ເປັນຫ່ວງລາຄາເຂົ້າປີໜ້າ! ນາຢູ່ອາດສະພັງທອງ 1.000 ເຮັກຕາເສຍຫາຍຍ້ອນນໍ້າຖ້ວມ

64

ນັບແຕ່ຕົ້ນເດືອນກັນຍາຜ່ານມາ ຫຼາຍແຂວງປະສົບກັບໄພນໍ້າຖ້ວມຢ່າງໜັກ, ຂະນະທີ່, ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດປະສົບກັບໄພນໍ້າຖ້ວມຕິດຕໍ່ກັນເຖິງ 3 ຄັ້ງ ສົ່ງຜົນໃຫ້ 19 ບ້ານໄດ້ຮັບຜົນກະທົບ ແລະ ມີເນື້ອທີ່ນາກວ່າ 1.000 ເຮັກຕາເສຍຫາຍໜັກຍ້ອນນໍ້າຖ້ວມ.

 

ອີງຕາມການລາຍງານຂອງທ່ານ ພອນເພັດ ໄຊປັນຍາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ອາດສະພັງທອງ ໃຫ້ຮູ້ວ່າ: ນັບແຕ່ເຂົ້າລະດູຝົນມານີ້ ຊາວກະສິກອນພາຍໃນເມືອງ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມແລ້ວ 3 ຄັ້ງຕິດຕໍ່ກັນເຮັດໃຫ້ 19 ບ້ານ ທີ່ຂຶ້ນກັບເມືອງຄື: ບ້ານ ດົງເຫັນ, ດົງກິໂລ, ພັງໂຮ, ສີວິໄລ, ນານໍ້າທ່ຽງ, ດົງກຶມ, ນາໄລໂຄກ, ດົງຂວາງ, ໄລກະທະ, ປົ່ງດົງ, ປົ່ງນາ, ນາແຜກ, ດົງໝາກກໍ, ດົງນາຂາມ, ນາຫຼັກ, ນາຄໍາໃຕ້, ຕະບອງເພັດ, ໜອງປາກຊ່ອງ, ນາສະຫວ່າງ ຖືກນໍ້າຖ້ວມເນື້ອທີ່ທໍາການຜະລິດເຂົ້ານາປີທັງໝົດ 2.337 ເຮັກຕາ, ເສຍຫາຍແລ້ວ 1.211 ເຮັກຕາ.

 

ເຫດການດັ່ງກ່າວເຮັດໃຫ້ປະຊາຊົນ 1.583 ຄອບຄົວ ໃນ 19 ບ້ານ ໄດ້ຮັບຜົນກະທົບ. ໃນນັ້ນ; ມີໜອງປາລວມ 5 ໜອງເນື້ອທີ່ 6,3 ເຮັກຕາ, ໜອງປາບຸກຄົນ 155 ໜອງເນື້ອທີ່ 51 ເຮັກຕາ ຖືກຖ້ວມ ແລະ ເຮັດໃຫ້ປາທີ່ປ່ອຍປະມານ 57.960 ໂຕເສຍຫາຍ.

 

ຕໍ່ກັບສະພາບການດັ່ງກ່າວ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຂຶ້ນແຜນກະກຽມຊອກຫາແນວພັນພືດເຊັ່ນ: ໜາກແຕງ, ສາລີ ແລະ ພືດຜັກຕ່າງໆ ເພື່ອລົງແຈກຢາຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບເພື່ອປູກທົດແທນເຂົ້ານາປີທີ່ເສຍຫາຍແລ້ວ.