ຈີນວິກິດໜັກ ຊີ້ນໝູ່ບໍ່ພຽງພໍໃນທ້ອງຕະຫຼາດ ຂະນະທີ່ລັດຖະບານຮຽກຮ້ອງໃຫ້ຫຼຸດການບໍລິໂພກ

49

ປັດໄຈການແຜ່ລະບາດອະຫິວາໝູໃນປະເທດອາຟຣິກາ ແລະ ການແຊ່ແຂງສຳຮອງຊີ້ນມູ ເຮັດໃຫ້ບໍ່ພຽງພໍຕໍ່ຄວາມຕ້ອງການຂອງປະຊາຊົນ ໃນຂະນະທີ່ລາຄາຊີ້ນໝູເພີ່ມຂື້ນຫຼາຍ ຈົນລັດຖະບານຕ້ອງໄດ້ອອກເງິນເພື່ອຊ່ວຍເຫຼືອປະຊາຊົນທີ່ມີລາຍໄດ້ຕໍ່າ.

ວິກິດການຊີ້ນໝູໃນປະເທດຈີນ ບໍ່ພຽງພໍກັບຄວາມຕ້ອງການຂອງປະຊາຊົນ ທີ່ຂາດແຄນຢ່າງຕໍ່ເນື່ອງ ຈາກປັນຫາເຊື້ອໄວຣັສອະຫິວາໝູອາຟຣິກາລະບາດ ຕັ້ງແຕ່ປີ 2018 ສົ່ງຜົນປະຊາກອນຫມູໃນປະເທດຈີນ ຫຼາຍກວ່າ 1 ສ່ວນ3 ຕ້ອງຖືກຂ້າຖິ້ມ. ນອກຈາກນີ້, ທ່ານຢູ ກາງເຊິນ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳຂອງຈີນ ກ່າວວ່າ  ຄວາມຫວັງທີ່ຈະນຳເຂົ້າຊີ້ນໝູ ເພື່ອສະໜອງຄວາມຕ້ອງການຂອງປະຊາຊົນ ຈຶ່ງເປັນເລື່ອງທີ່ເປັນໄປໄດ້ຍາກຫຼາຍ.

ในภาพอาจจะมี อาหาร

ຈຳນວນການບໍລິໂພກຊີ້ນໝູ ໃນປີ 2018 ສະທ້ອນໃຫ້ເຫັນວ່າ ຊາວຈີນໄດ້ບໍລິໂພກຊີ້ນໝູຫຼາຍກວ່າເຄິ່ງໜຶ່ງທີ່ມີການຂາຍຢູ່ໃນທ້ອງຕະຫຼາດທົ່ວໂລກ ແລະ ຫຼາຍກວ່າ 95% ຂອງເປັນການບໍລິໂລກຊີ້ນໝູທີ່ລ້ຽງຢູ່ພາຍໃນປະເທດ. “ສະເພາະອັນຕາການນຳເຂົ້າໝູ ມີພຽງ 2% ເທົ່ານັ້ນ” ທ່ານຢູ ກ່າວ.

ດ້ານທ່ານພານ ເຊິນຈຸນ ຈາກທະນາຄານເພື່ອດ້ານກະສິກຳ ແລະ ທະລະກິດ ກ່າວວ່າ ອັດຕາການຜະລິດຊີ້ນໝູຈະຍັງມີແນວໂນ້ມຫຼຸດລົງຢ່າງຕໍ່ເນື່ອງ ໃນປີ 2020 ໂດຍຈຳນວນປະຊາກອນຫມູ ໃນເດືອນກໍລະກົດ ຜ່ານມາ ຫຼຸດລົງ 32,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018 ແລະ ຫຼຸດລົງ 9,4% ເມື່ອທຽບໃສ່ກັບເດືອນກ່ອນໜ້າ.

ในภาพอาจจะมี อาหาร

ສະຖານະການດັ່ງກ່າວ ສົ່ງຜົນໃຫ້ອຸດສາຫະກຳ ມູນຄ່າ 1,4 ແສນລ້ານໂດລາ ຫຼື ປະມານ 1,2 ລ້ານຕື້ກີບ. ໄດ້ຮັບຜົນກະທົບຢ່າງໜັກ ພ້ອມທັງຜົນກະທົບດັ່ງກ່າວຍັງຕົກເປັນຂອງປະຊາຊົນຈີນຜູ້ທີ່ຕ້ອງໄດ້ຊື້ຊີ້ນໝູ ໃນລາຄາທີ່ແພງ ຈົນລັດຖະບານໄດ້ອອກເງິນປະກອບສ່ວນຊ່ວຍເຫຼືອປະຊາຊົນຫຼາຍກວ່າ 454 ລ້ານໂດລາ ຫຼື ປະມານ 4ພັນ ຕື້ກີບ ອີງຕາມຂໍ້ມູນຈາກ ຄະນະກຳມະການດ້ານການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ (NDRC).

ในภาพอาจจะมี อาหาร

ການແຊ່ເຢັນສຳຮອງຊີ້ນໝູ

ມີຢ່າງໜ້ອຍ 4 ມົນທົນໃນປະເທດຈີນ ທີ່ມີປະຊາກອນປະມານ 130 ລ້ານຄົນ ໄດ້ນໍາຊີ້ນໝູອອກມາຈາກບ່ອນແຊ່ ເພື່ອນຳມາຂາຍ ຫວັງເຮັດໃຫ້ລາຄາໝູຄົງທີ່ ແລະ ກະຕຸ້ນຄວາມຕ້ອງການຊື້ຊີ້ນໝູ.

ດ້ານຜູ້ຊ່ຽວຊານເຫັນວ່າ ການກັກຕຸນຊີ້ນໝູດ້ວຍການແຊ່ແຂງເປັນຄວາມພະຍາຍາມໃນການຈັດການກັບສະຖານະການຊີ້ນໝູທີ່ບໍ່ພຽງພໍຂອງລັດຖະບານ ແຕ່ຍັງບໍ່ເປັນມາດຕະການທີ່ມີປະສິດຕິຜົນຫຼາຍທີ່ສຸດ.

ในภาพอาจจะมี อาหาร

ຫຼ້າສຸດ ລັດຖະບານທ້ອງຖິ່ນຂອງເມືອງຈີ໋ໜານ ເມືອງເອກຂອງມົນທົນຊານຕົງ ອອກມາປະກາດ ເມື່ອວັນພະຫັດ ທີ 11 ຜ່ານມາ ວ່າ ໄດ້ນຳເອົາຊີ້ນໝູທີ່ແຊ່ແຂງສຳຮອງໄວ້ ອອກມາຂາຍສູ່ຕະຫຼາດ ເພື່ອຮອງຮັບການສະເຫຼີມສະຫຼອງວັນພັກທີ່ຈະມາເຖິງນີ້. ນອກຈາກນີ້, ລັດຖະບານຈະຄ່ອຍໆນຳເອົາຊີ້ນໝູອອກມາຂາຍສູ່ທ້ອງຕະຫຼາດໃນທ້າຍເດືອນນີ້ ເພື່ອຮອງຮອບການສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາຊົນຈີນ ຄົບຮອບ 70 ປີ ໃນວັນທີ 1 ຕຸລານີ້.

ລັດຖະບານຮຽກຮ້ອງໃຫ້ປະຊາຊົນຫຼຸດການກິນຊີ້ນໝູ

ເຖິງການນຳເອົາຊີ້ນໝູທີ່ສຳຮອງໄວ້ ອອກມາໃນທ້ອງຕະຫຼາດຈະເປັນການຊ່ວຍປະຊາຊົນ ແຕ່ໃນໄລຍະຍາວແລ້ວ ລັດຖະບານບໍ່ມີທາງເລືອກອື່ນ ນອກຈາກການ ຮຽກຮ້ອງໃຫ້ປະຊາຊົນກິນຊີ້ນໝູໃຫ້ໜ້ອຍລົງ.

ในภาพอาจจะมี ดอกไม้ และอาหาร

ສື່ຂອງລັດຖະບານຫຼາຍແຫ່ງ ເລີ່ມອອກມາກະຕຸ້ນໃຫ້ປະຊາຊົນຕັດຊີ້ນໝູອອກຈາກລາຍການອາຫານປະຈຳວັນ ໂດຍສຳນັກຂ່າວໜັງສືພິມພີເພິລ ໄດລີ (People’s Daily) ຂອງພັກຄອມມູນິດຈີນ ໄດ້ຂຽນບົດຄວາມວ່າ “ການກິນຊີ້ນໝູໜ້ອຍລົງຈະດີຕໍ່ສຸຂະພາບ ເພາະວ່າຊີ້ນໝູມີໄຂມັນ ແລະ ຄໍເລສເຕີຣອລສູງ ການກິນຊີ້ນໝູຫຼາຍເກີນໄປຈະເຮັດໃຫ້ທ່ານມີນໍ້າໜັກເພີ່ມຂຶ້ນ”.