ສອງດາວເຄາະນ້ອຍ ຈະເຄື່ອນທີ່ຜ່ານໂລກໄລຍະໃກ້ ໃນທ້າຍອາທິດນີ້

14 Sep 2019

ຄລິກແຊຣ໌ 0 Facebook WhatsApp

ໃນທ້າຍອາທິດນີ້ ດາວເຄາະນ້ອຍສອງດວງ “2010 CO1” ແລະ “2000 QW7” ຈະເຄື່ອນທີ່ຜ່ານໃກ້ໂລກ ໃນໄລຍະໄລ່ເລ່ຍກັນ ອົງການນາຊາ ຢືນຢັນ “ບໍ່ມີຜົນກະທົບຕໍ່ໂລກ”.

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນທ້າຍອາທິດນີ້ ຈະມີປະກົດການທາງທຳມະຊາດ ຢູ່ຊັ້ນນອກບັນຍາກາດຂອງໂລກ ໂດຍດາວເຄາະນ້ອຍ 2 ດວງ ຈະເຄື່ອນທີ່ຜ່ານໂລກ ໃນໄລຍະທີ່ໃກ້ຫຼາຍ ແຕ່ທາງອົງການນາຊາ (NASA) ໄດ້ຢືນຢັນວ່າ ດາວເຄາະນ້ອຍທັງສອງດວງ ຈະບໍ່ມີຜົນກະທົບ ຫຼື ເປັນອັນຕະລາຍກັບໂລກ.

ອົງການນາຊາ ໄດ້ເປີດເຜີຍວ່າ ໃນທ້າຍອາທິດນີ້ ດາວເຄາະນ້ອຍ 2010 CO1 ມີຄວາມຍາວ 260 ແມັດ ຈະເຄື່ອນທີ່ຜ່ານໂລກໃນໄລຍະຫ່າງປະມານ 5,3 ລ້ານກິໂລແມັດ ດາວເຄາະນ້ອຍດວງນີ້ ຈະເຂົ້າໃກ້ໃນໄລຍະກາງຄືນຂອງວັນທີ 13 ກັນຍາ ຕາມເວລາໃນສະຫະລັດ ຫຼື ຕອນບ່າຍຂອງວັນທີ 14 ຕາມເວລາປະເທດລາວ.

ຫຼັງຈາກນັ້ນ ບໍ່ເທົ່າໃດຊົ່ວໂມງ ດາວເຄາະນ້ອຍ 2000 QW7 ເຊິ່ງເປັນວັດຖຸອະວະກາດທີ່ມີຄວາມຍາວປະມານ 650 ແມັດ ແລະ ຖືວ່າເປັນວັດຖຸທີ່ມີຂະໜາດໃຫຍ່ ເຊິ່ງຜ່ານມາໃກ້ໂລກທີ່ສຸດໃນເດືອນນີ້. ດາວເຄາະນ້ອຍດວງນີ້ ຈະເຄື່ອນເຂົ້າໃກ້ໂລກໃນຕອນເຊົ້າມືດຂອງວັນທີ 14 ກັນຍາ ຕາມເວລາສະຫະລັດ ຫຼື ໄລຍະຫົວຄໍ່າຂອງວັນດຽວກັນ ຕາມເວລາໃນປະເທດລາວ.

ສຳລັບດາວເຄາະນ້ອຍ ທັງສອງດວງນີ້ ນັກວິທະຍາສາດໄດ້ຄົ້ນພົບ ແລະ ເຝົ້າຕິດຕາມເບິ່ງເສັ້ນທາງເຄື່ອນທີ່ຂອງພວກມັນເປັນເວລາຫຼາຍທົດສະວັດ ໂດຍໃນຄັ້ງນີ້, ວັດຖຸອະວະກາດຈະບໍ່ມີຜົນກະທົບໃດໆກັບໂລກ ພຽງແຕ່ເຄື່ອນທີ່ ຜ່ານໂລກໃນໄລຍະໃກ້ກວ່າປົກກະຕິເທົ່ານັ້ນ.

ไม่มีคำอธิบายรูปภาพ

ຕາມລາຍງານ ລະບຸວ່າ ດາວເຄາະນ້ອຍ 2000 QW7 ຖືກຄົ້ນພົບ ເມື່ອ 20 ປີກ່ອນ ເພາະມັນມີປະຕິກິລິຍາເຄື່ອນທີ່ແບບຜິດປົກກະຕິ ຫຼັງຈາກທີ່ມັນເຄື່ອນທີ່ຜ່ານໂລກໄປແລ້ວໃນຄັ້ງນີ້ ກໍ່ຈະມີເສັ້ນທາງວົນຢ້ອນກັບມາເຂົ້າໃກ້ໂລກອີກຄັ້ງ ອີກ 19 ປີຂ້າງໜ້າ ຫຼື ໃນປີ 2038.

ຢ່າງໃດກໍ່ຕາມ, ເດືອນກັນຍານີ້ ຍັງເຫຼືອດາວເຄາະນ້ອຍ 2019 RC ທີ່ຈະເຄື່ອນທີ່ຜ່ານໂລກ ໃນວັນທີ 16 ກັນຍາແລະ ດາວເຄາະນ້ອຍ 1998 FF14 ວັດຖະອະວະກາດທີ່ຄົ້ນພົບ ແລະ ເຝົ້າສັງເກດມາດົນກວ່າ 20 ປີ ຈະເຄື່ອນທີ່ຜ່ານໂລກ ໃນວັນທີ 24 ກັນຍານີ້ ເປັນປະກົດການທີ່ນັກວິທະຍາສາດ ແລະ ນັກດາຣາສາດ ໃຫ້ຄວາມສົນໃຈທີ່ຈະ ສຶກສາ ແລະ ເກັບກຳຂໍ້ມູນໃນຂະນະທີ່ພວກເຂົາເຄື່ອນທີ່ເຂົ້າໃກ້ໂລກ.

ຮູບຈາກ: esa

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ