ໂຮງຮຽນຊົນເຜົ່າແຂວງສາລະວັນ ຂຸ້ນຂ້ຽວຟື້້ນຟູ ໃຫ້ໄດ້ເປີດການຮຽນການສອນ ພາຍຫຼັງນ້ຳຖ້ວມ

96

ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ ກໍ່ເປັນໂຮງຮຽນແຫ່ງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຮັດໃຫ້ເກີດມີຜົນເສຍຫາຍຫຼາຍຢ່າງຕໍ່ລະບົບການຮຽນ-ການສອນ ເຊັ່ນ: ວັດຖຸອຸປະກອນຫຼາຍຢ່າງເສຍຫາຍ ເຊັ່ນ: ໂຕະຕັ່ງ, ປື້ມຕຳລາຮຽນ, ເອກະສານທີ່ສຳຄັນຕ່າງໆ ແລະ ສະພາບແວດລ້ອມຂອງໂຮງຮຽນແມ່ນຂີ້ຕົມ ຕົກຄ້າງ.

ທ່ານ ສັງທອງ ອາດວິໄລ ຮັກສາການຜູ້ອຳນວຍໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ ໃຫ້ສຳພາດວ່າ: ໄລຍະທີ່ຝົນຕົກແຮງ, ທາງໂຮງຮຽນແມ່ນໄດ້ເປີດການຮຽນ-ການສອນ ເປັນປົກກະຕິ ແຕ່ມາໃນຕອນບ່າຍວັນທີ 3 ກັນຍານີ້ ສະພາບນ້ຳໄດ້ເລີ່ມໄຫຼເຂົ້າສູ່ໂຮງຮຽນຈຳນວນໜຶ່ງ ຈື່ງໄດ້ປິດການຮຽນ ແລະ ເກັບມ້ຽນສິ່ງຂອງຕ່າງໆ, ຕໍ່ກັບສະພາບນ້ຳຖ້ວມຄັ້ງນີ້ທີ່ບໍ່ເຄີຍມີມາກ່ອນ ແລະ ເປັນຄັ້ງຮຸນແຮງ ເຮັດໃຫ້ໂຮງຮຽນໄດ້ຮັບຜົນກະທົບຫຼາຍສົມຄວນ ໂດຍສະເພາະມີຫ້ອງການຄູ, ຫໍອາຫານ, ສະໂມສອນ ແລະ ໂຮງງານນ້ຳດື່ມ ໄດ້ຮັບຜົນເສຍຫາຍ ແລະ ມີປະເພດເອກະສານຕ່າງໆ, ປື້ມຕຳລາຮຽນ, ເຄື່ອງປັບອາກາດ, ຄອມພີວເຕີ 4 ເຄື່ອງ, ໂຕະຕັ່ງກໍ່ຖືກນ້ຳຊຸໄຫຼ, ກອບກູ້ໄດ້ຈຳນວນໜຶື່ງ ສູນເສຍພຽງແຕ່ 10%, ຊື່ງປະເມີນມູນຄ່າເສຍຫາຍທັງໝົດ 30 ລ້ານກວ່າກີບ.

ພາຍຫຼັງທີ່ນ້ຳໄດ້ບົກແຫ້ງລົງ ກໍ່ໄດ້ນຳກຳລັງຄູອາຈານ-ນັກຮຽນ ຊ່ວຍກັນແກ້ໄຂໃນເບື້ອງຕົ້ນ ເຊັ່ນ: ເກັບມ້ຽນວັດຖຸສິ່ງຂອງຕ່າງໆ ແລະ ແກ້ໄຂຈັດຫານ້ຳດື່ມ, ອາຫານ, ເຂົ້າ ໃຫ້ນັກຮຽນພາຍໃນໂຮງຮຽນໄດ້ຈຳນວນໜຶ່ງ.

ທ່ານ ສັງທອງ ອາດວິໄລ ຍັງໄດ້ຮຽກຮ້ອງໃຫ້ຄະນະກຳມະການຄວບຄຸມໄພພິບັດຂັ້ນແຂວງ ລົງຕິດຕາມ, ກວດກາ ສະພາບນ້ຳຖ້ວມໃນໂຮງຮຽນ ເພື່ອແກ້ໄຂບັນຫາສິ່ງແວດລ້ອມ ໂດຍສະເພາະແມ່ນຕົມທີ່ເປີເປືອນ ແລະ ບໍ່ສາມາດແກ້ໄຂເອງໄດ້ ຕະຫຼອດຮອດອາຄານສະຖານທີ່ຕ່າງໆ ເພື່ອບໍ່ໃຫ້ມີຜົນກະທົບມາຕາມຫຼັງຕໍ່ນັກຮຽນ ແລະ ຕ້ອງການເປີດການຮຽນການສອນໃນໄວໆນີ້ ພາຍຫຼັງໄດ້ຟື້ນຟູຈາກໄພນ້ຳຖ້ວມຄັ້ງນີ້.

ໂດຍ: ວິໄລວອນ ສິດທິໄຊ