ບໍລິສັດ ຈົງຈີງ ຂໍເປັນສ່ວນໜຶ່ງໃນການສ້າງຝັນຂອງທ່ານໃຫ້ເປັນຈິງ

220

ທ່ານ ລີໄຊ ລາວໂຫຼ ປະທານ ບໍລິສັດ ລົງທຶນຕົກແຕ່ງພາຍໃນ ແລະ ກໍ່ສ້າງ ຈົງຈີງ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ບໍລິສັດ ຈົງຈີງ ໄດ້ມີການຈົດທະບຽນໃນການດຳເນີນທຸລະກິດຢ່າງຖືກຕ້ອງຕາມລະບຽບກົດໝາຍແຫ່ງ ສປປ ລາວ ແລະ ບໍລິສັດໄດ້ມີການດໍາເນີນທຸລະກິດຫຼາກຫຼາຍດ້ານ ທີ່ສຳຄັນແມ່ນການດຳເນີນທຸລະກິດກ່ຽວກັບອະສັງຫາລິມະຊັບ, ຮັບເໝົາກໍ່ສ້າງ ແລະ ການຕົກແຕ່ງພາຍໃນຄົບວົງຈອນ.

ในภาพอาจจะมี 1 คน, กำลังนั่ง

ຍ້ອນເພິ່ນເຫັນເຖິງຄວາມສຳຄັນຂອງລະບົບໂຄງສ້າງ ແລະ ການກໍ່ສ້າງໃນປັດຈຸບັນຢູ່ບ້ານເຮົາຍັງບໍ່ມີຄຸນນະພາບ ແລະ ຍັງບໍ່ໄດ້ມາດຕະຖານເທົ່າທີ່ຄວນ. ເພາະສະນັ້ນ, ບໍລິສັດ ຈົງຈີງ ຈຶ່ງໄດ້ນຳເຂົ້າຮູບແບບການກໍ່ສ້າງເຮືອນດ້ວຍລະບົບໂຄງສ້າງເຫຼັກເບົາທີ່ທັນສະໄໝ, ມີຄຸນນະພາບ ແລະ ໄດ້ມາດຕະຖານກວ່າ ເພື່ອຍົກສູງແຫຼ່ງທີ່ພັກອາໄສ, ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ໄດ້ມາດຕະຖານ ພ້ອມແທດເໝາະກັບສະພາບອາກາດບ້ານເຮົາ ແລະ ເພື່ອປະກອບສ່ວນເຂົ້າໃນວຽກງານການສ້າງສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ກ້າວໜ້າທັນສະໄໝ.

ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່ານະວັດຕະກຳ, ເຕັກນິກ ແລະ ເຕັກໂນໂລຊີການກໍ່ສ້າງເຮືອນໃນຕ່າງປະເທດບໍ່ວ່າຈະເປັນບັນດາປະເທດເພື່ອນບ້ານຂົງເຂດອາຊີ ຫຼື ບັນດາປະເທດໃນທົ່ວໂລກ; ການກໍ່ສ້າງໃນບັນດາປະເທດເຫຼົ່ານີ້ແມ່ນຈະໄດ້ທັງສີສັນຄວາມງາມ, ມີຄຸນນະພາບ ແລະ ໄດ້ມາດຕະຖານສູງກວ່າ ເຊິ່ງການກໍ່ສ້າງເຮືອນດ້ວຍລະບົບໂຄງສ້າງເຫຼັກນີ້ແມ່ນໄດ້ມີການຫັນປ່ຽນ ແລະ ພັດທະນາມາຢ່າງຕໍ່ເນື່ອງ ເນື່ອງຈາກເຮືອນຂອງຊາວອາເມຣິກາເໜືອ ທີ່ໃຊ້ລະບົບໂຄງສ້າງໄມ້ມາເປັນເວລາຫຼາຍກວ່າ 100 ປີ ຈົນພັດທະນາມາເປັນຮູບແບບການກໍ່ສ້າງດ້ວຍລະບົບໂຄງສ້າງເຫຼັກທີ່ທັນສະໄໝໃນປັດຈຸບັນ ບໍ່ວ່າດ້ານຄຸນນະພາບຂອງໂຄງສ້າງ ຫຼື ວັດສະດຸການກໍ່ສ້າງຕ່າງໆແມ່ນນຳໃຊ້ເຕັກໂນໂລຊີເຂົ້າຊ່ວຍໃນການອອກແບບ, ມີການຄິດໄລ່ປະເມີນຜົນ ແລະ ທີ່ສຳຄັນເວລາການກໍ່ສ້າງສັ້ນ ພ້ອມທັງຍັງເປັນການກໍ່ສ້າງແບບນິເວດວິທະຍາທີ່ເປັນມິດກັບສິ່ງແວດລ້ອມ, ປອດໄພຕໍ່ຜູ້ພັກອາໄສ; ສາມາດກໍ່ສ້າງໄດ້ຫຼາກຫຼາຍແບບຕາມຄວາມຕ້ອງການຂອງລູກຄ້າ.

ນອກຈາກນີ້, ບໍລິສັດ ຈົງຈີງ ຍັງເປັນຕົວແທນນຳເຂົ້າຍີ່ຫໍ້ ART MASTER ທີ່ເປັນຜູ້ນຳໃນການຕົກແຕ່ງພາຍໃນເຮືອນດ້ວຍຝາ ແລະ ເພດານສຳເລັດຮູບ ( ຕົກແຕ່ງຮູບ 3D ແລະ 5D ) ຈາກຈີນ ທີ່ກຳລັງໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ເພາະນອກຈາກຄວາມໝັ້ນຄົງ, ທົນທານ ແລະ ປອດໄພຕໍ່ຜູ້ຢູ່ອາໄສແລ້ວ ເຮືອນຍັງເປັນປັດໄຈພື້ນຖານທີ່ສຳຄັນ ແລະ ຈໍາເປັນສຳລັບການດຳລົງຊີວິດຂອງຄົນເຮົາ ບໍ່ວ່າຈະເປັນບັນຍາກາດ ຫຼື ສີສັນຄວາມໜ້າຢູ່. ສະນັ້ນ, ຈຶ່ງຕ້ອງມີການຕົກແຕ່ງພາຍໃນໃຫ້ມີ ຄວາມສວຍງາມ, ຫຼູຫຼາ ເພື່ອເພີ່ມຄວາມສຸກໃຫ້ກັບຄອບຄົວ ແລະ ຍົກຊີວິດການເປັນຢູ່ໃຫ້ດີຂຶ້ນ.

■  ການສ້າງເຮືອນດ້ວຍລະບົບໂຄງເຫຼັກພ້ອມຕົກແຕ່ງ.

▶ ຂໍ້ດີຂອງການກໍ່ສ້າງເຮືອນດ້ວຍລະບົບໂຄງສ້າງເຫຼັກ ( ຈຸດພິເສດ ).

  • ປະຢັດເວລາໃນການກໍ່ສ້າງ ເພາະແຕ່ລະຊິ້ນສ່ວນຂອງໂຄງສ້າງແມ່ນໄດ້ຜະລິດມາຈາກໂຮງງານແລ້ວ, ພໍຮອດໜ້າວຽກມີແຕ່ເອົາຊິ້ນສ່ວນຕ່າງໆມາປະກອບເຂົ້າກັນ.

  • ໃຊ້ເວລາສັ້ນພຽງ 3 – 4 ເດືອນ ໃນການກໍ່ສ້າງກໍສໍາເລັດສົມບູນ.

  • ມີຄວາມແຂງແຮງທົນທານບໍ່ຕ່າງຫຍັງກັບໂຄງສ້າງເບຕົງເສີມເຫຼັກ.

  • ບໍ່ເຂົ້າໝ້ຽງ.

  • ສາມາດເຂົ້າເຖິງພື້ນທີ່ການກໍ່ສ້າງໄດ້ງ່າຍ.

  • ຫຼຸດຕົ້ນທຶນການກໍ່ສ້າງແລ້ວຍັງປະຢັດວັດສະດຸ.

  • ຕ້ານທານແຜ່ນດິນໄຫວ.

  • ເສົາ ແລະ ຄານມີຂະໜາດທີ່ບໍ່ໃຫຍ່ ຈຶ່ງເຮັດໃຫ້ພາຍໃນເຮືອນກວ້າງຂວາງ, ຈັດວາງເຟີນີເຈີສະດວກ ແລະ ງ່າຍດາຍ.

  • ການເດີນລະບົບທໍ່ນ້ຳປະປາ ແລະ ໄຟຟ້າສາມາດເຮັດໄດ້ງ່າຍ.

▶ ຂໍ້ດີຂອງຝາ ແລະ ເພດານຕົກແຕ່ງ ( ຈຸດພິເສດ ).

  • ບໍ່ມີກິ່ນ.

  • ກັນໄຟໄໝ້ລະດັບ 1B.

  • ກັນຄວາມຮ້ອນ.

  • ກັນປວກ ແລະ ກັນການກັດກິນຂອງແມງໄມ້.

  • ພາຍໃນເຮືອນມີຄວາມເຢັນສະບາຍກວ່າການກໍ່ສ້າງແບບອື່ນໆ ພ້ອມທັງລະບາຍຄວາມຮ້ອນໄດ້ດີ.

▶ ການບໍລິການຂອງ ບໍລິສັດ ຈົງຈີງ ແມ່ນ:

  1. ທາງບໍລິສັດຈະອອກແບບໃຫ້ລູກຄ້າໂດຍບໍ່ເສຍຄ່າຈົນກວ່າລູກຄ້າພໍໃຈ.
  2. ການບໍລິການອື່ນໆຫຼັງການກໍ່ສ້າງ.
  • ມີການຮັບປະກັນຕົວໂຄງເຫຼັກຫຼັງການກໍ່ສ້າງເຖິງ 70 ປີ, ອາຍຸການນຳໃຊ້ຍາວນານກວ່າ 100 ປີ.

  • ມີການຮັບປະກັນຝາ ແລະ ເພດານ ຫຼັງການກໍ່ສ້າງເຖິງ 5 ປີ ອາຍຸການນຳໃຊ້ຍາວນານກວ່າ 30 ປີຂຶ້ນໄປ.

ນອກຈາກນັ້ນ, ເພື່ອຕອບສະໜອງວັດສະດຸການຕົກແຕ່ງເຮືອນແບບທັນສະໄໝ ທີ່ມີຄວາມຫຼາກຫຼາຍ ແລະ ເພື່ອສາມາດເຂົ້າເຖິງລູກຄ້າທີ່ມັກການຕົກແຕ່ງເຮືອນ ບໍລິສັດ ຈຶ່ງຕ້ອງການຕົວແທນຈຳໜ່າຍສິນຄ້າຂອງບໍລິສັດ ເຊັ່ນ: ໄມ້ບົວທຸກປະເພດ, ກະໂລປູພື້ນ PVC, ຝາ, ເພດານຕົກແຕ່ງ ແລະ ວັດສະດຸຕົກແຕ່ງຊະນິດຕ່າງໆ ເພື່ອສາມາດກະຈາຍ ແລະ ບໍລິການລູກຄ້າໃຫ້ທົ່ວເຖິງ ເພາະ ບໍລິສັດ ຈົງຈີງ ມີວິໄສທັດຈະກ້າວຂຶ້ນເປັນບໍລິສັດອັນດັບຕົ້ນໆໃນດ້ານການກໍ່ສ້າງ ແລະ ຕົກແຕ່ງພາຍໃນທີ່ໄດ້ມາດຕະຖານລະດັບສາກົນຂອງ ສປປ ລາວ ໃນອະນາຄົດອັນໃກ້ນີ້.

ບໍລິສັດຕັ້ງໃຈຢ່າງຍິ່ງທີ່ຈະສະໜອງການບໍລິການຢ່າງຮອບດ້ານໃຫ້ແກ່ລູກຄ້າ ເຊັ່ນ: ຄຸນນະພາບ, ທັນກັບເວລາ, ເອົາໃສ່ໃຈໃນລາຍລະອຽດ ແລະ ຊື່ສັດ ເປັນທໍາ ຕໍ່ຄູ່ຮ່ວມງານ ແລະ ລູກຄ້າ.

ບໍລິສັດ ຈົງຈີງ ຈະຢູ່ຄູ່ກັບສັງຄົມລາວ ແລະ ຈະຂໍເປັນສ່ວນໜຶ່ງໃນການສ້າງຝັນຂອງທ່ານໃຫ້ເປັນຈິງ.

ສອບຖາມຂໍ້ມູນເພີ່ມຕື່ມ ໂທ: 020 5599 9014; 020 9758 6797; 030 5579 777.

ບໍລິສັດຕັ້ງຢູ່ຖະໜົນ T2, ຕະຫຼາດລາວແສງຕາວັນ ກົງກັນຂ້າມກັບຕະຫຼາດຊັ່ງຈ່ຽງ

ບ້ານອູບມຸງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ເຟສບຸ໊ກເພຈ໌: ບໍລິສັດ ລົງທຶນຕົບແຕ່ງພາຍໃນ ແລະ ກໍ່ສ້າງ ຈົງຈີງ ຈຳກັດຜູ້ດຽວ