ທະນາຄານກາງທົ່ວໂລກ ອາດບໍ່ມີເຄື່ອງມືຊຸກຍູ້ເສດຖະກິດທີ່ຕົກຕໍ່າ

56

ນັກເສດຖະສາດຈໍານວນຫຼາຍກັງວົນວ່າທະນາຄານກາງຫຼາຍປະເທດໃນໂລກ ອາດຈະເຮັດຫຍັງບໍ່ໄດ້ຫຼາຍໃນການແກ້ໄຂບັນຫາເສດຖະກິດໂລກຕົກຕໍ່າ ເນື່ອງຈາກອັດຕາດອກເບ້ຍຂອງໂລກຢູ່ໃນລະດັບຕໍ່າຢູ່ແລ້ວ, ຄຽງຄູ່ກັບບັນຫາທ້າທາຍທາງເສດຖະກິດທີ່ກໍາລັງກະທົບຫຼາຍດ້ານ ທັງສົງຄາມການຄ້າລະຫວ່າງ ອາເມຣິກາ ກັບ ຈີນ, ບັນຫາ ອັງກິດ ອອກຈາກ ອີຢູ ແລະ ການຂະຫຍາຍຕົວຊ້າລົງຂອງເສດຖະກິດເອີຣົບ.

ຫົວໜ່ວຍທຸລະກິດອາເມຣິກາ ເລີ່ມປົດພະນັກງານເພື່ອກຽມຮັບມືກັບການຂະຫຍາຍຕົວຊ້າລົງທາງເສດຖະກິດ ທີ່ຄາດຄະເນວ່າອາດຈະເກີດຂຶ້ນໃນໄລຍະປີໜ້າ.

ເມື່ອບໍ່ດົນມານີ້ ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາ ຂຽນຂໍ້ຄວາມລົງໃນທະວິດເຕີກວ່າ 30 ຄັ້ງ ໃຫ້ລະບົບທະນາຄານກາງຂອງອາເມຣິກາ ຫຼຸດອັດຕາດອກເບ້ຍລົງ ແລະ ລະບົບທະນາຄານກາງອາເມຣິກາ ມີກໍານົດປະຊຸມດ້ານນະໂຍບາຍຄັ້ງຕໍ່ໄປໃນວັນທີ 18 ເດືອນກັນຍານີ້ ເພື່ອຕັດສິນໃຈກ່ຽວກັບທິດທາງຂອງອັດຕາດອກເບ້ຍ.

ຢ່າງໃດກໍຕາມ, ການນໍາລະດັບສູງຂອງທະນາຄານກາງອາເມຣິກາ ໃຫ້ຮູ້ວ່າ: ການຫຼຸດອັດຕາດອກເບ້ຍນະໂຍບາຍໃນຕອນນີ້ຈະເປັນເລື່ອງຜິດພາດ ເນື່ອງຈາກເສດຖະກິດຂອງ ອາເມຣິກາ ຕອນນີ້ຈະມີດັດຊະນີບົ່ງຊີ້ບາງຢ່າງທີ່ເຮັດໃຫ້ໜ້າກັງວົນ, ແຕ່ອັດຕາດອກເບ້ຍໄລຍະສັ້ນໃນ ອາເມຣິກາ ນັ້ນຂ້ອນຂ້າງຕໍ່າຢູ່ແລ້ວ ແລະ ອັດຕາການວ່າງວຽກ ລວມທັງການໃຊ້ຈ່າຍຂອງຜູ້ບໍລິໂພກກໍຍັງເປັນທີ່ໜ້າພໍໃຈ.

ສະນັ້ນ, ການອອກນະໂຍບາຍຂອງລະບົບທະນາຄານກາງອາເມຣິກາ ຈຶ່ງຕ້ອງຂະຫຍາຍເວລາການຫຼຸດອັດຕາດອກເບ້ຍອອກໄປກ່ອນ ຈົນກວ່າຈະມີສັນຍານຂອງບັນຫາເສດຖະກິດທີ່ແຈ່ມແຈ້ງ.

ທັງນີ້, ເຢຍລະມັນ ເຊິ່ງເປັນປະເທດທີ່ມີເສດຖະກິດແຂງແກ່ນທີ່ສຸດໃນເອີຣົບ ເລີ່ມສົ່ງສັນຍານເຖິງການຕົກຕໍ່າທາງເສດຖະກິດ ແລະ ການຈ້າງວຽກຫຼຸດຕໍ່າລົງ.

ໃນເດືອນສິງຫາ ກິດຈະກໍາການຜະລິດທາງອຸດສາຫະກໍາ ໂດຍລວມຂອງປະເທດໃນກຸ່ມສະຫະພາບເອີຣົບ ຫຼື ອີຢູ ຫຼຸດໜ້ອຍຖອຍລົງເປັນເດືອນທີ 7.

ສ່ວນໃນ ອັງກິດ ບັນຫາຍືດເຍື້ອ ແລະ ຄວາມບໍ່ແນ່ນອນກ່ຽວກັບການຖອນຕົວຈາກ ອີຢູ ເປັນຜົນເຮັດໃຫ້ການຜະລິດທາງອຸດສາຫະກໍາຂອງ ອັງກິດ ຫົດຕົວລົງໃນອັດຕາຫຼາຍທີ່ສຸດໃນຮອບ 7 ປີ ເມື່ອເດືອນສິງຫາທີ່ຜ່ານມາ.

ແຕ່ຈາກເງື່ອນໄຂ ແລະ ສະພາບເສດຖະກິດຂອງໂລກໃນປັດຈຸບັນ ນັກເສດຖະສາດ ທັງຜູ້ວ່າການທະນາຄານກາງຂອງຫຼາຍໆປະເທດ ເລີ່ມກັງວົນວ່າເຄື່ອງມືທາງການເງິນທີ່ມີຢູ່ ເຊັ່ນ: ການຫຼຸດອັດຕາດອກເບ້ຍອາດຈະບໍ່ພຽງພໍທີ່ຈະຊ່ວຍຊຸກຍູ້ເສດຖະກິດໂລກໃຫ້ຟື້ນຄືນໄດ້ ເນື່ອງຈາກອັດຕາດອກເບ້ຍໃນເອີຣົບ ແລະ ໃນຍີ່ປຸ່ນ ຂະນະນີ້ຕໍ່າຈົນຢູ່ໃນແດນລົບຢູ່ແລ້ວ.

ນອກຈາກນີ້, ບັນຫາຊໍ້າເຮື້ອອີກດ້ານໜຶ່ງຂອງຫຼາຍປະເທດ, ຂະນະນີ້ຄືໜີ້ພາກຄົວເຮືອນ ຫຼື ໜີ້ພາກລັດທີ່ເປັນພາລະໜັກຂອງລັດຖະບານຫຼາຍປະເທດ ຈາກການອອກພັນທະບັດມູນຄ່າຫຼາຍພັນຕື້ໂດລາ ເພື່ອນໍາເງິນມາພັດທະນາເສດຖະກິດ.

ພາລະໜີ້ທີ່ວ່ານີ້ຫາກມີອັດຕາສ່ວນຫຼາຍເກີນໄປ ແລະ ບໍ່ຊ່ວຍເພີ່ມຜົນຜະລິດທາງເສດຖະກິດຂອງປະເທດ ຈະເຮັດໃຫ້ຄ່າເງິນຂອງປະເທດນັ້ນໆຕົກຕໍ່າລົງ ແລະ ສ້າງບັນຫາໃຫ້ກັບເສດຖະກິດຊໍ້າຮອຍໄດ້.