ຈົ່ງແບ່ງເວລາ ພັດທະນາຕົນເອງ …. ເພາະຄວາມຮູ້ຄືກຸນແຈສຳຄັນແຫ່ງຄວາມສຳເລັດ

774

ການເດີນທາງສູ່ເປົ້າໝາຍຂອງຜົນສຳເລັດນັ້ນ ມັນບໍ່ແມ່ນເລື່ອງບັງເອີນ ແຕ່ຫາກເກີດຈາກຄວາມພາກພຽນພະຍາຍາມ ແລະ ລົງມືເຮັດຢ່າງມີເປົ້າໝາຍທີ່ແທ້ຈິງ ເກັບກ່ຽວປະສົບການຈາກຄວາມຜິດພາດມາເປັນບົດຮຽນເພື່ອພັດທະນາ ແລະ ສ້າງຄວາມເຂັ້ມແຂງຍິ່ງຂຶ້ນ ຫາກບໍ່ແມ່ນການມານັ່ງລໍ້ຖ້າໂອກາດ ຫລື ໃຫ້ຜົນສຳເລັດແລ່ນມາຫາ.

ຊໍ້າຮ້າຍໄປກວ່ານັ້ນຍັງເຫັນວ່າຄົນລາວສູ່ມື້ນີ້ຍັງບໍ່ຄ່ອຍສົນໃຈພັດທະນາຕົນເອງ ແຕ່ຖະຫວິນຫາແຕ່ຄວາມສຳເລັດ ຖະຫວິນຫາແຕ່ເງິນເດືອນສູງໆ ຫລື ໄດ້ເລື່ອນຂັ້ນເລື່ອນຕໍາແໜງ. ແຕ່ເຈົ້າເຄີຍຖາມຕົນເອງແລ້ວບໍ ແຕ່ລະມື້ເຮົາເຮັດຫຍັງແດ່? ເຄີຍຮຽນຮູ້ຫຍັງໃໝ່ໆ ຫຼື ບໍ່? ຫລື ອາໄສແຕ່ຄວາມສາມາດເກົ່າໆປະສົບການເດີມໆໄປແຕ່ລະມື້.

ບາງຄົນເຮັດວຽກແລ້ວ ຈັ່ງໃດຕໍ່? ເຊິ່ງຈະພົບເຫັນການໄປພັກຜ່ອນທີ່ການຊຸມແຊວ ກວ່າຈະກັບກໍໝົດແຮງແລ້ວ. ບາງຄົນເບິ່ງໂທລະພາບ ຫຼິ້ນ Facebook ແລ້ວຄ່ອຍຫຼັບ, ຕື່ນມາກໍ່ໄປເຮັດວຽກຕໍ່ວົນວຽນວິຖິຊີວິດແບບເກົ່າໆ ເຮັດວຽກແລ້ວກໍໄປຊຸມແຊວ…

ແຕ່ປະເດັນກໍ່ຄື!!!ແລ້ວການ “ພັດທະນາຕົນເອງ” ມັນຢູ່ສ່ວນໃດຂອງຊີວິດ?ລອງຄິດທົບທວນເບິ່ງວ່າໃນຮອບ 1 ເດືອນ 3 ເດືອນ ຫລື ໃນປີ 1 ເຮົາໄດ້ ເຮັດຫຍັງແດ່ເພື່ອການພັດທະນາຕົນເອງ
-ອ່ານປຶ້ມທີ່ໃຫ້ຄວາມຮູ້ຈັກຫົວແລ້ວ?
-ເຂົ້າສໍາມະນາເສີມສ້າງຄວາມຮູ້ຈັກຄັ້ງ?
-ບາງຄັ້ງບາງຄົນ ບໍລິສັດສົ່ງໄປອົບຮົມຟຣີໆ ຍັງຂີ້ຄ້ານໄປເລີຍ

ມັນກໍບໍ່ຜິດຫຍັງດອກ ທີ່ໃຜຢາກຈະໃຊ້ຊີວິດແບບນີ້ ແຕ່ປະເດັນກໍ່ຄື ຖ້າຈັ່ງຊັ້ນຄົນແບບນີ້ຕ້ອງເຊົາຮຽກຮ້ອງຄວາມກ້າວໜ້າ, ເຊົາຂໍຂຶ້ນເງິນເດືອນ, ເຊົາຈົ່ມວ່າ ໂລກນີ້ບໍ່ຍຸຕິທຳ, ເຊົາສົງໄສໄດ້ແລ້ວວ່າ ເປັນຫຍັງຊີວິດບໍ່ໄປຮອດໃສຈັກເທື່ອ… ກໍເຈົ້າບໍ່ເຄີຍແບ່ງເວລາໄປພັດທະນາຕົນເອງເລີຍ ແລ້ວຊີວິດມັນຈະພັດທະນາໄປໃສໄດ້? ທີ່ຍັງຢູ່ບ່ອນເກົ່າໆນີ້ໄດ້ ກໍ່ຖືວ່າໂຊກດີແລ້ວ, ຄົນໝັ່ນພັດທະນາຕົນເອງ ຍ່ອມສຳເລັດ ຄົນບໍ່ພັດທະນາຕົນເອງ ຍ່ອມຢູ່ກັບທີ່ ແລະ ຖອຍຫຼັງເທົ່ານັ້ນ.


ລອງຖາມຕົວເອງ ແລ້ວຕອບແບບບໍ່ຕົວະຕົນເອງວ່າປີນີ້ກັບປີກາຍ ເຮົາສະຫຼາດຂຶ້ນໃນເລື່ອງຫຍັງແດ່? ເຮົາຮູ້ເລື່ອງຫຍັງໃໝ່ໆ ທີ່ຊີວິດນີ້ບໍ່ເຄີຍຮູ້ມາກ່ອນແດ່? ຄຳຕອບນັ້ນລະທີ່ຈະບົ່ງບອກເຖິງຄວາມກ້າວໜ້າໃນຊີວິດຂອງເຮົາ… ຢ່າຮຽກຮ້ອງຄວາມກ້າວໜ້າເລີຍ ຖ້າເຮົາຍັງບໍ່ເຄີຍຄິດທີ່ຈະພັດທະນາຕົນເອງ.

ຮຽບຮຽງຈາກປຶ້ມ: ມອງໄກບົນໄຫລຍັກ ໂດຍວິສູດ ແສງອະລຸນເລີດ ພີມຄັ້ງທີ2 ເດືອນພະຈິກ ພສ2557