ຫວຽດນາມ ເປີດນໍາໃຊ້ຟາມໂຊລາເຊວ ໃຫຍ່ທີ່ສຸດໃນອາຊຽນ

94

ຫວຽດນາມ ເປີດນໍາໃຊ້ຟາມໂຊລາເຊວ ຫຼື ຟາມພະລັງງານແສງຕາເວັນໃຫຍ່ທີ່ສຸດໃນອາຊຽນ ພ້ອມທັງຕັ້ງເປົ້າວ່າໃນປີ 2050 ພະລັງງານໄຟຟ້າຈາກແສງຕາເວັນ ຈະຕ້ອງມີອັດຕາສ່ວນ 20% ຂອງພະລັງງານໃນປະເທດ.

ຟາມພະລັງງານແສງຕາເວັນດັ່ງກ່າວ ຕັ້ງຢູ່ແຂວງເຕນິງ ທາງພາກໃຕ້ຂອງຫວຽດນາມ ໂດຍມີເນື້ອທີ່ກວ່າ 540 ເຮັກຕາ ຫຼື ປະມານ 3.375 ໄລ່ດ້ວຍເງິນລົງທຶນກວ່າ 391 ລ້ານໂດລາ ສາມາດຜະລິດກະແສໄຟຟ້າໄດ້ປະມານ 688 ລ້ານກິໂລວັດຕໍ່ປີ ເຊິ່ງທຽບເທົ່າກັບການໃຊ້ໄຟພາຍໃນຄົວເຮືອນຂອງປະຊາຊົນເກືອບ 320.000 ຄົວເຮືອນ ໂດຍກະແສໄຟຟ້າທີ່ຜະລິດໄດ້ໃນຟາມແຫ່ງນີ້ຄາດຄະເນວ່າຈະຖືກນໍາໄປໃຊ້ພາຍໃນແຂວງເຕນິງ.

ທ່ານ ຫວຽນ ວັນ ບິນ ປະທານຄະນະກໍາມາທິການເສດຖະກິດຂອງ ຫວຽດນາມ ກ່າວວ່າ: ການເປີດນໍາໃຊ້ໂຮງງານໂຊລາເຊວຟາມ ຈະເຮັດໃຫ້ແຂວງເຕນິງ ເປັນໜຶ່ງໃນເມືອງຫຼວງພະລັງງານແສງຕາເວັນ.

ລາຍງານຂອງລັດຖະບານຫວຽດນາມ ໃຫ້ຮູ້ວ່າ: ແຂວງເຕນິງ ເປັນໜຶ່ງໃນແຂວງທີ່ມີທ່າແຮງໃນດ້ານການໃຊ້ພະລັງງານທົດແທນ, ປັດຈຸບັນມີໂຮງງານພະລັງງານແສງຕາເວັນ 10 ໂຄງການ ໃນແຂວງດັ່ງກ່າວ ໂດຍ 6 ໂຄງການ ຢູ່ໃນຂົງເຂດລຸ່ມແມ່ນໍ້າບໍລິເວນບຶງເຊົາຕຽງ.