ຫຼາຍແຂວງສຸມໃສ່ແກ້ສິ່ງອຳນວຍຄວາມສະດວກ ຫຼັງລະດັບນໍ້າຫຼຸດລົງຕໍ່ເນື່ອງ

54

ສະຖານະການນ້ຳຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້ ເຖິງວ່າລະດັບນ້ຳໄດ້ຫຼຸດລົງຫຼາຍແລ້ວ ແຕ່ປະຊາຊົນຍັງຄົງພົບກັບຄວາມຍາກລຳບາກໃນການໃຊ້ຊີວິດປະຈຳວັນເພາະຫຼາຍຈຸດຍັງບໍ່ສາມາດໃຊ້ນ້ຳປະປາ ແລະ ໄຟຟ້າໄດ້ເທື່ອ, ຂະນະທີ່ພາກສ່ວນກ່ຽວຂ້ອງພວມສຸມໃສ່ແກ້ໄຂໂດຍສະເພາະໄຟຟ້າ.

ອີງຕາມການລາຍງານລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 12 ກັນຍາ 2019 ໃຫ້ຮູ້ວ່າ: ລະດັບນ້ຳຂອງທີ່ນະຄອນປາກເຊ ແຂວງຈຳປາສັກ ໃນຕອນເຊົ້າວັນທີ 12 ກັນຍາ 2019 ວັດແທກໄດ້ 11,28 ແມັດ ຫຼຸດລົງ 22 ຊັງຕີແມັດ ທຽບໃສ່ວັນທີ 11 ກັນຍາຜ່ານມາຢູ່ທີ່ 11,50 ແມັດ      ( ເຂດເຕືອນໄພ 11,00 ແມັດ ແລະ ເຂດອັນຕະລາຍ 12,00 ແມັດ ) ຄາດວ່າ ວັນທີ 13 ກັນຍາ ລະດັບນ້ຳຈະຫຼຸດລົງຢູ່ທີ່ 11,30 ແມັດ. ສ່ວນລະດັບແມ່ນ້ຳສາຂາ ເຊັ່ນ: ນ້ຳເຊບັ້ງໄຟ ທີ່ໄດ້ລົ້ນຝັ່ງຖ້ວມບັນດາບ້ານທີ່ຢູ່ລຽບສອງຝັ່ງເຊ ນ້ຳກໍໄດ້ຄ່ອຍໆຫຼຸດລົງເຊັ່ນກັນ ຈາກການວັດແທກໃນເຊົ້າວັນທີ 12 ກັນຍານີ້ ທີ່ເມືອງມະຫາໄຊ ແທກໄດ້ 16,52 ແມັດ ຫຼຸດລົງ 12 ຊັງຕີແມັດ ທຽບໃສ່ວັນທີ 11 ກັນຍາຜ່ານມາຢູ່ທີ່ 16,64 ແມັດ ( ເຂດອັນຕະລາຍ 15,00 ແມັດ ); ທີ່ຂົວເຊ ເມືອງເຊບັ້ງໄຟ ວັດແທກໄດ້ 21,19 ແມັດ ຫຼຸດລົງ 24 ຊັງຕີແມັດ ທຽບໃສ່ວັນທີ 11 ກັນຍາຜ່ານມາຢູ່ທີ່ 21,43 ແມັດ ( ເຂດອັນຕະລາຍ 18,50 ແມັດ ) ແຕ່ຍັງກາຍເຂດອັນຕະລາຍເກືອບ 3 ແມັດ ຄາດວ່າໃນວັນທີ 14 ກັນຍາ ລະດັບນ້ຳຈະຫຼຸດລົງຢູ່ທີ່ 20,95 ແມັດ. ສ່ວນລະດັບນ້ຳເຊຈຳພອນ ທີ່ແກ້ງກອກ ເມືອງຈຳພອນ ແລະ ເຊບັງຫຽງ ທີ່ແກ້ງໂດນ ເມືອງສອງຄອນ ແຂວງສະຫວັນນະເຂດ ຍັງບໍ່ສາມາດວັດແທກລະດັບນ້ຳໄດ້ ເນື່ອງຈາກລະດັບນ້ຳຍັງຖ້ວມສູງ. ສ່ວນລະດັບນ້ຳເຊໂດນ ທີ່ເມືອງຄົງເຊໂດນ ແຂວງສາລະວັນ ວັດແທກໄດ້ 6,30 ແມັດ ( ເຂດເຕືອນໄພ 12,30 ແມັດ ); ແມ່ນ້ຳເຊກອງ ທີ່ບ້ານເວີນແຄນ ແຂວງອັດຕະປື ວັດແທກໄດ້ 8,98 ແມັດ ( ເຂດລະວັງໄພ 15,00 ແມັດ ) ເຊິ່ງທັງແຂວງສາລະວັນ ແລະ ອັດຕະປື ລະດັບນ້ຳໄດ້ບົກແຫ້ງລົງເປັນປົກກະຕິແລ້ວ.

ແຂວງສະຫວັນນະເຂດ

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານສະພາບນ້ຳຖ້ວມຢູ່ພາຍໃນແຂວງ ໃນວັນທີ 11 ກັນຍາ 2019 ຜ່ານມາ ວ່າ: ຍັງມີນ້ຳຖ້ວມສູງຢູ່ເຂດເມືອງສອງຄອນ, ຈຳພອນ ແລະ ຊົນນະບູລີ ເຮືອນຊານຂອງປະຊາຊົນຫຼາຍຫຼັງຄາຍັງຈົມຢູ່ໃຕ້ນ້ຳ ແລະ ຄາດວ່າຍັງອີກຫຼາຍມື້ ກວ່າທີ່ນ້ຳຈະຫຼຸດລົງເຂົ້າສູ່ປົກກະຕິ ເຊິ່ງຜົນເສຍຫາຍຈາກນ້ຳຖ້ວມໃນຄັ້ງນີ້ ມີຜົນກະທົບຕໍ່ທີ່ຢູ່ອາໄສ ມີ 10 ເມືອງ, 165 ບ້ານ, 13.736 ຄອບຄົວ, 30.637 ຄົນ. ໃນນັ້ນ, ຕ້ອງຍົກຍ້າຍປະຊາຊົນອອກໄປຢູ່ບ່ອນທີ່ປອດໄພ ມີ 81 ບ້ານ, 7.433 ຄອບຄົວ, 27.252 ຄົນ, ບາງຄອບຄົວໄດ້ສູນເສຍສະມາຊິກໃນຄອບຄົວ, ເສຍຊີວິດ 4 ຄົນ, ຜົນກະທົບຕໍ່ເນື້ອທີ່ທຳການຜະລິດຂອງປະຊາຊົນໃນ 14 ເມືອງ 1 ນະຄອນ ມີ 463 ບ້ານ, 34.910 ຄອບຄົວ, ເນື້ອທີ່ນາປີຖືກນ້ຳຖ້ວມ 49.274 ເຮັກຕາ, ເນື້ອທີ່ສວນປູກພືດ 2.585 ເຮັກຕາ, ອ່າງເກັບນ້ຳ 11 ແຫ່ງ, ຄູກັນນ້ຳ 4 ແຫ່ງ, ປະຕູນ້ຳ 12 ແຫ່ງ ແລະ ສະຖານີຈັກສູບນ້ຳ 9 ແຫ່ງ, ໜອງປາຖືກນ້ຳຖ້ວມ 1.819 ໜອງ, ສັດລ້ຽງຕາຍ ແລະ ສູນຫາຍ 3.202 ໂຕ.

ນອກຈາກນັ້ນ, ກໍຍັງມີຜົນກະທົບຕໍ່ພື້ນຖານໂຄງລ່າງ ຄື: ເສັ້ນທາງເສຍຫາຍຫຼາຍກວ່າ 54 ເສັ້ນ, ບາງບ່ອນທາງຂາດ, ນ້ຳເຊາະເຈື່ອນ, ຂົວເປ່ເພຍຸບລົງ, ເສັ້ນທາງຫຼາຍບ່ອນຖືກຕັດຂາດບໍ່ສາມາດສັນຈອນໄປ – ມາໄດ້, ການເຂົ້າເຖິງປະຊາຊົນຜູ້ປະສົບໄພພົບຄວາມຫຍຸ້ງຍາກ, ມູນຄ່າຄວາມເສຍຫາຍເສັ້ນທາງ ແລະ ຂົວຫຼາຍກວ່າ 72 ຕື້ກີບ, ເສົາໄຟຟ້າຫຼາຍບ່ອນຫັກລົ້ມໃນບາງເຂດພື້ນທີ່ບໍ່ສາມາດກະຈາຍກະແສໄຟຟ້າໄດ້, ໝໍ້ແປງໄຟ, ກົງເຕີໄຟ, ເຄື່ອງໃຊ້ໄຟຟ້າຂອງປະຊາຊົນຈຳນວນຫຼາຍຖືກນ້ຳຖ້ວມເສຍຫາຍ ເຊິ່ງຍັງບໍ່ສາມາດສັງລວມຂໍ້ມູນໄດ້, ມີໂຮງຮຽນ 165 ແຫ່ງ ຖືກນ້ຳຖ້ວມ ແລະ 187 ໂຮງຮຽນບໍ່ສາມາດເປີດໄຂສົກຮຽນໃໝ່ທັນ, ມາຮອດປັດຈຸບັນມີ 81 ໂຮງຮຽນໃນບ່ອນທີ່ຖືກນ້ຳຖ້ວມບໍ່ສາມາດເປີດການຮຽນ – ການສອນໄດ້, ມີສຸກສາລາ 8 ແຫ່ງ ຖືກນ້ຳຖ້ວມບໍ່ສາມາດບໍລິການປະຊາຊົນໄດ້, ນ້ຳສ້າງ, ນ້ຳບາດານ 659 ໜ່ວຍ ແລະ ວິດຖ່າຍຫຼາຍພັນໜ່ວຍຖືກຖ້ວມ.

ເມືອງສອງຄອນ

ທ່ານ ອຳພອນ ສຸວັນລາສີ ຫົວໜ້າຫ້ອງການເມືອງສອງຄອນ ແຂວງສະຫວັນນະເຂດ ທັງເປັນຫົວໜ້າກອງເລຂາຄຸ້ມຄອງໄພພິບັດຂັ້ນເມືອງ ລາຍງານໃນວັນທີ 12 ກັນຍາ 2019 ວ່າ: ລະດັບນ້ຳຖ້ວມທີ່ເມືອງໃນເຊົ້າມື້ນີ້ໄດ້ຫຼຸດລົງຕື່ມອີກ 60 ຊັງຕີແມັດ ເຊິ່ງໄດ້ຫຼຸດລົງໄວກວ່າທີ່ຄາດໄວ້ ປັດຈຸບັນໄດ້ໃຫ້ປະຊາຊົນສ່ວນໜຶ່ງທີ່ເຫັນວ່າເຮືອນເຂົາເຈົ້ານ້ຳບົກລົງໃຫ້ເຂົ້າໄປອະນາໄມເຮືອນແລ້ວ ເພາະຕ້ອງໄດ້ອາໄສນ້ຳຖ້ວມສະລ້າງອອກ; ດ້ານໄຟຟ້າມີບ້ານທີ່ຖືກຕັດກະແສໄຟ 9 ບ້ານ, ມີ 15 ບ້ານ ຂາດນ້ຳປະປາ ໂດຍໃນມື້ນີ້ຄະນະຂອງເມືອງໄດ້ມີການປະຊຸມກັນວ່າຈະເປີດກະແສໄຟຟ້າ ເພື່ອຜະລິດນ້ຳປະປາ ແຕ່ຍັງບໍ່ທັນເປີດໃຫ້ພໍ່ແມ່ປະຊາຊົນໃຊ້ເທື່ອ. ຂະນະທີ່ການຊ່ວຍເຫຼືອກໍໄດ້ມີພາກສ່ວນຕ່າງໆເຂົ້າມາບໍລິຈາກເລື້ອຍໆ ແລະ ພວກເຮົາຈະຮັບບໍລິຈາກຈົນກວ່າສະພາບນ້ຳຖ້ວມ ແລະ ພໍ່ແມ່ປະຊາຊົນກັບເຂົ້າບ້ານເຮືອນເປັນປົກກະຕິ ຄາດວ່າຫຼັງນ້ຳຫຼຸດລົງໄລຍະທຳອິດການໃຊ້ຊີວິດຍັງຈະຕ້ອງລຳບາກຢູ່.

ແຂວງຄຳມ່ວນ

ຈາກຂໍ້ມູນຂອງກອງເລຂາຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງລາຍງານໃນວັນທີ 11 ກັນຍາ 2019 ນີ້ວ່າ: ປັດຈຸບັນແຂວງຄໍາມ່ວນ ມີເມືອງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 6 ເມືອງ ຄື: ບົວລະພາ, ຍົມມະລາດ, ມະຫາໄຊ, ເຊບັ້ງໄຟ ແລະ ໜອງບົກ ກວມເອົາ 200 ບ້ານ 13.577 ຄອບຄົວ, ປະຊາຊົນ 34.292 ຄົນ ໄດ້ຮັບຜົນກະທົບ, ມີເນື້ອທີ່ນາປີຖືກຖ້ວມ 15.375 ເຮັກຕາ, ໂຄງການຊົນລະປະທານຖືກນໍ້າຖ້ວມ 27 ໂຄງການ, ໜອງປາຖືກນໍ້າຖ້ວມ 223 ໜອງ, ບ້ານທີ່ຖືກຕັດກະແສໄຟຟ້າ 15 ບ້ານ, ປະຊາຊົນທີ່ຖືກຍົກຍ້າຍຈໍານວນ 39 ບ້ານ 2.891 ຄອບຄົວ, ເສັ້ນທາງເສຍຫາຍ 34 ເສັ້ນ, ເສັ້ນທາງຫຼວງແຫ່ງຊາດ 5 ຈຸດ, ຍາວ 5.900 ແມັດ, ເສັ້ນທາງຫຼວງຂອງເມືອງ 1 ຈຸດ, ຄວາມຍາວ 6 ແມັດ, ຖ້ວມຂົວ 5 ແຫ່ງ, ເສັ້ນທາງເຊື່ອມຕໍ່ລະ ຫວ່າງບ້ານຕໍ່ບ້ານຖືກຖ້ວມ 9 ຈຸດ, ໂຮງຮຽນ 35 ແຫ່ງ ແມ່ນໄດ້ປິດການຮຽນຊົ່ວຄາວ ແລະ ສຸກສາລາຈໍານວນ 4 ຫຼັງ. ພ້ອມນີ້, ຍັງມີສັດລ້ຽງປະເພດຕ່າງໆເສຍຫາຍ ແລະ ລົ້ມຕາຍຈຳນວນໜຶ່ງ ເຊິ່ງຕໍ່ກັບສະພາບການດັ່ງກ່າວ, ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ເມືອງທີ່ໄດ້ຮັບຜົນກະທົບ ກໍໄດ້ມີການປະສານສົມທົບກັບອໍານາດການປົກຄອງແຂວງ, ພະແນກການ, ຜູ້ປະກອບການ, ນັກທຸລະກິດຕະຫຼອດເຖິງຜູ້ທີ່ມີຈິດໃຈສັດທາ ໄດ້ຮ່ວມກັນແບ່ງປັນນໍ້າໃຈເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມພາຍໃນແຂວງ.

ທ່ານ ບຸນສີ ພົມມະໄຊ ເຈົ້າເມືອງເຊບັ້ງໄຟ ໃຫ້ສຳພາດໃນວັນທີ 12 ກັນຍາ 2019 ວ່າ: ສຳລັບນໍ້າຖ້ວມຢູ່ເມືອງເຊບັ້ງໄຟ ແມ່ນຍັງຢູ່ໃນລະດັບສູງ ແຕ່ລະດັບນ້ຳກໍໄດ້ຫຼຸດລົງຢ່າງຕໍ່ເນື່ອງຄາດວ່າອີກ 10 ວັນ ຈະຫຼຸດລົງເປັນປົກກະຕິ, ປະຊາຊົນທີ່ຍົກຍ້າຍອອກຈາກພື້ນທີ່ນ້ຳຖ້ວມມາຢູ່ສູນທີ່ພັກຊົ່ວຄາວ 2 ແຫ່ງ ຄື: ບ້ານແກ້ງແປ ແລະ ທ່າຄໍ້ນັ້ນ ຍັງບໍ່ສາມາດກັບເຂົ້າບ້ານເຮືອນຂອງຕົນໄດ້; ດ້ານສຸຂະພາບ ປັດຈຸບັນແມ່ນຍັງບໍ່ທັນພົບວ່າມີປະຊາຊົນເຈັບປ່ວຍ ແຕ່ສ່ວນໃຫຍ່ແມ່ນເປັນຕີນເປື່ອຍຍ້ອນນ້ຳກັດ ເນື່ອງຈາກຢູ່ໃນນໍ້າເປັນເວລາດົນ ເຊິ່ງທາງເມືອງໄດ້ແຕ່ງຕັ້ງແພດປະຈຳສຸກສາລາ ແລະ ແພດປະຈຳບ້ານ ເປັນເຈົ້າການໃນການປິ່ນປົ່ວຄົນເຈັບ ແລະ ຖ້າເຈັບປ່ວຍໜັກແມ່ນຈະໄດ້ນຳສົ່ງໄປຍັງໂຮງໝໍເມືອງ. ຂະນະທີ່ການຊ່ວຍເຫຼືອກໍຍັງມີຄວາມຕ້ອງການແບບເລັ່ງດ່ວນ ຄື: ນ້ຳ, ເຂົ້າສານ, ອາຫານແຫ້ງ ເນື່ອງຈາກລະດັບນ້ຳຖ້ວມຍັງເປັນເວລາອີກຫຼາຍວັນ.

ແຂວງຈຳປາສັກ

ຈາກການເກັບກຳຂໍ້ມູນຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ລາຍງານວ່າ: ທົ່ວແຂວງຈຳປາສັກ ມີເມືອງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທັງໝົດ 9 ເມືອງ ແລະ ນະຄອນປາກເຊ ທັງໝົດ 395 ບ້ານ, ມີ 42.187 ຄອບຄົວ ມີພົນລະເມືອງ 206.314 ຄົນ, ມີບ້ານທີ່ຖືກກະທົບໜັກ 104 ບ້ານ 6.466 ຄອບຄົວ, ມີພົນລະເມືອງ 40.033 ຄົນ ເຊິ່ງເຫດການຄັ້ງນີ້ມີຜູ້ເສຍຊີວິດ 7 ຄົນ​ ຍິງ 1 ຄົນ, ສູນຫາຍ 1 ຄົນ. ເນື້ອທີ່ທຳການຜະລິດຖືກຖ້ວມທັງໝົດ 37.509 ເຮັກຕາ. ໃນນັ້ນ, ເນື້ອທີ່ນາ 34.429 ເຮັກຕາ, ເນື້ອທີ່ປູກພືດ 3.017 ເຮັກຕາ. ຜົນກະທົບຕໍ່ສັດລ້ຽງຈຳນວນ 32.790 ໂຕ ( ງົວ 19.044 ໂຕ, ຄວາຍ 9.439 ໂຕ, ໝູ 2.024 ໂຕ, ແບ້ 2.284 ໂຕ​ ). ສ່ວນເສັ້ນທາງຖືກກະທົບທັງໝົດ 104 ເສັ້ນ ລວມຄວາມຍາວ 281,51 ກິໂລແມັດ, ຂົວ 5 ແຫ່ງ, ນ້ຳປະປາ 96 ບ້ານ, ໂຮງຮຽນ 104 ແຫ່ງ, ສຸກສາລາ 16 ຫຼັງ, ໂຮງໝໍ 4 ແຫ່ງ ແລະ ຫ້ອງການ 4 ແຫ່ງ.

ທ່ານ ບຸນທົງ ຫຼວງໄຊຍະລາດ ຫົວໜ້າພະແນກແຜນການ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຈຳປາສັກ ກ່າວວ່າ: ຈຳປາສັກ ເປັນແຂວງທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມໜັກພໍສົມຄວນ ເຊິ່ງເຮົາໄດ້ມີການຕັດໄຟຟ້າເບື້ອງຕົ້ນເພື່ອ ຄວາມປອດໄພຂອງປະຊາຊົນ ລວມປະມານ 167 ບ້ານ ປັດຈຸບັນໄດ້ມີການສ້ອມແປງຄືນແລ້ວ 100 ກວ່າບ້ານ ຍັງເຫຼືອພຽງແຕ່ 17 ບ້ານ ທີ່ຍັງບໍ່ສາມາດຊົມໃຊ້ໄຟຟ້າໄດ້ເປັນປົກກະຕິ ເນື່ອງຈາກມີເສົາໄຟຫັກຈຳນວນຫຼາຍຕົ້ນ ເສຍຫາຍໜັກກວ່າໝູ່ແມ່ນເມືອງຊະນະສົມບູນ 10 ບ້ານ, ເມືອງບາຈຽງ 1 ບ້ານ ແລະ ນະຄອນປາກເຊຍັງເຫຼືອ 1 ບ້ານ ເຊິ່ງຄວາມເສຍຫາຍຫຼັກທີ່ພົບເຫັນເບື້ອງຕົ້ນແມ່ນເສົາຫັກ 24 ຕົ້ນ, ສາຍສົ່ງໄຟຟ້າຂາດ, ໝໍ້ນັບໄຟຈົມນ້ຳຄາດຕົວເລກເບື້ອງຕົ້ນປະເມີນຄວາມເສຍຫາຍປະມານ 1 – 2 ຕື້ກີບ ເປັນຢ່າງຕ່ຳ.

ແຂວງສາລະວັນ

ພະແນກແຮງານ ແລະ ສະຫວັດດີການສັງຄົມແຂວງ ລາຍງານໃນວັນທີ 11 ກັນຍາຜ່ານມາ ວ່າ: ລະດັບນ້ຳຖ້ວມຢູ່ແຂວງສາລະວັນ ແມ່ນໄດ້ບົກແຫ້ງລົງຢູ່ໃນສະພາບປົກກະຕິແລ້ວ ເຊິ່ງທົ່ວແຂວງມີນ້ຳຖ້ວມ 3 ເມືອງ ຄື: ເມືອງສາລະວັນ, ວາປີ ແລະ ຄົງເຊໂດນ, ມີ 579 ບ້ານ. ໃນນັ້ນ, ບ້ານທີ່ໄດ້ຮັບຜົນກະທົບໜັກມີ 219 ບ້ານ ຈຳນວນ 35.698 ຄອບຄົວ, ມີພົນລະເມືອງ 136.884 ຄົນ.

ສ່ວນທີ່ແຂວງເຊກອງ ທ່ານ ຄຳສອນ ກອນເຍີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໃຫ້ຮູ້ວ່າ: ລະບົບຄວາມເສຍຫາຍດ້ານພື້ນຖານໂຄງລ່າງຕ່າງໆແມ່ນເສຍຫາຍຈຳນວນຫຼາຍເສັ້ນທາງຫຼວງແຫ່ງຊາດຈາກເທສະບານແຂວງ – ເມືອງດາກຈຶງ – ກະລຶມ ອອກສູ່ ສສ ຫວຽດນາມ ຍັງໃຊ້ການບໍ່ໄດ້, ນ້ຳປະປາ ເປ່ເພຍັງໃຊ້ໄດ້ບໍ່ສົມບູນ, ໄຟຟ້າຖືກຕັດຂາດໜັກກວ່າເຂດອື່ນແມ່ນເມືອງກະລຶມ ເສັ້ນທາງອອກຈາກເມືອງໄປຫາເຂື່ອນອີ່ມູນ ສະພາບລວມເປັນເຂດພູດອຍມີເສົາໄຟຟ້າຫັກຈຳນວນຫຼາຍ, ຫົນທາງຖືກຕັດຂາດໄປຫາກັນໄດ້ຍາກ ປັດຈຸບັນຍັງມີຫຼາຍບ້ານບໍ່ມີໄຟຟ້າຊົມໃຊ້ ເຊິ່ງທາງລັດວິສາຫະກິດໄຟຟ້າແຂວງກຳລັງເລັ່ງສ້ອມແປງ.