ໄປສໍາຜັດທໍາມະຊາດທີ່ສວຍງາມທີ່ສຸດ ທີ່ນໍ້າຕົກຕາດຫ້ວຍໝາກມື

177

ອາກາດແບບນີ້ ກັບມະນຸດຫ້ອງແອຫຼາຍໆຄົນຄົງຈະຄິດເຖິງ ບ່ອນທີ່ມີນໍ້າໃສເຢັນໆ ເພື່ອພັກຜ່ອນຢ່າງສະບາຍໃຈ ມື້ນີ້ແອັດແນະນຳສະຖານທີ່ທ່ອງທ່ຽວນີ້ ນໍ້າຕົກຕາດຫ້ວຍໝາກມື ເມືອງລອງ ແຂວງ ຫຼວງນໍ້າທາ ທີ່ບອກເລີຍວ່າຫາກເປີດເປັນທາງການແລ້ວຈະດັງປ້ຽງຍ້ອນສຽງແຫ່ງຄວາມປະທັບໃຈຢ່າງແນ່ນອນ.

*

 

ນໍ້າຕົກຕາດຫ້ວຍໝາກມື ຕັ້ງຢູ່ບ້ານ ຈ່າຄໍາປິງ ທິດເໜືອ ແລະ ທິດຕາເວັນອອກຕິດກັບ ຂອບເຂດທໍາການຜະລິດຂອງ ບ້ານສີວິໄລ, ທິດຕາເວັນຕົກ ແລະ ທິດໃຕ້ ຕິດກັບຂອບເຂດທໍາການຜະລິດບ້ານ ຈ່າຄໍາປິງ ແລະ ປ່າສະຫງວນຂອງບ້ານຫ່າງຈາກເທດສະບານ ເມືອງລອງ ແຂວງ ຫຼວງນໍ້າທາ 8 ກິໂລແມັດ ແລະ ຫ່າງຈາກທາງຫຼວງເລກທີ 17B ໄປຫາຕາດໃຫຍ່ 2,09 ກິໂລແມັດ

*

ສາມາດເດີນທາງດ້ວຍລົດໃຫຍ່, ລົດຈັກ ແລະ ດ້ວຍການຍ່າງ ແຫຼ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຫ້ວຍໝາກມືເປັນແຫ່ງທ່ອງທ່ຽວທີ່ຄວາມສວຍງາມທີ່ສຸດແຫ່ງໜຶ່ງຂອງເມືອງລອງ ແລະ ມີນໍ້າຕົກຕາດນ້ອຍໃຫຍ່ຢູ່ສາຍນໍ້າດຽວກັນຈໍານວນ 6 ຕາດ ຕາດທີ 1 ມີຄວາມສູງ 15 ແມັດ, ຕາດທີ 2 ມີ 2 ຊັ້ນ: ຊັ້ນທີ 1 ສູງ 6 ແມັດ, ຊັ້ນທີ 2 ສູງ 13 ແມັດ, ຕາດທີ 3 ສູງ 5 ແມັດ, ຕາດທີ 4 ມີ 2 ຊັ້ນ: ຊັ້ນທີ 1 ສູງ 8 ແມັດ, ຊັ້ນທີ 2 ສູງ 6 ແມັດ, ຕາດທີ 5 ສູງ 15 ແມັດ ແລະ ຕາດທີ 6 ສູງ 37,60 ແມັດ;

ບໍລິເວນນໍ້າຕົກຕາດຫ້ວຍໝາກມື ປະກອບມີ 2 ບ້ານອາໄສຢູ່ບໍລິເວນໃກ້ຄຽງເຊັ່ນ: ບ້ານ ຈ່າຄໍາປິງ (ເຜົ່າອາຄາ) ແລະ ບ້ານສີວິໄລ (ເຜົ່າລື້) ທັງ 2 ບ້ານສາມາດຮັກສາໄດ້ວັດທະນະທໍາຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກສະເພາະຂອງເຜົ່າ ທຸກໆປີມີຈັດງານບຸນກິນຈຽງເຜົ່າອາຄາ, ບຸນທານທໍາເຜົ່າລື້, ບຸນລ້ຽງຜີມອນ, ປະເພນີບຸນບັ້ງໄຟ ແລະ ງານບຸນປາງເມືອງ ເຊີ່ງເປັນທີ່ໜ້າສົນໃຈຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ

ນອກຈາກນີ້ໝູ່ບ້ານດັ່ງກ່າວຍັງມີຄວາມສະດວກສະບາຍເຊັ່ນ: ລະບົບໂທລະຄົມມະນາຄົມ, ເສັ້ນທາງ, ໄຟຟ້າ, ນໍາໃຊ້ນໍ້າລິນທີ່ສະອາດ ແລະ ໄດ້ຮັບນາມມະຍົດເປັນບ້ານແບບຢ່າງໃນດ້ານຕ່າງໆເຊັ່ນ: ບ້ານແບບຢ່າງປະຕິບັດກົດໝາຍ, ບ້ານແບບຢ່າງດ້ານສາທາລະນະສຸກ, ບ້ານວັດທະນະທໍາ ແລະ ບ້ານພັດທະນາ.

 

ບໍລິເວນນໍ້າຕົກຕາດຫ້ວຍໝາກມືຍັງມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ພື້ນທີ່ທໍາການຜະລິດກະສິກໍາຂອງປະຊາຊົນໃນທ້ອງຖິ່ນເຊັ່ນ: ສວນຢາງພາລາ, ສວນອ້ອຍ, ທົ່ງນາ ແລະ ມີເນື້ອທີ່ຂອບເຂດກໍານົດສະຫງວນເປັນແຫຼ່ງທ່ຽວທ່ຽວທໍາມະຊາດ 18,94 ເຮັກຕາ ທີ່ມີບັນຍາກາດເຍັນສະບາຍ.

ນໍ້າຕົກຕາດຫ້ວຍໝາກມື ເປັນແຫຼ່ງທ່ອງທ່ຽວທຳມະຊາດ ໄດ້ຮັບການສໍາຫຼວດຈາກພາກສ່ວນລັດ ຈໍານວນ 3 ຄັ້ງຄື: ຄັ້ງທີ I ໃນວັນທີ 22 ສິງຫາ 2014, ຄັ້ງທີ II ວັນທີ 6 ມັງກອນ 2016 ແລະ ຄັ້ງທີ III ວັນທີ 13 ທັນວາ 2017

ພາຍຫຼັງທີ່ໄດ້ຮັບການສໍາຫຼວດ ຈັບຈຸດພິກັດ (GPS) ພ້ອມທັງກໍານົດຂອບເຂດ ແຫຼ່ງທ່ອງທ່ຽວ ເປັນຕົ້ນມາ ທາງອົງການປົກຄອງເມືອງ ນັ້ນກໍ່ຄືຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈຶ່ງໄດ້ກໍານົດເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ພ້ອມທັງໄດ້ຈັດໃຫ້ເປັນບູລິມະສິດ ໃນການສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງທີ 2 ຂອງເມືອງຖັດຈາກແຫຼ່ງທ່ອງທ່ຽວທໍາມະຊາດພູຜາຄໍາ.

ໃນເມື່ອກ່ອນບໍລິເວນຫ້ວຍແຫ່ງນີ້ມີຕົ້ນໝາກມືຫຼາຍທີ່ສຸດຢູ່ລຽບຕາມຫ້ວຍ ປະຊາຊົນໃນເມື່ອກ່ອນເລີຍພາກັນເອີ້ນວ່າ ຫ້ວຍໝາກມື ເຊີ່ງນໍ້າຕົກຕາດແຫ່ງນີ້ແມ່ນເອີ້ນຕາມສາຍນໍ້າຫ້ວຍຄື: ນໍ້າຕົກຕາດຫ້ວຍໝາກມືມາຈົນເຖິງທຸກວັນນີ້.

ແນ່ນອນເລີຍວ່າ ຫາກແຫຼ່ງທ່ອງທ່ຽວທໍາມະຊາດຕາດຫ້ວຍໝາກມື ເປີດບໍລິການຢ່າງເປັນທາງການຈະສາມາດຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາເມືອງລອງ ໄດ້ເປັນຢ່າງດີ, ຈະກາຍເປັນສ່ວນໜຶ່ງໃນການສ້າງລາຍຮັບທັງທາງກົງ ແລະ ທາງອ້ອມໃຫ້ແກ່ຊາວເມືອງລອງ ເນື່ອງຈາກວ່າແຫຼ່ງທ່ອງທ່ຽວແຫ່ງນີ້ມີຄວາມ ເໝາະສົມທີ່ສຸດໃນການພັດທະນາ ເປັນທາງຜ່ານ ຈາກເມືອງລອງ-ເມືອງສິງ ຕັ້ງຢູ່ ທາງຫຼວງເລກທີ 17B.

ພາບຈາກ: Muanglong Tourism