ເຝົ້າລະວັງພະຍາດປອດບວມ ອັນຕະລາຍທີ່ມາກັບໄພນໍ້າຖ້ວມ

91

ໄພນໍ້າຖ້ວມທີ່ວ່າຮ້າຍແຮງ, ສ້າງ ຄວາມສູນເສຍທັງຊີວິດ ແລະ ຊັບສິນເງິນຄໍາແລ້ວ ມັນຍັງມາພ້ອມກັບພະຍາດທີ່ຕາມມາຊໍ້າຕື່ມ ເຮັດໃຫ້ຕ້ອງໄດ້ເຝົ້າລະວັງສັດລ້ຽງຂອງຕົນເອງທີ່ອາດຕິດເຊື້ອພະຍາດກໍເປັນໄດ້. ດັ່ງນັ້ນ, ຄວາມຮູ້ກະສິກໍາມື້ນີ້ກໍບໍ່ພາດທີ່ຈະນໍາຫາເອົາຂໍ້ມູນກ່ຽວກັບພະຍາດປອດບວມທີ່ມັກເກີດຂຶ້ນກັບງົວ ແລະ ມາພ້ອມກັບໄພນໍ້າຖ້ວມໃຫ້ທ່ານຜູ້ອ່ານໄດ້ສຶກສາ ແລະ ນໍາໄປເປັນຂໍ້ມູນໃນການເຝົ້າລະວັັງສັດລ້ຽງຂອງຕົນເອງຢ່າງໃກ້ຊິດ.

ອາການສະແດງອອກ: ສ່ວນຫຼາຍສັດທີ່ເປັນພະຍາດນີ້ຈະມີອາການຊຶມ, ມີໄຂ້ຂຶ້ນສູງ, ນໍ້າມູກຍ້ອຍ, ໄອ, ຫາຍໃຈໄວ, ມີອາການຫອບ ຫຼື ຫາຍໃຈຍາກ ພ້ອມສຽງຫາຍໃຈດັງແຮງ, ນໍ້າລາຍໄຫຼ, ນໍ້າຕາໄຫຼ, ບາງຄັ້ງຫາກນໍ້າມູກເຂົ້າຂັ້ນໜຽວຈະສົ່ງກິ່ນເໝັນອອກມາ, ສ່ວນລັກສະນະພາຍນອກຈະມີຂົນແຂງ ແລະ ແຫ້ງ, ຕາໂກນ, ຈ່ອຍຜອມ, ບາງຄັ້ງກໍມີອາການທ້ອງອືດນໍາ, ອາການຂອງພະຍາດນີ້ຈະຮຸນແຮງຂຶ້ນເລື້ອຍໆຫາກບໍ່ໄດ້ຮັບການປິ່ນປົວ ແລະ ອາດຕາຍໄດ້ໃນທີ່ສຸດ.

ການປິ່ນປົວ: ຕ້ອງປິ່ນປົວຕາມສາເຫດ ແລະ ອາການ ໂດຍໃຫ້ແຍກງົວທີ່ປ່ວຍອອກຈາກຝູງໄປລ້ຽງໃນບ່ອນອົບອຸ່ນ, ສະອາດ, ມີອາກາດຖ່າຍເທສະດວກ ແລະ ໃຫ້ຢາປິ່ນປົວຕາມອາການ ໂດຍຕ້ອງປະຕິບັດຕາມທີ່ສັດຕະວະແພດແນະນໍາທຸກຢ່າງ ແລະ ປະຕິບັດຕາມທຸກຂັ້ນຕອນຢ່າງເຄັ່ງຄັດ.

ການຄວບຄຸມ ແລະ ການປ້ອງກັນ: ຄວນເອົາໃຈໃສ່ດູແລງົວຢ່່າງໃກ້ຊິດ ເພື່ອສັງເກດອາການຜິດປົກກະຕິ ເພື່ອຈະໄດ້ຮັກສາ, ຄວບຄຸມ ແລະ ປ້ອງກັນໃຫ້ຖ່ວງທັນ, ຮັກສາຄວາມສະອາດຄອກ ແລະ ສິ່ງແວດລ້ອມອ້ອມຮອບໃຫ້ສະອາດຢູ່ສະເໝີ, ປັບປຸງສະຖານທີ່ລ້ຽງ ຫຼື ຄອກໃຫ້ກວ້າງຂວາງຂຶ້ນ ແລະ ສາມາດບັງແດດບັງຝົນໄດ້ເປັນຢ່າງດີ, ມີການສີດວັກຊີນປ້ອງກັນພະຍາດຕາມໄລຍະເວລາທີ່ກໍານົດຢ່າງເຄັ່ງຄັດ ເວົ້າລວມແລ້ວຜູ້ລ້ຽງແມ່ນຕ້ອງໝັ່ນກວດກາສັດລ້ຽງຂອງຕົນເອງຢູ່ຕະຫຼອດ ຫາກພົບອາການຜິດປົກກະຕິ ຕ້ອງແຈ້ງໃຫ້ສັດຕະວະແພດປະຈໍາບ້ານ ຫຼື ໜ່ວຍງານກ່ຽວຂ້ອງທັນທີ ເພື່ອສາມາດຄວບຄຸມ ແລະ ປິ່ນປົວໄດ້ທັນການ.

ທີ່ມາ: niah.dld.go.th › AnimalDisease › cow_pneumonia