ຈະມີລົດເຂົ້າຮ່ວມນັບ 20 ລຸ້ນ ໃນງານວາງສະແດງລົດວຽງຈັນໂມໂຕເອັກໂປ 2019

222

ເຫຼືອເວລາອີກພຽງ 10 ກວ່າວັນເທົ່ານັ້ນ ງານວາງສະແດງລົດ ວຽງຈັນໂມໂຕເອັກໂປ 2019 ກໍຈະເປີດສາກຂຶ້ນໃນທ້າຍເດືອນນີ້ ມີລົດເຂົ້າຮ່ວມ 13 ຄ້າຍ ລວມລົດ 20 ລຸ້ນເຂົ້າຮ່ວມປະຊັນກັນ. ໃນນັ້ນ, ປະທານຈັດງານຍົກໃຫ້ລົດທີ່ນໍາໃຊ້ພະລັງງານໄຟຟ້າເປັນໄຮໄລ້ຂອງງານ ຫຼັງລົດລຸ້ນດັ່ງກ່າວໄດ້ນໍາເຂົ້າມາທົດລອງການຂັບຂີ່ ແລະ ລະບົບຫົວສາກແລ້ວໃນໄລຍະໜຶ່ງ ສ່ວນຍອດຂາຍຕັ້ງເປົ້າ 300 ຄັນ.

ທ່ານ ພອນຈັນ ເພັງສຸວັນ ຜູ້ອໍານວຍການ ບໍລິສັດ ພີພີໄຊໂຍ ເອັນເຕີເທັນເມັນ ແອນອໍການາຍເຊີ ຈໍາກັດຜູ້ດຽວ ໄດ້ກ່າວໃນງານຖະແຫຼງຂາວ ວ່າ: ຈຸດປະສົງຂອງງານເພື່ອຕອບໂຈດໃຫ້ກັບບໍລິສັດຫ້າງຮ້ານທີ່ຈໍາໜ່າຍລົດ ແລະ ຜະລິດຕະພັນຕົກແຕ່ງລົດ ລວມໄປເຖິງຄວາມຮຽກຮ້ອງຕ້ອງການຂອງບັນດາລູກຄ້າຜູ້ຊົມໃຊ້ລົດ ໄດ້ເຂົ້າມາພົບປະແລກປ່ຽນ ແລະ ຮັບຮູ້ນະວັດຕະກໍາໃໝ່ໆຂອງລົດໃນແຕ່ລະຄ້າຍ – ແຕ່ລະລຸ້ນ ເພື່ອເປັນຂໍ້ມູນຕັດສິນໃນການເປັນເຈົ້າຂອງລົດ.

ສ່ວນກິດຈະກໍາພາຍໃນງານມີການທົດລອງຂັບລົດທີ່ໃຊ້ພະລັງງານໄຟຟ້າບໍ່ເສຍຄ່າ, ເກມໝູນວົງລໍ້ລຸ້ນລາງວັນ, ມີການວາງສະແດງລົດ, ກິດຈະກໍາຈາກຜູ້ຈັດງານລຸ້ນຮັບສາຍຄໍຄໍາ, ພວງກຸນແຈ, ເສື້ອຢືດ, ບັດສ່ວນຫຼຸດເຄືອບແກ້ວລົດ. ນອກນັ້ນ, ຍັງມີການທັດສະນະສຶກສາ ຮ່ວມຟັງການບັນຍາຍກົດລະບຽບຈາລະຈອນ. ພິເສດພາຍໃນງານຍັງມີການສະແດງຄອນເສີດຈາກສິລະປິນທັງພາຍໃນ ແລະ ປະເທດເພື່ອນບ້ານ.

ສໍາລັບລົດທີ່ເຂົ້າຮ່ວມວາງສະແດງໃນງານມີ 13 ຄ້າຍ ລວມລົດ 20 ກວ່າຍີ່ຫໍ້ ເຊິ່ງເດັ່ນກວ່າໝູ່ແມ່ນລົດທີ່ນໍາໃຊ້ພະລັງງານໄຟຟ້າ ແລະ ນໍາສະເໜີລະບົບຫົວສາກໄຟຟ້າ.

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ງານດັ່ງກ່າວຈະເປັນປະໂຫຍດຕໍ່ຜູ້ທີ່ຢາກຊື້ລົດເພື່ອເຂົ້າມາຮັບເອົາບັນດາຂໍ້ມູນລົດຈາກຄ້າຍຕ່າງໆ, ເຊື່ອວ່າງານດັ່ງກ່າວຈະເຮັດໃຫ້ຜູ້ເຂົ້າຊົມງານໃຊ້ເວລາດົນໃນການສຶກສາ ແລະ ເລືອກເບິ່ງຜະລິດຕະພັນຕ່າງໆທີ່ກ່ຽວຂ້ອງກັບລົດ.

ທ່ານ ບຸນ ໄຊຍະລາດ ຫົວໜ້າພະແນກບັນຊີ ແລະ ການເງິນທະນາຄານມາຮູຮານເຈແປນລາວ ກ່າວວ່າ: ພາຍໃນງານນີ້ພວກເຮົາຈະອໍານວຍຄວາມສະດວກໃຫ້ລູກຄ້າທີ່ເຂົ້າມາໃຊ້ບໍລິການ ຖ້າຫາກລູກຄ້າປະກອບເອກະສານມາຄົບພາຍໃນງານກໍສາມາດອະນຸມັດສິນເຊື່ອໄດ້ເລີຍ ແລະ ຄາດວ່າພາຍໃນງານຈະສາມາດສ້າງຍອດຂາຍໄດ້ບໍ່ຕໍ່າກວ່າ 300 ຄັນ.

ພິທີຖະແຫຼງຂ່າວວາງສະແດງລົດ ວຽງຈັນໂມໂຕເອັກໂປ 2019 ຈັດຂຶ້ນໃນວັນທີ 9 ກັນຍາ 2019 ທີ່ໂຮງແຮມທາດຫຼວງເລີ ໂດຍມີ ທ່ານ ໄຊສົມເພັດ ນໍລະສິງ, ທ່ານ ພອນຈັນ ເພັງສຸວັນ, ບໍລິສັດທີ່ສະໜັບໜູນ ແລະ ສື່ມວນຊົນເຂົ້າຮ່ວມ.

ງານວາງສະແດງລົດວຽງຈັນໂມໂຕເອັກໂປ 2019 ຈະຈັດຂຶ້ນທີ່ສູນການຄ້າ ລາວ – ໄອເຕັກ ຕຶກເກົ່າ ເລີ່ມແຕ່ວັນທີ 28 ກັນຍາ – 6 ຕຸລາ 2019.