ຊິໄນເດີ ຈັດງານເປີດໂຕຕົວແທນຈຳໜ່າຍທາງການ ແລະ ແນະນຳສິນຄ້າໃໝ່

262

ໃນວັນທີ 11 ກັນຍາ 2019  ບໍລິສັດ ຊິໄນເດີ ອີເລັກຕຣິກ  ຈັດງານສຳມະນາ Schneider Data Center Solution Day ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ.

ບໍລິສັດ ຊິໄນເດີ ອີເລັກຕຣິກ ເປັນຜູ້ຊ່ຽວຊານລະດັບໂລກດ້ານການບໍລິຫານຈັດການພະລັງງານ ແລະ ລະບົບອັດຕະໂນມັດ ໄດ້ຈັດພິທີສຳມະນາເຜີຍແຜ່ຄວາມຮູ້, ຄວາມເຂົ້າໃຈລວມເຖິງເຕັກໂນໂລຊີຕ່າງໆ ໃນດ້ານມາດຕະຖານລະບົບດາຕ້າເຊັນເຕີ, ລະບົບພະລັງງານສຳຮອງໄຟຟ້າ ແລະ ລະບົບປັບອາກາດ.

ເນື່ອງຈາກໜ່ວຍງານ ແລະ ອົງກອນຕ່າງໆໄດ້ຫັນມາຄຳນຶງເຖິງຄວາມສຳຄັນໃນການປັບປຸງລະບົບພາຍໃຕ້ຫ້ອງຄວບຄຸມຂໍ້ມູນໄປສູ່ລະບົບດາຕ້າເຊັນເຕີ ທີ່ໄດ້ມາດຕະຖານເປັນຈຳນວນຫຼວງຫຼາຍ, ບໍລິສັດ ຊິໄນເດີ ອີເລັກຕຣິກ ຈຶ່ງມີຄວາມປະສົງຢາກເສີມສ້າງຄວາມຮູ້, ຄວາມເຂົ້າໃຈໃຫ້ກັບບັນດາລູກຄ້າຕະຫຼອດຈົນຮອດຜູ້ທີ່ສົນໃຈ ພາຍໃຕ້ຫົວຂໍ້ດັ່ງ ນີ້:

  • Schneider EcoStruxure Data Center Solution.

–  Power quality and management by Schneider UPS innovation ( Easy UPS, Galaxy VS).

–  Uniflair Efficient room Cooling for Data Center environment.

ໃນງານດັ່ງກ່າວມີຜູ້ສົນໃຈເຂົ້າຮ່ວມງານຢ່າງຄຶກຄື້ນຈາກຫຼາຍພາກສ່ວນ ປະກອບດ້ວຍນັກອອກແບບງານລະບົບໄອທີ, ທະນາຄານຕ່າງໆລວມເຖິງບໍລິສັດໂທລະຄົມໃນປະເທດລາວ. ທັງນີ້, ເຮົາຄາດຫວັງວ່າຜູ້ເຂົ້າຮ່ວມສຳມະນາຈະໄດ້ຮັບຄວາມຮູ້, ຄວາມເຂົ້າໃຈ ແລະ ສາມາດເລືອກໃຊ້ລະບົບປັບອາກາດທີ່ເໝາະສົມສຳລັບອົງກອນຂອງທ່ານໄດ້ຢ່າງຖືກຕ້ອງ ພາຍໃຕ້ງົບປະມານທີ່ເໝາະສົມ ແລະ ດ້ວຍປະສົບການ ແລະ ຄວາມເຊື່ອໝັ້ນຂອງ ບໍລິສັດ ຊິໄນເດີ ອີເລັກຕຣິກ ໃນດ້ານລະບົບປັບອາກາດທີ່ສາມາດຕອບສະໜອງລູກຄ້າໄດ້ຢ່າງຫຼາກຫຼາຍ ພ້ອມທັງທີມງານທີ່ມີຄວາມພ້ອມ ແລະ ຄວາມສາມາດໃນການໃຫ້ບໍລິການກ່ອນ ແລະ ຫຼັງການຂາຍ ສາມາດສ້າງຄວາມໝັ້ນໃຈໃນການຕັດສິນໃຈເລືອກໂຊລູຊັນທີ່ດີທີ່ສຸດ ແລະ ເໝາະສົມກັບອົງກອນຂອງຕົນເອງໄດ້.

ບໍລິສັດ ຊິໄນເດີ ອີເລັກຕຣິກ ໂອເວີຊີ ເອເຊຍ ສາຂາປະເທດລາວ ໄດ້ຈັດພິທີແຕ່ງຕັ້ງ ບໍລິສັດ ເອວີ ເທຣດດິ້ງ ຈໍາກັດ ໃຫ້ເປັນຕົວແທນຈໍາໜ່າຍທາງການ APC by Schneider ໃນປະເທດລາວ. ທັງນີ້, ກໍເພາະວ່າ ເອວີ ເທຣດດິ້ງ ເປັນບໍລິສັດທີ່ນໍາໜ້າດ້ວຍວິໄສທັດທາງດ້ານການສະໜອງການບໍລິການກຸ່ມສິນຄ້າທີ່ມີຄຸນນະພາບສູງ ແລະ ໂດດເດັ່ນທາງດ້ານນະວັດຕະກຳລະດັບໂລກໃຫ້ແກ່ສັງຄົມລາວ. ເອວີ ເທຣດດິ້ງ ເປັນບໍລິສັດທີ່ມີໂຄງສ້າງດ້ານການຈໍາໜ່າຍ, ການບໍລິການຫຼັງການຂາຍ ແລະ ການກະຈາຍສິນຄ້າທີ່ໝັ້ນຄົງໃນການຕອບສະໜອງໃຫ້ແກ່ບັນດາຫົວໜ່ວຍທຸລະກິດຕ່າງໆໃນທົ່ວປະເທດປະເທດ.

ດັ່ງນັ້ນ, ຊິໄນເດີ ອີເລັກຕຣິກ ຈຶ່ງໄດ້ມີການຈັດຕັ້ງແຜນທຸລະກິດຮ່ວມກັນ ແລະ ແຕ່ງຕັ້ງໃຫ້ ບໍລິສັດ ເອວີ ເທຣດດິ້ງ ຈໍາກັດ ເປັນຕົວແທນຈຳໜ່າຍທາງການໃນປະເທດລາວ ເພື່ອເປັນສູນກາງທາງດ້ານການສະໜອງສິນຄ້າໃຫ້ແກ່ບັນດາບໍລິສັດກ່ຽວຂ້ອງ ແລະ ພາກສ່ວນຮ້ານຄ້າທີ່ຈັດຈໍາໜ່າຍ APC by Schneider Electric ໃນລາວຢ່າງທົ່ວເຖິງ.

ໃນງານດັ່ງກ່າວ, ໄດ້ມີການເປີດຕົວສິນຄ້າໃໝ່ໃນກຸ່ມເຄື່ອງສໍາຮອງໄຟຟ້າ Easy UPS ເຊິ່ງມີທັງແບບ ( 1Ph BV Series ) ເຄື່ອງສໍາຮອງໄຟຟ້າລຸ້ນໃໝ່ທີ່ອອກແບບມາສໍາລັບປ້ອງກັນໄຟຟ້າທີ່ບໍ່ສະຖຽນ, ເປັນເຄື່ອງສໍາຮອງໄຟຟ້າອະເນກປະສົງທີ່ພັດທະນາຂຶ້ນມາ ເພື່ອຈັດການສະພາບພະລັງງານທີ່ບໍ່ສອດຄ່ອງກັນ, ໃນຂະນະດຽວກັນຍັງມອບຄວາມໄວ້ວາງໃຈທາງດ້ານຄຸນນະພາບໃຫ້ຜູ້ຊ່ຽວຊານດ້ານໄອທີທົ່ວໂລກ ນິຍົມໃຊ້ກັບວຽກງານທີ່ພັກອາໄສ ແລະ ຫ້ອງການທົ່ວໄປ. ນອກນີ້, ເຮົາຍັງມີເຄື່ອງສຳຮອງໄຟຟ້າແບບອອນລາຍ ( 1Ph Online ) ສຳລັບຜູ້ຊ່ຽວຊານດ້ານໄອທີໃນທຸລະກິດຂະໜາດນ້ອຍ ຈົນເຖິງຂະໜາດກາງໃຫ້ບໍລິການພື້ນຖານການປ້ອງກັນໄຟສໍາລັບພະລັງງານທີ່ບໍ່ສະຖຽນໃນທຸກເງື່ອນໄຂ ເພື່ອໃຫ້ໝັ້ນໃຈວ່າມັນສອດຄ່ອງ ແລະ ການເຊື່ອມຕໍ່ທີ່ເຊື່ອຖືໄດ້ໃນໄລຍະເວລາທີ່ສຳຄັນທີ່ສຸດ; ເຄື່ອງສຳຮອງໄຟຟ້າແບບອອນລາຍ, UPS ອະເນກປະສົງ, ຄຸນນະພາບສູງ, ລາຄາບໍ່ແພງເປັນເຄື່ອງສໍາຮອງໄຟຟ້າທີ່ພັດທະນາຂຶ້ນ ເພື່ອຮອງຮັບແຮງດັນໄຟຟ້າສູງ ແລະ ເງື່ອນໄຂພະລັງງານບໍ່ສອດຄ່ອງກັນ; ມອບຄຸນນະພາບທີ່ໜ້າເຊື່ອຖືໃຫ້ຜູ້ຊ່ຽວຊານດ້ານໄອທີນັບລ້ານຄົນທົ່ວໂລກ.

■  ກ່ຽວກັບ ຊິໄນເດີ ອີເລັກຕຣິກ

ຊິໄນເດີ ອີເລັກຕຣິກ ( Schneider Electric ) ເປັນຜູ້ຊ່ຽວຊານລະດັບໂລກດ້ານການບໍລິຫານຈັດການພະລັງງານ ແລະ ລະບົບອັດຕະໂນມັດ ໂດຍມີລາຍໄດ້ປະຈໍາປີ 2016 ເປັນມູນຄ່າ 25 ພັນລ້ານເອີໂຣ; ບໍລິສັດມີພະນັກງານ 144.000 ຄົນ ໄວ້ຖ້າບໍລິການລູກຄ້າໃນກວ່າ 100 ປະເທດທົ່ວໂລກ ເພື່ອຊ່ວຍໃຫ້ລູກຄ້າບໍລິຫານຈັດການພະລັງງານ ແລະ ຂະບວນການເຮັດວຽກໄດ້ຢ່າງປອດໄພ, ມີສະຖຽນລະພາບ, ປະສິດທິພາບ ແລະ ສ້າງຄວາມຍືນຍົງໃນການດໍາເນີນທຸລະກິດ ນັບຕັ້ງແຕ່ສະວິດໄຟທີ່ລຽບງ່າຍທີ່ສຸດໄປຈົນເຖິງລະບົບການເຮັດວຽກທີ່ສັບຊ້ອນ. ຊິໄນເດີ ອີເລັກຕຣິກ ຍັງເປັນເຈົ້າຂອງເຕັກໂນໂລຊີຊ໊ອຟແວຣ໌ ແລະ ການບໍລິການທີ່ຊ່ວຍໃຫ້ລູກຄ້າຍົກລະດັບປະສິດທິພາບດ້ານການບໍລິຫານຈັດການ ແລະ ການດໍາເນີນການໄດ້ແບບອັດຕະໂນມັດ, ເຕັກໂນໂລຊີທີ່ມີຄວາມສາມາດໃນການເຊື່ອມຕໍ່ຂອງພວກເຮົາ ຈະຊ່ວຍປັບປຸງໃບໜ້າອຸດສາຫະກໍາ, ປັບປ່ຽນຕົວເມືອງໄປສູ່ຄວາມເປັນອັດສະລິຍະ ແລະ ຊ່ວຍໃຫ້ຄຸນນະພາບຊີວິດຂອງມະນຸດໃຫ້ດີຂຶ້ນກວ່າເກົ່າ. ສໍາລັບ ຊິໄນເດີ ອີເລັກຕຣິກ ພວກເຮົາເອີ້ນສິ່ງນີ້ວ່າ: “ Life is On ” ( www.se.com ).