ເສັ້ນທາງຫຼາຍຈຸດໃນເມືອງທ່າແຕງ ເສຍຫາຍໜັກ

40

ເນື່ອງຈາກສະພາບອາກາດມີການຜັນປ່ຽນຢູ່ຕະຫຼອດເວລາ ເຊິ່ງເປັນສິ່ງທີ່ບໍ່ມີສາມາດຄາດເດົາໄດ້ວ່າຈະເກີດຂຶ້ນເມື່ອໃດ? ສະນັ້ນ ຈິ່ງຈຳເປັນຕ້ອງມີສະຕິລະມັດລະວັງ ແລະ ເປັນເຈົ້າການປ້ອງກັນ, ຮັບມື ພ້ອມທັງຫຼີກລ່ຽງການຖືກກະທົບໃຫ້ນ້ອຍທີ່ສຸດ. ເຊິ່ງໃນລະຫວ່າງວັນທີ 12-13 ກັນຍາ 2019 ຜ່ານມານີ້ ທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງເຊກອງ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ແລະ ຄະນະນໍາເມືອງ ທ່າແຕງ ໄດ້ລົງຕິດຕາມກວດກາພື້ນທີ່ໆ ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ເມືອງທ່າແຕງເຫັນວ່າເສັ້ນທາງຫຼາຍຈຸດໃນເມືອງດັ່ງກ່າວເປ່ເພໜັກສົມຄວນ.

ในภาพอาจจะมี 2 คน, คนที่ยิ้ม, ผู้คนกำลังยืน, ต้นไม้, ภูเขา, พื้นหญ้า, ท้องฟ้า, สถานที่กลางแจ้ง และธรรมชาติ

 

ໃນການລົງຄັ້ງນີ້ ແມ່ນໄດ້ຕິດຕາມກວດກາຜົນເສຍຫາຍຕົວຈິງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໂດຍສະເພາະເນື້ອທີ່ທໍາການຜະລິດຂອງປະຊາຊົນທີ່ໄດ້ຮັບຜົນເສຍຫາຍຢູ່ເມືອງ ທ່າແຕງ ເປັນຕົ້ນແມ່ນນາທີ່ຕັ້ງຢູ່ຕາມລຽບຫ້ວຍ-ຮ່ອງ ບໍລິເວນບ້ານ ຈຸງຮຸງໃຕ້, ບ້ານ ໂທນໃຫຍ່, ບ້ານ ປະແຫຼງໃຕ້, ອ່າງເກັບນໍ້າຊົນລະປະທານບ້ານລີກ, ຈຸດຂົວຂາດຈາກການເຊາະທັ່ງຂອງກະແສນໍ້າຢູ່ບ້ານແສນ, ເສັ້ນທາງຕັດຂາດຈາກການໄຫຼຊຸຂອງນໍ້າຫ້ວຍເລນ ບ້ານ ເກາະຫົວພູ, ເສັ້ນທາງເຊາະເຈື່ອນ-ດິນພູເຈື່ອນຖົມທາງລະຫວ່າງບ້ານຕະກຽວ-ຕຸ້ມຍໍ ແລະ ດິນເຊາະເຈື່ອນທັບຖົມຮ່ອງຊົນລະປະທານຢູ່ບ້ານ ທົ່ງຫວາຍ ແລະ ບ້ານດອນຊາ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ภูเขา, ท้องฟ้า, ต้นไม้, ต้นพืช, สถานที่กลางแจ้ง และธรรมชาติ

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า, ภูเขา, ต้นพืช, ต้นไม้, สถานที่กลางแจ้ง และธรรมชาติ

ນອກຈາກຕິດຕາມກວດກາຜົນເສຍຫາຍຂອງພໍ່ແມ່ປະຊາຊົນແລ້ວ ຍັງເປັນໄດ້ໂອ້ລົມຖາມຂ່າວເຖິງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຫຼັງໄພພິບັດ. ພ້ອມດຽວກັນນີ້, ທ່ານ ຍັງໄດ້ອະທິບາຍຊີ້ແຈງໃຫ້ປະຊາຊົນໄດ້ຮັບຮູ້ເຖິງສະພາບດິນຟ້າອາກາດຢູ່ໃນໂລກກໍຄືພາກພື້ນແມ່ນມີການປ່ຽນແປງໄປນັບມື້ ແລະ ມັນອາດຈະເກີດຂຶ້ນໃນທຸກໆປີໂດຍທີ່ເຮົາບໍ່ຄາດຄິດ ເຊິ່ງຈະກໍ່ໃຫ້ເກີດຜົນເສຍຫາຍທາງດ້ານຊັບສິນຂອງລັດກໍຄື ພໍ່ແມ່ປະຊາຊົນ ເປັນຕົ້ນກະທົບທາງດ້ານການຄົມມະນາຄົມ, ເສັ້ນທາງຕັດຂາດ, ຂົວຫັກເປ່ເພ, ລະບົບໄຟຟ້າ, ນໍ້າປະປາຕິດຂັດ, ລະບົບຊົນລະປະທານບາງບ່ອນຕັດຂາດ ບາງບ່ອນອັ່ງອໍລົ້ນເຫຼືອຊຸທັ່ງເຂົ້າໃສ່ບ້ານເຮືອນ ແລະເນື້ອທີ່ທໍາການຜະລິດຂອງປະຊາຊົນ, ເຮັດໃຫ້ເສັ້ນທາງເປ່ເພ, ຂົວຂາດ ປະຊາຊົນພົບຄວາມຫຍຸ້ງຍາກໃນການສັນຈອນໄປມາຫາສູ່ລະຫວ່າງບ້ານຕໍ່ບ້ານ.

ในภาพอาจจะมี ต้นพืช, ต้นไม้, สถานที่กลางแจ้ง และธรรมชาติ

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, สะพาน, สถานที่กลางแจ้ง, ธรรมชาติ และน้ำ