ຮອງເຈົ້າແຂວງຄຳມ່ວນ ລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ເມືອງເຊບັ້ງໄຟ

69

ດ້ວຍຄວາມເປັນຫ່ວງເປັນໄຍຈາກອໍານາດການປົກຄອງແຂວງຄໍາມ່ວນ ຕໍ່ປະຊາຊົນບັນດາເຜົ່າ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຂອງເມືອງເຊບັ້ງໄຟ ກໍ່ຄືບັນດາ 12 ບ້ານ ທີ່ຖືກນໍ້າຖ້ວມ ໃນຕົ້ນເດືອນກັນຍາຜ່ານມານີ້ .

ດັ່ງນັ້ນໃນວັນທີ 12 ກັນຍາ 2019 ຢູ່ທີ່ເຮືອນພັກຂອງທ່ານ ເຈົ້າເມືອງໆເຊບັ້ງໄຟ, ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງພ້ອມດ້ວຍ ຄະນະໄດ້ລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງເຊບັ້ງໄຟ . ໂດຍການກ່າວຮັບຂອງທ່ານ ບຸນສີ ພົມມະໄຊ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ເຊບັ້ງໄຟ.

ເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ປະກອບມີນ້ຳດື່ມຈໍານວນ 100 ແພັກ ມູນຄ່າ 1.300.000 ກີບ, ເຂົ້າສານ 01 ໂຕ່ນມູນຄ່າ 6.700.000 ກີບ, ໝີ່ແກັດໃຫຍ່ 100 ແກັດ ມູນຄ່າ 25.000.000 ກີບ , ເຮືອ 01 ລຳ ລວມມູນຄ່າທັງໝົດຂອງເຄື່ອງທີ່ນຳມາມອບໃນຄັ້ງນີ້ຈຳນວນ 33.000.000 ກີບ ( ບໍ່ໄດ້ຄິດໄລມູນຄ່າຂອງເຮືອເຂົ້ານຳ ) .


ຂ່າວ-ພາບ : ນັກຂ່າວເມືອງເຊບັ້ງໄຟ