ນຳເລື່ອງລາວໃນທ້ອງຖິ່ນສອດແຊກກັບບົດຮຽນ ໜຶ່ງວິທີສ້າງຄວາມສົນໃຈໃຫ້ນັກຮຽນ

41

ການສຶກສາ ເປັນຂະແໜງໜຶ່ງທີ່ສຳຄັນ ທີ່ລັດຖະບານກຳນົດໃຫ້ເປັນບູລິມະສິດຫຼັກ ໃນການພັດທະນາຊັບພະຍາກອນມະນຸດ. ເຊິ່ງຕະຫຼອດໄລຍະຜ່ານມາການປະຕິຮູບການສຶກສາຂອງລັດຖະບານ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ພະຍາຍາມຊຸກຍູ້ສົ່ງເສີມບັນດາໂຮງຮຽນ ທີ່ໄດ້ເອົາໃຈພັດທະນາສິດສອນ ນັກຮຽນຈົນກາຍເປັນນັກຮຽນເກັ່ງໃນຂັ້ນລະດັບເມືອງ, ແຂວງ ແລະ ລະດັບຊາດຕາມລຳດັບ.

ในภาพอาจจะมี 4 คน, ผู้คนกำลังยืน, ชุดสูท และสถานที่กลางแจ้ง

ສະນັ້ນ, ເພື່ອເຮັດໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າອຸດົມໄຊ ເປັນໜຶ່ງໃນບັນດາໂຮງຮຽນທີ່ສ້າງນັກຮຽນເກັ່ງໄດ້ໃນລະດັບປະເທດ ການນຳແຂວງອຸດົມໄຊເນັ້ນໜັກໃຫ້ສຸມໃສ່ສ້າງຫຼັກສູດ ຫຼື ບົດສອນໂດຍນຳເອົາບົດຮຽນທີ່ມີຢູ່ໃນທ້ອງຖິ່ນ ທີ່ສອດຄ່ອງກັບບົດຮຽນແຊກເຂົ້າໄປນຳ ເພື່ອສ້າງຄວາມສົນໃຈໃຫ້ນັກຮຽນເຂົ້າໃຈການຮຽນໄດ້ດີ.

ในภาพอาจจะมี 3 คน, ฝูงชน

ວັນທີ 11 ກັນຍາ 2019 ຜ່ານມາ ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງໆອຸດົມໄຊ ໄດ້ພົບປະໂອ້ລົມພະນັກງານ, ຄູ-ອາຈານພາຍໃນຂົງເຂດສຶກສາດເທສະບານແຂວງ ຢູ່ສະໂມສອນໂຮງຮຽນສາມັນກິນນອນຊົນເຜົ່າອຸດົມໄຊ ເຂົ້າຮ່ວມມີ ທ່ານ ພວງວິໄລ ອິນທະວົງ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊ, ຄະນະອຳນວຍການແຕ່ລະໂຮງຮຽນ ພ້ອມດ້ວຍພະນັກງານ ແລະ ຄູ-ອາຈານເຂົ້າຮ່ວມ.

ในภาพอาจจะมี 10 คน, ผู้คนกำลังนั่ง

ໃນພິທີ ທ່ານໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານການສຶກສາໃນໄລຍະຜ່ານມາ ຈາກທ່ານ ພວງວິໄລ ອິນທະວົງ ອິນທະວົງ ຮັກສສການ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ການປະກອບຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆຈາກບັນດາຄະນະອຳນວຍການໂຮງຮຽນທີ່ເຂົ້າຮ່ວມ.

ในภาพอาจจะมี 15 คน, ผู้คนกำลังนั่ง, ตาราง และสถานที่ในร่ม

ໂອກາດດັ່ງກ່າວ ທ່ານເຈົ້າແຂວງກໍ່ໄດ້ສະແດງກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກສຶກສາທິການ ແລະ ກິລາແຂວງ ກໍຄືບັນດາໂຮງຮຽນຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະແມ່ນຄວາມເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະ ເຮັດໃຫ້ວຽກງານສຶກສາກໍ່ຄືການພັດທະນາບຸກຄະລາກອນ, ພັດທະນາຊັບພະຍາກອນມະນຸດພາຍໃນແຂວງນັບມື້ກວ້າງຂວາງ ແລະ ມີຄຸນນະພາບດີຂື້ນເທື່ອລະກ້າວ.

ในภาพอาจจะมี 2 คน, ดอกไม้
ໃນຂະນະດຽວກັນ, ທ່ານຍັງໄດ້ຕີລາຄາຕໍ່ກັບບາງດ້ານທີ່ຍັງຄົງຄ້າງ ເຊິ່ງຈະຕ້ອງໄດ້ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ການປະຕິບັດໜ້າທີ່ຂອງຕົນໃຫ້ໄດ້ຮັບຜົນດີມີຄຸນນະພາບ ໂດຍສະເພາະແມ່ນວຽກງານການພັດທະນາຊັບພະຍາກອນມະນຸດ ກໍຄືວຽກງານການສອນ-ການຮຽນ ຍັງບໍ່ທັນມີຄຸນນະພາບເທົ່າທີ່ຄວນ. ການສິດສອນຂອງຄູ-ອາຈານຢູ່ຕາມໂຮງຮຽນແຫ່ງຕ່າງໆພາຍໃນແຂວງຍັງບໍ່ທັນໄດ້ຮັບຜົນດີ ແລະ ອື່ນໆ ຕໍ່ກັບບັນຫາດັ່ງກ່າວກໍ່ໄດ້ເນັ້ນໃຫ້ຮູ້ກ່ຽວກັບຍຸດທະສາດການພັດທະນາວຽກງານການສຶກສາຂອງແຂວງໃນຕໍ່ໜ້າ ພ້ອມທັງເນັ້ນໃຫ້ສຸມໃສ່ສ້າງຫຼັກສູດ ຫຼື ບົດສອນໂດຍນຳເອົາບົດຮຽນທີ່ມີຢູ່ໃນທ້ອງຖິ່ນທີ່ສອດຄ່ອງກັບບົດຮຽນແຊກເຂົ້າໄປນຳ ເພື່ອສ້າງຄວາມສົນໃຈໃຫ້ນັກຮຽນ ແລະ ເຮັດໃຫ້ເຂົາເຈົ້າເຂົ້າໃຈບົດຮຽນໄດ້ດີ ສາມາດເປັນພື້ນຖານໃຫ້ແກ່ແຜນການສ້າງໂຮງຮຽນພອນສະຫວັນຢູ່ພາຍໃນແຂວງໃນຕໍ່ໜ້າ.

ในภาพอาจจะมี 5 คน, ผู้คนกำลังยืน และสถานที่กลางแจ้ง