ເຈົ້າແຂວງໄຊຍະບູລີ ລົງຊຸກຍູ້ການປູກພືດລະດູຝົນຢູ່ເມືອງຫົງສາ

149

ໃນວັນທີ 11 ກັນຍາ 2019 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ຂະບວນການປູກພືດລະດູຝົນ ( ຜັກເຮືອນຮົ່ມ ) ຢູ່ບ້ານນາແກ່ນຄໍາ ເມືອງຫົງສາ ແຂວງໄຊຍະບູລີ ໃຫ້ການຕ້ອນຮັບ ແລະ ນໍາພາລົງພື້ນທີ່ທໍາການຜະລິດໂດຍ ທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ, ມີພະນັກງານວິຊາການ ແລະ ປະຊາຊົນຊາວກະສິກອນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ການຢ້ຽມຢາມຄັ້ງນີ້ທີມງານຂອງທ່ານເຈົ້າແຂວງ ແມ່ນໄດ້ຮັບຟັງການລາຍງານຫຍໍ້ຂອງສະຫະກອນສົ່ງເສີມກະສິກໍາຈາກຕາງໜ້າກຸ່ມ, ສະຫະກອນສົ່ງເສີມກະສິກໍາ ເມືອງຫົງສາ ເກີດຂຶ້ນຈາກການເຕົ້າໂຮມເອົາ 10 ກຸ່ມຜະລິດ ຄື: ກຸ່ມພັດທະນາໄມ້ປ່ອງ, ກຸ່ມສົ່ງເສີມກະສິກໍາສະອາດ, ກຸ່ມຕັດຫຍິບ, ກຸ່ມປຸງແຕ່ງຜົນຜະລິດກະສິກໍາ, ກຸ່ມປູກຝ້າຍພື້ນເມືອງ, ກຸ່ມປູກພືດຜັກສະອາດ, ກຸ່ມປູກເຫັດ, ກຸ່ມລ້ຽງສັດໃຫຍ່, ກຸ່ມລ້ຽງໝູລາດ ແລະ ກຸ່ມປຸງແຕ່ງຜະລິດຕະພັນແຈ່ວ ເຊິ່ງລວມມີ 138 ຄອບຄົວ ຈາກ 4 ບ້ານ ເຊັ່ນ: ບ້ານນາແກ່ນຄໍາ, ບ້ານສີມຸງຄຸນ, ບ້ານຫານ ແລະ ບ້ານໂພນຈັນ, ປັດຈຸບັນສະຫະກອນໂດຍສະເພາະແມ່ນກຸ່ມປູກພືດຜັກສະອາດ ໂດຍໄດ້ເລັ່ງໃສ່ໃນການປູກຜັກບົ່ວ ແລະ ຜັກຫອມປ້ອມໃນເຮືອນຮົ່ມ ເຊິ່ງມີຈໍານວນເຮືອນຮົ່ມ 38 ຫຼັງ, ສ່ວນກຸ່ມອື່ນກໍສືບຕໍ່ຜະລິດຢ່າງເປັນຂະບວນ, ສ່ວນຜົນຜະລິດຕ່າງໆແມ່ນສົ່ງປ້ອນຕະຫຼາດເມືອງຫົງສາ, ເມືອງເງິນ ແລະ ແຂວງຫຼວງພະບາງຈໍານວນໜຶ່ງ ສາມາດສ້າງລາຍຮັບເຂົ້າແຕ່ລະກຸ່ມ 76 ລ້ານກວ່າກີບຕໍ່ເດືອນ, ສະຫະກອນດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ ບໍລິສັດ HPC ປະກັນຊີວິດ ແລະ ບໍລິສັດ ໄຟຟ້າຫົງສາ.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ກໍໄດ້ຊີ້ນໍາ ແລະ ຮຽກຮ້ອງໃຫ້ສະມາຊິກແຕ່ລະກຸ່ມ ແລະ ປະຊາຊົນພາຍໃນບ້ານນາແກ່ນຄຳຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນໃນການອອກແຮງງານ ແລະ ເອົາໃຈໃສ່ໃນການບົວລະບັດ – ຮັກສາພືດລະດູຝົນ ພ້ອມທັງຂະຫຍາຍເນື້ອທີ່ການປູກໃຫ້ ກວ້າງຂວາງ ເພື່ອຮັບປະກັນໃນຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງແຂວງ, ສືບຕໍ່ປຸງແຕ່ງຜະລິດຕະພັນກະສິກໍາໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບເພື່ອສົ່ງອອກ, ເອົາໃຈໃສ່ຕໍ່ບັນຫາປາກົດການຫຍໍ້ທໍ້ພາຍໃນບ້ານ ເຊັ່ນ: ຢາເສບຕິດ, ອາລະວາດຄອບຄົວ, ອຸບັດເຫດຕາມທ້ອງຖະໜົນ, ໂສເພນີ, ການປະຮ້າງ ແລະ ອື່ນໆ ໂດຍເລີ່ມສຶກສາອົບຮົມ ແຕ່ຂັ້ນຄອບຄົວເພື່ອໃຫ້ລູກ – ຫຼານຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ, ເອົາໃຈໃສ່ຕໍ່ວຽກງານວັດທະນະທໍາ – ສັງຄົມ ເປັນຕົ້ນແມ່ນສືບຕໍ່ແກ້ໄຂການສຶກສາ ໂດຍລະດົມໃຫ້ແຕ່ລະຄອບຄົວສົ່ງເສີມລູກ – ຫຼານໃຫ້ໄດ້ເຂົ້າຮຽນຕາມເກນອາຍຸ ແລະ ໄດ້ຮຽນຕໍ່ວິຊາຊີບ, ຫຼີກລຽງການປະລະການຮຽນ, ເອົາໃຈໃສ່ໂຄສະນາສຸຂະສຶກສາເພື່ອຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດຕາມລະດູການ, ເອົາໃຈໃສ່ເກັບກໍາສະຖິຕິແຮງງານທີ່ໄປອອກແຮງງານນໍາບໍລິສັດໄຟຟ້າ, ໄປອອກແຮງງານຢູ່ຕ່າງປະເທດຂອງແຕ່ລະຄອບຄົວໃຫ້ລະອຽດຈະແຈ້ງ ແລະ ເອົາໃຈໃສ່ປັບປຸງແບບແຜນນໍາພາ, ແບບແຜນວິທີເຮັດວຽກຂອງຄະນະບ້ານ.

[ ໂດຍ: ອຸ່ນເຮືອນ ໂພທິລັກ ]