ຕາມຄາດ ໂຮມມະ ຄອງດາວຍິງສູງສຸດລາວພຣີເມຍລີກ 2019 ຮ່ວມກັບ ແກ້ວວຽງເພັດ ແລະ ເປັນສະໄໝທີ 5

182

ກາຊູ ໂຮມມະ ກອງໜ້າຊາວຍີ່ປຸ່ນຂອງ ລາວໂຕໂຢຕ້າ ເອັຟຊີ ຍິງຄົນດຽວ 2 ປະຕູຊ່ວຍໃຫ້ ທີມເອົາຊະນະ ປກສ ເອັຟຊີ 4-0 ນັດສົ່ງທ້າຍ ເປບຊີ ລາວພຣີເມຍລີກ 2019 ໃນວັນທີ 14 ກັນຍາ 2019 ພ້ອມຄວ້າດາວຍິງສູງສຸດຂອງ ເປບຊີ ລາວພຣີເມຍລີກ ຮ່ວມກັບ ແກ້ວວຽງເພັດ ກອງໜ້າຂອງ ມາສເຕ 7 ເອັຟຊີ ໃນຈໍານວນ 14 ປະຕູເທົ່າກັນ ແລະ ເປັນສະໄໝທີ 5 ຕໍ່ຈາກປີ 2013, 2014, 2017 ແລະ 2018.

ສະຫຼຸບການແຂ່ງຂັນເປບຊີ ລາວພຣີເມຍລີກ 2019
1.ລາວໂຕໂຢຕ້າ ເອັຟຊີ ຄວ້າແຊ້ມເປບຊີ ລາວພຣີເມຍ 2019 ໄປຄອງ ພ້ອມເງິນລາງວັນ 300 ລ້ານກີບ ຈາກການມີ 37 ຄະແນນ ຈາກ 15 ນັດ ແລະ ເປັນແຊ້ມສະໄໝທີ 4 ຕໍ່ຈາກປີ 2015, 2017 ແລະ 2018 ພ້ອມກັບສິດໄປແຂ່ງຂັນ AFC CUP 2020

2.ມາສເຕີ 7 ເອັຟຊີ ຄວ້າອັນດັບ 2 ພ້ອມເງິນລາງວັນ 200 ລ້ານກີບ ຈາກການມີ 29 ຄະແນນ ຄວ້າສິດໄປແຂ່ງຂັນ AFC CUP 2020 ຮອບເພລອ໊ອຟ.
3.ຊ້າງນ້ອຍ ເອັຟຊີ ມີ 28 ຄະແນນ ຮັບເງິນລາງວັນ 100 ລ້ານກີບ
4.ປກສ ເອັຟຊີ ມີ 15 ຄະແນນ ຮັບເງິນລາງວັນ 20 ລ້ານກີບ
5.ກອງທັບ ເອັຟຊີ ມີ 10 ຄະແນນ ຮັບເງິນລາງວັນ 10 ລ້ານກີບ
6.ອີໂວ ຢູໄນເຕັດ ມີ 8 ຄະແນນ

ສໍາລັບ ໂຮມມະ ເກີດເມື່ອວັນທີ 17 ມີນາ 1980 ເລີ່ມເປັນນັກເຕະເຍົາວະຊົນຂອງສະໂມສອນ ໂຄຊິກະຢະ ເອັຟຊີ ທີມໃນປະເທດຍີ່ປຸ່ນ ລະຫວ່າງປີ 1998-1999 ແລະ ກ້າວຂຶ້ນໄປຫຼິ້ນຊຸດໃຫຍ່, ເຊິ່ງຜົນງານທີ່ໂດດເດັ່ນຂອງ ໂຮມມະ ຄືເປັນນັກເຕະຂອງສະໂມສອນ ເອັຟຊີ ເວັສເພຣມ ໃນລີກຂອງຮົງກາລີ ລະຫວ່າງປີ 2012-2013 ລົງສະໜາມ 28 ນັດຍິງໄດ້ 15 ປະຕູ ກ່ອນຈະຍ້າຍມາຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ໃນລີກສູງສຸດຂອງ ສປປ ລາວ ເມື່ອປີ 2014, ຜົນງານທີ່ຜ່ານມາໃນວົງການບານເຕະລາວ ກາຊູ ໂຮມມະ ກອງໜ້າຊາວຍີ່ປຸ່ນ ຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ຄວ້າດາວຍິງສູງສຸດ ລາວພຣີເມຍລີກ ໄປແລ້ວ 4 ສະໄໝປະກອບດ້ວຍໃນ 2013 ທີ່ຍິງໄດ້ 29 ປະຕູ, 2014 ຍິງໄດ້ 29 ປະຕູ, 2017 ຍິງໄດ້ 23 ປະຕູ ແລະ 2018 ຍິງໄປ 21 ປະຕູ ຖືເປັນນັກເຕະທີ່ຄວ້າດາວຍິງສູງສຸດໃນ ລາວພຣີເມຍລີກ ຫຼາຍທີ່ສຸດໃນຕອນນີ້ ພ້ອມທັງພາ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊັມລາວພຣີເມຍລີກ 3 ສະໄໝ ( 2015, 2017 ແລະ 2018 ).

ສ່ວນ ແກ້ວວຽງເພັດ ລິດທິເດດ ເກີດໃນວັນທີ 30 ພະຈິກ 1992 ເກີດທີ່ບ້ານແກ້ວສຳພັນ ເມືອງ ປາກເຊ ແຂວງຈຳປາສັກ ຮຽນຈົບການມໍ 6 ມສ ສາທິດ ປີ 2009, ເລີ້ມຕົ້ນຈາກເປັນນັກເຕະເຍົາວະຊົນ ເອັສຣາ ກ່ອນກ່າວຂຶ້ນທີມຊຸດໃຫຍ່ຫຼິ້ນໃຫ້ກັບ ເອັສຣາ ເອັຟຊີ, HSB ວຽງຈັນ ເອັຟຊີ ປີ 2015, ລ້ານຊ້າງ ຢູໄນເຕັດ 2016, ວຽງຈັນ ຢູໄນເຕັດ ປີ 2017, ລາວໂຕໂຢຕ້າ ເອັຟຊີ ( AFC CUP 2018 ) ແລະ ມາສເຕີ ເຊເວັ້ນ ເອັຟຊີ ປີ 2018 ແລະ ຜົນງານລະດັບທີມຊາດ ເຄີຍຕິດທີມຊາດຕັ້ງແຕ່ລຸ້ນເຍົາວະຊົນຈົນເຖິງທີມຊາດຊຸດໃຫຍ່ ຄື: ຢູ 14 ປີ 2006 ທີ່ປະເທດມາເລເຊຍ, ຢູ ປີ 2007 ທີ່ ອິນໂດເນເຊຍ, ຢູ 17 ປີ 2007 ທີ່ປະເທດ ກຳປູເຈຍ, ຢູ 19 ປີ 2012 ທີ່ ລາວ ເປັນເຈົ້າພາບ, ຊີເກມ 2009 ລາວ ເປັນເຈົ້າພາບ, ຊີເກມ 2011 ທີ່ປະເທດ ອິນໂດເນເຊຍ, ຊີເກມ 2015 ທີ່ປະເທດສິງກະໂປ ແລະ ເອຊຽນເກມ ປີ 2015 ທີ່ ສ.ເກົາຫຼີ. ຂະນະທີ່ ທີມຊາດລາວ ຊຸດໃຫຍ່ ຕິດທີມຊາດຊຸດໃຫຍ່ ເລີ່ມຫຼິ້ນໃນປີ 2010 ເຄີຍຫລິ້ນລາຍການ AFF SUZUKI CUP 4 ຄັ້ງຄື: ປີ 2010 ຢູ່ລາວ ( ຮອບຄັດເລືອກ ), ປີ 2012 ຢູ່ປະເທດມາເລເຊຍ ດ້ວຍການຄວ້າລາງວັນນັກເຕະດາວເດັ່ນຂອງອາຊຽນ, ປີ 2014 ຢູ່ປະເທດຫວຽດນາມ ແລະ ປີ 2016 ຢູ່ທີ່ປະເທດກຳປູເຈຍ ( ຮອບຄັດເລືອກ ) ລວມເຖິງ ບານໂລກຮອບຄັດເລືອກ ປີ 2011 ທີ່ສປ ຈີນ.
ຂອບໃຈຮູບຈາກ: ສຕລ