ໂຮງຮຽນ 11 ແຫ່ງ ຂອງເມືອງໜອງບົກ ຢຸດການຮຽນຊົ່ວຄາວ

130

ເມືອງໜອງບົກ ແມ່ນໜຶ່ງໃນບັນດາ 6 ເມືອງ ຂອງແຂວງຄຳມ່ວນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດນ້ຳຖ້ວມຫຼາຍພໍສົມຄວນ ເຮັດໃຫ້ໂຮງຮຽນ 11 ແຫ່ງ ບໍ່ສາມາດເປີດການຮຽນ – ການສອນໄດ້.

ກອງເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງໜອງບົກ ລາຍງາຍວັນທີ 12 ກັນຍາ 2019 ໃຫ້ຮູ້ວ່າ: ເນື່ອງຈາກສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ລວມເຖິງພາຍຸຕ່າງໆທີ່ໄດ້ພັດຜ່ານເຂົ້າມາ ເຮັດໃຫ້ນ້ຳປ່າໄຫຼລົງຫ້ວຍຮ່ອງຜ່ານລົງສູ່ແມ່ນ້ຳສາຍຫຼັກໃນເຂດເມືອງໜອງບົກ ຄື: ແມ່ນ້ຳເຊບັ້ງໄຟ ເຮັດໃຫ້ລະດັບນ້ຳເພີ່ມສູງຂຶ້ນຢ່າງໄວວາ ແລະ ໄດ້ລົ້ນຝັ່ງໄຫຼເຂົ້າຖ້ວມເນື້ອທີ່ທຳການຜະລິດ ແລະ ເຮືອນຊານຂອງພໍ່ແມ່ປະຊາຊົນ ເລີ່ມແຕ່ວັນທີ 3 ກັນຍາ ເປັນຕົ້ນມາ. ປະຊາຊົນຈຳນວນ 11 ບ້ານ, ມີ 540 ຄອບຄົວ ແລະ ພົນລະເມືອງ 1.893 ຄົນ ໄດ້ຮັບຜົນກະທົບ ເຊັ່ນ: ບ້ານສອງເໝືອງໃຕ້, ສອງເໝືອງເໜືອ, ນ້ຳພຸ, ສອກເບາະ, ນາໃຕ້, ຜັກອີ່ຕູ່, ຫາດຊຽງດີ, ດົງສະຫງໍາ, ປົ່ງກິ່ວ, ໜອງສະພັງທົ່ງ ແລະ ຫາດຊາຍຟອງ. ໃນນີ້, ບ້ານຖືກຖ້ວມ 100% ມີບ້ານສອກເບາະ, ນ້ຳພຸ ແລະ ດົງສະຫງຳ.

ສຳລັບດ້ານພື້ນຖານໂຄງລ່າງ ເປັນຕົ້ນເສັ້ນທາງຖືກນໍ້າຖ້ວມມີ 11 ເສັ້ນ, ມີ 14 ຈຸດ ແລະ ມີຄວາມຍາວ 9,2 ກິໂລແມັດ, ມີຕາຝັ່ງເຈື່ອນເຂດບ້ານດ່ານປາກເຊ ກວ້າງ 5 – 7 ແມັດ, ຍາວ 800 ແມັດ ແລະ ມີຈຳນວນ 25 ຫຼັງຄາເຮືອນ ໃນເຂດດັ່ງກ່າວທີ່ມີຄວາມສ່ຽງຕໍ່ການເຊາະເຈື່ອນ, ສ່ວນດ້ານເນື້ອທີ່ທຳການຜະລິດ ມີເນື້ອທີ່ນາທີ່ຖືກຖ້ວມ 6.215 ເຮັກຕາ ກວມຢູ່ໃນ 51 ບ້ານ, ຊົນລະປະທານ 11 ແຫ່ງ, ປະເພດສັດຕາຍມີ: ຄວາຍ 33 ໂຕ, ງົວ 223 ໂຕ, ແບ້ 43 ໂຕ, ໝູ 35 ໂຕ, ສັດປີກ 784 ໂຕ ແລະ ໜອງປາ 94 ໜອງ, ດ້ານການສຶກສານ້ຳໄດ້ໄຫຼເຂົ້າຖ້ວມພື້ນທີ່ເດີ່ນໂຮງຮຽນແລ້ວ 3 ແຫ່ງ ຄື: ໂຮງຮຽນມູນລະປະຖົມສອກເບາະ, ປະຖົມສົມບູນນາໃຕ້ ແລະ ມູນລະປະຖົມຫາດຊາຍຟອງ, ມີນັກຮຽນທີ່ເດີນທາງໄປຮຽນຢູ່ໂຮງຮຽນບ້ານອື່ນທີ່ບໍ່ສາມາດມາເຂົ້າໂຮງຮຽນໄດ້ຈຳນວນ 14 ບ້ານ ແລະ ປັດຈຸບັນໄດ້ຢຸດການຮຽນຊົ່ວຄາວແລ້ວຈຳນວນ 11 ແຫ່ງ.

ສ່ວນລະດັບນ້ຳເຊທີ່ວັດແທກບ້ານຊອກເບາະ ໃນວັນທີ 12 ກັນຍາ ແມ່ນມີລະດັບຫຼຸດລົງເລັກໜ້ອຍ ເມື່ອທຽບກັບມື້ກ່ອນໜ້ານີ້ ຢູ່ທີ່ 15,24 ແມັດ ຫຼຸດລົງ 0,04 ແມັດ ຈາກມື້ທີ່ຜ່ານມາ 15,28 ແມັດ ສຳລັບເຂດອັນຕະລາຍແມ່ນຢູ່ທີ່ 14,50 ແມັດ.

ສຳລັບແຜນຄວາມຕ້ອງການທາງດ້ານອຸປະກອນ, ເຄື່ອງອຸປະໂພກ – ບໍລິໂພກທີ່ຈຳເປັນໃນປັດຈຸບັນປະກອບມີ: ເຮືອຕິດຈັກ ຫຼື ເຮືອພາຍ, ນ້ຳດື່ມ, ເຂົ້າສານ ແລະ ເຄື່ອງອຸປະໂພກ – ບໍລິໂພກອື່ນໆ, ຢາປ້ອງກັນ ແລະ ຢາປົວພະຍາດ ລວມເຖິງງົບປະມານໃນການລົງຕິດຕາມເກັບກຳຂໍ້ມູນ ແລະ ອື່ນໆ.

( ຂ່າວ: ກອງຄຳ )