ເມືອງສະໝ້ວຍ ຕັ້ງເປົ້າສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6-7%

104

ໄລຍະ 5 ປີຜ່ານມາ ເມືອງສະໝ້ວຍ ແຂວງສາລະວັນ ສຸມໃສ່ພັດທະນາພື້ນຖານໂຄງລ່າງເຮັດໃຫ້ສາມາດຄົມມະນາຄົມໄດ້ສອງລະດູການກວມກວ່າ 50% ເຮັດໃຫ້ການຈໍລະຈອນສິນຄ້າສະດວກຂຶ້ນ ທັງກາຍເປັນທ່າແຮງໜຶ່ງໃນການຍູ້ການພັດທະນາເສດຖະກິດພາຍໃນເມືອງໃຫ້ຂະຫຍາຍຕົວຂຶ້ນ ຈົນເຮັດໃຫ້ບ້ານທຸກຍາກຫຼຸດຈາກ 67% ມາຢູ່ທີ່ 56%. ຂະນະທີ່ແຕ່ນີ້ຮອດປີ 2024 ທາງເມືອງຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 6 – 7% ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ທີ່ 959 ໂດລາ.

ທ່ານ ບຸນນານ ປັນຍາຈັກ ເຈົ້າເມືອງສະໝ້ວຍ ເຜີຍໃຫ້ຮູ້ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII ໃນວັນທີ 12 ກັນຍາຜ່ານມາ ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ວຽກງານກໍ່ສ້າງປັບປຸງພື້ນຖານໂຄງລ່າງໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ, ເດັ່ນກວ່າໝູ່ກໍແມ່ນເສັ້ນທາງສະໝ້ວຍ – ອາສົກ ແລະ ເສັ້ນທາງລະໄລ – ໂກຕ່າຍ ແມ່ນໄດ້ຍົກລະດັບດີຂຶ້ນກວ່າເກົ່າ, ທົ່ວເມືອງມີເສັ້ນທາງໄປໄດ້ສອງລະດູກວມ 55% ເພີ່ມຂຶ້ນ 20 ບ້ານ ເຮັດໃຫ້ການໄປ – ມາ, ຊື້ – ຂາຍຈໍລະຈອນສິນຄ້າມີຄວາມສະດວກວ່ອງໄວຂຶ້ນ ແລະ ເປັນທ່າແຮງໜຶ່ງທີ່ສຳຄັນຕໍ່ກັບການພັດທະນາເສດຖະກິດສັງຄົມຂອງເມືອງ

ທົ່ວເມືອງມີບ້ານຊົມໃຊ້ໄຟຟ້າກວມ 82,35% ເພີ່ມຂຶ້ນ 20 ບ້ານ, ຄອບຄົວທຸກຍາກຈາກ 68% ຍັງເຫຼືອ 54%, ບ້ານທຸກຍາກຈາກ 67% ຍັງເຫຼືອ 56%, ດ້ານວຽກງານເສດຖະກິດກໍມີການຂະຫຍາຍຕົວຢ່າງຕໍ່ເນື່ອງໝັ້ນທ່ຽງ ແລະ ຖືກທິດ, ອັດຕາການຂະຫຍາຍຕົວຂອງເສດຖະກິດແມ່ນ 6,32% ຕໍ່ປີ ລວມຍອດມູນຄ່າຜະລິດຕະພັນພາຍໃນ GDP 5 ປີບັນລຸໄດ້ 511,7 ຕື້ກີບ ສະເລ່ຍໃສ່ພົນລະເມືອງເທົ່າກັບ 5 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 717 ໂດລາສະຫະລັດ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 54%. ນອກຈາກນັ້ນ, ກໍຍັງໄດ້ເອົາໃຈໃສ່ວຽກງານຂົງເຂດວັດທະນະທຳສັງຄົມ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານພົວພັນການຕ່າງປະເທດ, ວຽກງານກໍ່ສ້າງພັກ – ພະນັກງານ ແລະ ອື່ນໆ.

ທິດທາງ 5 ປີຕໍ່ໜ້າ ຕ້ອງຮັບປະກັນເຮັດໃຫ້ທົ່ວເມືອງມີຄວາມສະຫງົບ, ຄວາມປອດໄພໂດຍພື້ນຖານກຳລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບຕ້ອງໄດ້ຮັບການປັບປຸງກໍ່ສ້າງໃຫ້ເຂັ້ມແຂງຮັບປະກັນໃຫ້ບໍລິເວນຊາຍແດນມີຄວາມເປັນລະບຽບຮຽບຮ້ອຍ, ວຽກງານເສດຖະກິດ ແລະ ການແກ້ໄຂຄວາມທຸກຍາກຕ້ອງໃຫ້ມີຂະຫຍາຍຕົວຢ່າງຕໍ່ເນື່ອງໝັ້ນທ່ຽງໃນລະດັບບໍ່ຫຼຸດ 6 – 7% ຕໍ່ປີ, ຮອດປີ 2024 ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 959 ໂດລາ, ພື້ນຖານໂຄງລ່າງເສດຖະກິດໄດ້ຮັບການພັດທະນາດີຂຶ້ນ, ສ້າງທຸກເງື່ອນໄຂເພື່ອນຳພາປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກຕາມແນວທາງຂອງພັກວາງອອກ, ລຶບລາງບ້ານທຸກຍາກ, ຄອບຄົວທຸກຍາກໃຫ້ໄດ້ໂດຍພື້ນຖານ, ຮັບປະກັນຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ດີຂຶ້ນກວ່າເກົ່າ, ສຸມໃສ່ການຫັນອາຊີບຂອງປະຊາຊົນຈາກການເຮັດໄຮ່ແບບເລື່ອນລອຍໄປສູ່ອາຊີບອື່ນທີ່ມີຄວາມໝັ້ນຄົງ, ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ເຮັດໃຫ້ໂຄງປະກອບເສດຖະກິດມີການຫັນປ່ຽນໄປຕາມທິດສີຂຽວ ແລະ ຍືນຍົງເທື່ອລະກ້າວ.

ນອກຈາກນັ້ນ, ກໍແມ່ນສູ້ຊົນສ້າງ ເທສະບານເມືອງສະໝ້ວຍ ກາຍເປັນຈຸດໃຈກາງບໍລິການເຊື່ອມຕໍ່ເສັ້ນທາງລະ ຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ເພື່ອໃຫ້ມີ ຄວາມສະດວກໃນການໄປ – ມາຫາສູ່ເຊິ່ງກັນ ແລະ ກັນ, ສູ້ຊົນຂຸດຄົ້ນທຸກທ່າແຮງບົ່ມຊ້ອນ ແລະ ຊອກທາງອອກເສດຖະກິດ, ຂະຫຍາຍຜະລິດຕະພັນສິນຄ້າຢ່າງແຂງແຮງ ເພື່ອຕອບສະໜອງຕາມຄວາມຕ້ອງການດ້ານການສົ່ງອອກພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນໄດ້ມີການຜະລິດ ແລະ ແລກປ່ຽນຊື້ – ຂາຍສິນຄ້າຫຼາຍຂຶ້ນ, ເອົາໃຈໃສ່ວຽກງານວັດທະນະທຳສັງຄົມ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານກໍ່ສ້າງພັກ – ພະນັກງານ, ວຽກງານພົວພັນການຕ່າງປະເທດ ແລະ ວຽກງານອື່ນໆ ໃຫ້ມີທ່າອ່ຽງດີຂຶ້ນກວ່າເກົ່າ.

ຮູບ – ຂ່າວ: ສິດຕາ ເພັດວົງສາ