ເມືອງແກ່ນທ້າວ ຈັດການແຂ່ງຂັນຊ່ວງເຮືອ ປະຈໍາປີ 2019 ໃນບຸນຫໍ່ເຂົ້າສະຫຼາກ

106

ບຸນຊ່ວງເຮືອເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້້ນພ້ອມກັບບຸນຫໍ່ເຂົ້າສະຫຼາກຂອງທຸກໆປີ ເຊິ່ງປີນີ້ໄດ້ຈັດຂຶ້ນໃນວັນທີ 13-14 ກັນຍາ 2019 ນີ້ ຢູ່ທີແຄມນໍ້າເຫືອງທ່າວັດສີພູມ ໂດຍການເຂົ້າຮ່ວມຮັບຊົມຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ,ທ່ານ ອໍາຄາ ລັດສະໝີ ວ່າການເຈົ້າເມືອງແກ່ນທ້າວ, ມີບັນດາທ່ານເຈົ້າເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ຮອງເຈົ້າເມືອງ, ແຂກຈາກອໍາເພີທ່າລີ, ອໍາເພີຊຽງຄານຈັ່ງຫລັດເລີຍ ລາຊະອານາຈັກໄທ, ສີພາຍເຮືອຊ່ວງ, ຕະຫຼອດຮອດມວນຊົນຢູ່ພາຍໃນເມືອງ ແລະ ຕ່າງເມືອງເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.

ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ, ປະທານຈັດງານບຸນໄດ້ລາຍງານໃຫ້ຮູ້ວ່າ: ການຈັດງານບຸນຊ່ວງເຮືອນໍ້າເຫືອງໃນບຸນຫໍ່ເຂົ້າສະຫຼາກຢູ່ເມືອງແກ່ນທ້າວ ແນໃສ່ເພື່ອເປັນການອານຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນ ທີ່ເຄີຍປະຕິບັດກັນມາເປັນເວລາຍາວນານ ແລະ ທັງເປັນການເສີມສ້າງຄວາມສາມັກຄີຮັກແພງລະຫວ່າງປະຊາຊົນຊັ້ນຄົນຕ່າງໆໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວຢູ່ພາຍໃນເມືອງ ໃຫ້ໄດ້ຮັບການພັດທະນາດີຂຶ້້ນ ໂດຍມອບໃຫ້ບ້ານທ້າວແກ່ນເປັນເຈົ້າພາບ. ຈາກນັ້ນ, ໄດ້ຮຽນເຊີນທ່ານ ອໍາຄາ ລັດສະໝີ ວ່າການເຈົ້າເມືອງແກ່ນທ້າວ ຂຶ້ນກ່າວເປີດການແຂ່ງຂັນເຮືອງຊ່ວງປະຈໍາປີ 2019 ຢ່າງເປັນທາງການ. ເຊິ່ງການແຂ່ງຂັນຊ່ວງເຮືອປີນີ້, ມີເຮືອຊ່ວງຊາຍເຂົ້າຮ່ວມແຂ່ງຂັນ ຈໍານວນ 12 ລໍາ, ໃນນີ້, ເຮືອຊ່ວງມາຈາກບ້ານເທດສະບານ ຈໍານວນ 8 ລໍາ, ເຮືອຊ່ວງບໍລິສັດ 2 ລໍາ, ມາຈາກອໍາເພີທ່າລີ 2 ລໍາ ແລະ ເຮືອຊ່ວງຍິງບ້ານເທດສະບານ 8 ລໍາ.

ຜົນການແຂ່ງຂັນເຮືອຊ່ວງຊາຍ ທີ່ 1 ໄດ້ແກ່ບໍລິສັດຈັນທະວົງ ໄດ້ຮັບເງິນລາງວັນ 5.000.000 ກີບ ພ້ອມດ້ວຍຂັນເງິນໜັກ 0,5 ກິໂລ, ທີ 2 ໄດ້ແກ່ບ້ານທ້າວແກ່ນ ໄດ້ຮັບເງິນລາງວັນ 3.000.000 ກີບ, ທີ່ 3 ໄດ້ແກ່ບ້ານເມືອງເກົ່າ ໄດ້ຮັບເງິນລາງວັນ 2.500.000 ກີບ ແລະ ທີ 4 ໄດ້ແກ່ບໍລິສັດອຸທຸມພອນ ໄດ້ຮັບເງິນລາງວັນ 1.000.000 ກີບ.

ສ່ວນທີ່ເຫຼືອແມ່ນໄດ້ລາງວັນຊົມເຊີຍ 800.000 ກີບ. ເຮືອງຊ່ວງຍິງທີ 1 ໄດ້ແກ່ບ້ານທ້າວແກ່ນ 2.500.000 ກີບ ພ້ອມດ້ວຍຂັນເງິນໜັກ 0,5 ກິໂລ, ທີ 2 ໄດ້ແກ່ບ້ານຈອມແກ້ວ ໄດ້ຮັບ 2.000.000 ກີບ, ທີ 3 ໄດ້ແກ່ບ້ານເມືອງໝໍ ໄດ້ຮັບ 1.500.000 ກີບ ແລະ ທີ 4 ໄດ້ແກ່ບ້ານພວນ ໄດ້ຮັບ 1.000.000 ກີບ. ສ່ວນທີ່ເຫຼືອໄດ້ລາງວັນຊົມເຊີຍ 500.000 ກີບ.

ສະເພາະເຮືອງາມທີ 1 ໄດ້ແກ່ບ້ານຈອມແກ້ວ ໄດ້ຮັບລາງວັນ 500.000 ກີບ, ທີ 2 ບ້ານທ້າວແກ່ນ ໄດ້ຮັບ 400.000 ກີບ,ທີ 3 ບ້ານເມືອງເກົ່າ ໄດ້ຮັບ 300.000 ກີບ. ນອກນັ້ນ, ຍັງມີການແຂ່ງຂັນເຮືອຊ່ວງມິດຕະພາບລະຫວ່າງເມືອງແກ່ນທ້າວ ກັບອໍາເພີທ່າລີ ຢ່າງເບີກບານມ່ວນຊື່ນ.