ດີແທ້ຄຳມ່ວນ! ປະກາດຂາຍເຂົ້າສານຄັງແຮ ເພື່ອຫຼຸດການເກງກຳໄລຂອງພໍ່ຄ້າມືກາງ

92

ເພື່ອເຮັດໃຫ້ລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຜູ້ຂອງປະຊາຊົນ ຜູ້ທີ່ມີລາຍຮັບຕໍ່າໂດຍສະເພາະແມ່ນເຂົ້າສານ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຄໍາມ່ວນຮ່ວມກັບສະຫະກອນພັດທະນາກະສິກໍາ ແລະ ກຸ່ມໂຮງສີເຂົ້າຄໍາມ່ວນພັດທະນາ ໄດ້ຈັດພິທີເປີດຮ້ານຂາຍເຂົ້າສານເພື່ອແຊກແຊງລາຄາເຂົ້າ ແລະ ດັດສະນີຕະຫຼາດ, ທັງນີ້ ກໍ່ເພື່ອເປັນການຫຼີກລ່ຽງການສວຍໂອກາດ ເພື່ອເກງກຳໄລຂອງພໍ່ຄ້າມືກາງທີ່ສ້າງຄວາມປັ່ນປ່ວນທາງດ້ານລາຄາ.

 

 

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ກັນຍາ 2019 ຜ່ານມາ, ທີ່ຕະຫຼາດສຸກສົມບູນ (ຫຼັກ 3) ເທດສະບານເມືອງທ່າແຂກ ໂດຍການສະໜັບສະໜູນຫ້ອງຂາຍ ຈາກໂຄງການພັດທະນາເສດຖະກິດພາກພື້ນ ແລະ ທ້ອງຖິ່ນ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ສະຖາບັນລຸ່ມແມ່ນ້ຳຂອງ ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄຳມ່ວນ, ທ່ານ ຈັນ ບຸບຜາລີວັນ ເຈົ້າເມືອງໆທ່າແຂກ, ມີສະພາປະຊາຊົນແຂວງ, ພະແນກອຸດສາຫະກຳ ແລະ ການຄ້າ, ຕາງໜ້າພະແນກການ ແລະ ຜູ້ປະກອບການກ່ຽວຂ້ອງເຂົ້າຮ່ວມ.

 

ເຊິ່ງການຈັດພິທີໃນຄັ້ງນີ້ ແມ່ນໄດ້ປະຕິບັດຕາມກະຊວງອຸດສາຫະກຳ ແລະ ການຄ້າ ໃນການຈັດຕັ້ງປະຕິບັດຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດຂອງລັດຖະບານໃຫ້ໄດ້ຮັບປະສິດທິຜົນ ພະແນກອຸດສາຫະກຳກ້າຄ້າແຂວງ ຈຶ່ງໄດ້ນຳມາຂາຍໃນລາຄາ 6.700 ກີບຕໍ່ກິໂລ ສຳລັບເຂົ້າສານໜຽວ.

 

ສ່ວນເຂົ້າສານຈ້າວແມ່ນມີຫຼາຍລາຄາໃຫ້ເລືອກຕາມຄວາມຕ້ອງການ ເຊິ່ງເໝາະສຳລັບພະນັກງານທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຜູ້ທີ່ມີລາຍຮັບຕໍ່າ ເພື່ອແກ້ໄຂຄວາມຂາດເຂີນດ້ານເຂົ້າກິນພາຍໃນຄອບຄົວ ທີ່ຈະຕ້ອງໄດ້ບໍລິໂພກເຂົ້າທີ່ມີຄຸນນະພາບ ສຳຄັນໄປກວ່ານັ້ນແມ່ນເພື່ອຮັກສາສະຖຽນລະພາບທາງດ້ານລາຄາສິນຄ້າ ແລະ ເສດຖະກິດໃຫ້ໝັ້ນຄົງ ຫຼີກລ່ຽງຜົນກະທົບຈາກບັນຫາອື່ນໆ ທີ່ຈະກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ, ຮັບປະກັນຄວາມສະຫງົບ, ຜູ້ບໍລິໂພກໄດ້ຮັບຄວາມເປັນທຳທັງທາງດ້ານປະລິມານ, ລາຄາ ແລະ ຄຸນນະພາບ.
ທັງເປັນການປະຕິບັດພາລະບົດບາດຂອງຂະແໜງການການຄ້າ ໃນການຕິດຕາມ, ກວດກາ, ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ. ພ້ອມນີ້, ຫຼີກລ່ຽງການສວຍໂອກາດເພື່ອເກງກຳໄລຂອງພໍ່ຄ້າມືກາງທີ່ສ້າງຄວາມປັ່ນປ່ວນທາງດ້ານລາຄາອີກດ້ວຍ.