຫ້ອງ ນອກນັ້ນຍັງມີໂຕະ, ຕັ່ງ ນັກຮຽນຈຳນວນ 60 ຊຸດ ແລະ ໂຕະ, ຕັ່ງ ຄູຈຳນວນ 5 ຊຸດ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກພະນັກງານ ແລະ ປະຊາຊົນຊາວເມືອງ ລ່າງແຈ້ງ ແຂວງ ແທັງ ຮ່ວາ ສສ ຫວຽດນາມ ໃນຈຳນວນເງິນ 700 ລ້ານດົງ, ຄິດໄລ່ເປັນສະກຸນເງິນກີບເທົ່າກັບ 267 ລ້ານ ກວ່າກີບ, ລວມມູນຄ່າການກໍ່ສ້າງທັງໝົດ 337 ລ້ານກວ່າກີບ ໃນນີ້ມີທຶນຊຸມຊົນປະກອບສ່ວນຈຳນວນ 70 ລ້ານກວ່າກີບ.

ໂຮງຮຽນຫຼັງດັ່ງກ່າວແມ່ນປະກອບມີ 5 ບ້ານທີ່ຢູ່ໃນເຂດບໍລິການ ມີປະຊາກອນທັງໝົດ 797 ຄົນ, ຍິງ 359 ຄົນ, ມີຄູສອນທັງໝົດ 6 ຄົນ, ຍິງ 1 ຄົນ. ເປັນກຽດກ່າວມອບໂດຍທ່ານ ຮ່າວັນກາ ຮອງເລຂາພັກຜູ້ປະຈຳການພັກ ເມືອງ ລ່າງແຈ້ງ ແຂວງ ແທັງຮ່ວາ ຕາງໜ້າຮັບໂດຍທ່ານ ທອງຫວັງ ຄູນທອນຮຸ່ງມີໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆ ຊຳໃຕ້ ແຂວງ ຫົວພັນ ແລະ ມອບຕໍ່ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ກໍ່ຄືປະຊາຊົນທີ່ນອນຢູ່ໃນເຂດບໍລິການຈົ່ງພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ແຂ່ງຂັນທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ປົກປັກຮັກສາ ແລະ ຊົມໃຊ້ໃຫ້ເກີດປະໂຫຍດສູງສຸດ, ເປັນເຈົ້າການໃນການຊຸກຍູ້ ແລະ ສົ່ງເສີມໃຫ້ລູກຫຼານພາຍໃນບ້ານຂອງຕົນທີ່ມີອາຍຸໃນເກນເຂົ້າຮຽນໃຫ້ເຂົ້າໂຮງຮຽນນັບມື້ເພີ່ມຫຼາຍຂຶ້ນ.

ຂ່າວ: ໂອທອນ ໄຊຍະບັນດິດ