ອຸຕຸເຕືອນອີກຄັ້ງ ພາກກາງ-ໃຕ້ ກຽມຮັບມືກັບຝົນຕົກໜັກ 20-25 ກັນຍານີ້

97

ໃນໄລຍະວັນທີ 20 ຫາ 25 ກັນຍາ 2019 ສະພາບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງພັດປົກຄຸມສົມທົບກັບພາຍຸໝູນເຂດຮ້ອນຈະພັດຜ່ານເຂດພາກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ແລະ ມີລົມພັດແຮງ ແລະ ເກີດມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

 

ຂະນະທີ່, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດປະຈຳ 3 ເດືອນ (ກັນຍາ-ຕຸລາ-ພະຈິກ 2019) ສະບັບເລກທີ 1287/ກອຕທ ລົງວັນທີ 12 ກັນຍາ 2019ວ່າ: ສະພາບ ໄລຍະວັນທີ 10 ຫາ 17 ກັນຍາ 2019 ຮ່ອງຄວາມກົດດັນອາກາດຕໍ່າຈະສືບຕໍ່ເຄື່ອນທີ່ພັດຜ່ານພາກ ເໜືອ ແລະ ພາກກາງ, ສົມທົບກັບລົມມໍລະສຸມພັດປົກຄຸມດ້ວຍກຳລັງອ່ອນ ຫາ ປານກາງ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ.

 

ໃນໄລຍະວັນທີ 17 ຫາ 30 ກັນຍາ 2019 ຮ່ອງຄວາມກົດດັນຕໍ່າຂອງອາກາດຕໍ່າ ຈະຍັບລົງເຄື່ອນທີ່ຜ່ານພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ປ່ອງເຂົ້າພາຍຸເຂດໝູນເຂດຮ້ອນ, ທີ່ກໍ່ຕົວຢູ່ເຂດທະເລຈີນຕອນໃຕ້ ແລະ ມີທ່າອ່ຽງເຄື່ອນທີ່ຜ່ານພາກກາງຂອງປະເທດ ສສ ຫວຽດນາມ ແລະ ພາກກາງ ຫາ ພາກໃຕ້ຂອງ ສປປ ລາວ. ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນເຂດພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້.

 

ສຳລັບສະພາບອາກາດໃນເດືອນ ຕຸລາ 2019 ໃນໄລຍະຕົ້ນເດືອນ ຕຸລາ 2019 ຮ່ອງຄວາມດັນອາກາດຕໍ່າ ຫຼື ຮ່ອງຝົນ ຈະສືບຕໍ່ເຄື່ອນທີ່ຜ່ານເຂດພາກກາງ ແລະ ພາກໃຕ້ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ປ່ອງໃສ່ພາຍຸເຂດຮ້ອນໝູນທີ່ກໍ່ຕົວຢູ່ເຂດທະເລຈີນໃຕ້ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນສ່ວນຫຼາຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນເຂດພາກກາງ ແລະ ພາກໃຕ້ ໃນໄລຍະກາງກາງ ຫາທ້າຍເດືອນຕຸລາ 2019.

 

ພ້ອມນີ້, ມວນອາກາດເຢັນຈາກປະເທດ ສປຈີນ ຈະເຄື່ອນທີ່ແຜ່ລົງມາປົກຄຸມເຂດພາກເໜືອຂອງ ສປປ ລາວ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນລົງໃນແຕ່ລະພາກ, ມີຝົນຕົກຫຼຸດລົງ ໂດຍຈະຕົກຢູ່ບາງທ້ອງຖິ່ນເລັກນ້ອຍ, ສ່ວນພາກໃຕ້ ຍັງຈະມີຝົນໃນລະດັບຄ່ອຍຫາປານກາງ ຢູ່ບາງທ້ອງຖິ່ນຕື່ມອີກ.
ສ່ວນສະພາບອາກາດໃນເດືອນ ພະຈິກ 2019 ໃນໄລຍະຕົ້ນເດືອນ ພະຈິກ 2019 ບໍລິເວນຄວາມກົດດັນສູງຂອງອາກາດເຢັນກຳລັງປານກາງ ຈະປົກຄຸມເຂດພາກເໜືອ ແລະ ພາກກາງ ແລະ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ໃນເຂດພາກເໜືອ ລົງຫາ ພາກກາງ ແລະ ເຂດພູພຽງບໍລິເວນ. ສຳລັບເຂດພາກໃຕ້ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນຕື່ມອີກ.

 

ຂະນະທີ່, ການຄາດຄະເນສະພາບພາຍຸໝູນເຂດຮ້ອນແຕ່ເດືອນ ກັນຍາ ຫາ ພະຈິກ 2019 ໃນແຕ່ລະໄລຍະວັນທີ 10 ຫາ 30 ກັນຍາ 2019 ຄາດຄະເນຈະມີພາຍຸໝູນເຂດຮ້ອນເຄື່ອນທີ່ພັດຜ່ານ ສປປ ລາວ ຈຳນວນ 1 ຫົວ ເຊິ່ງສ່ວນໃຫຍ່ ຈະຜ່ານແຂວງພາກາງ ແລະ ພາກໃຕ້ ຂອງ ສປປ ລາວ. ສ່ວນຢູ່ເຂດມະຫາສະໝຸດປາຊີຟິກ ແລະ ເຂດທະເລຈີນຕອນໃຕ້ ຈະມີພາຍຸໝູນເຂດຮ້ອນເກີດຂຶ້ນຕື່ມອີກຈົນຮອດທ້າຍເດືອນ ທັນວາ 2019 ປະມານ 8 ຫົວ ເຊິ່ງໃນນີ້, ຈະມີກຳລັງແຮງເປັນພາຍຸໄຕ້ຝຸ່ນຈຳນວນ 4 ຫົວ.

 

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງ ທຸກພາກສ່ວນຄວນມີສະຕິລະມັດລະວັງ ຕໍ່ສະພາບອາກາດຮ້າຍແຮງ ພ້ອມທັງກະກຽມຮັບມືກັບສະພາບດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ໃນໄລຍະເດືອນ ກັນຍາ 2019 ນີ້.  ສຳລັບການຄາດຄະເນປະລິມານຝົນສະສົມໃນໄລຍະທ້າຍເດືອນ ກັນຍາ-ຕຸລາ -ພະຈິກ 2019 ພາກເໜືອດ້ານຕາເວັນອອກ ຈະມີຝົນເທົ່າເກນປົກກະຕິ; ພາກກາງ ຝົນລິນເກນປົກກະຕິ ຢູ່ເຂດໂພນໂຮງ, ໄຊສົມບູນ, ຄຳມ່ວນ ແລະ ສະຫວັນນະເຂດ, ສ່ວນແຂວງບໍລິຄຳໄຊ ຈະມີຝົນຫຼຸດເກນປົກກະຕິ. ສ່ວນພາກໃຕ້ ຈະມີຝົນລິນເກນປົກກະຕິ.