3 ປະເທດ ຮ່ວມຫາລືການອຳນວຍຄວາມສະດວກການຄ້າຊາຍແດນ

49

ວັນທີ 9 ກັນຍາ 2019 ໄດ້ມີກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ວ່າດ້ວຍການອຳນວຍຄວາມສະດວກການຄ້າຊາຍແດນ ລະຫວ່າງ ແຂວງສະຫວັນນະເຂດ ສປປ ລາວ, ແຂວງກວາງຈິ ສສ ຫວຽດນາມ ແລະ ຈັງຫວັດມຸກດາຫານ ຣາຊະອານາຈັກໄທ ພາຍໃຕ້ການສະໜັບສະໜູນຂອງສະຖາບັນລຸ່ມແມ່ນ້ຳຂອງ ໂດຍການເຂົ້າຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ຫງວຽນ ກວນຈິນ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈິງ, ທ່ານ ສຸພາກອນ ມູນລະສຸວັນ ຮອງຜູ້ວ່າຣາຊະການຈັງຫວັດມຸກດາຫານ, ມີຜູ້ອຳນວຍການບໍລິຫານຂອງສະຖາບັນລຸ່ມແມ່ນ້ຳຂອງ ຕະຫຼອດເຖິງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທັງໃນພາກລັດ ແລະ ພາກທຸລະກິດຂອງ 3 ແຂວງ ດັ່ງກ່າວເຂົ້າຮ່ວມຫາລືໃນຄັ້ງນີ້.

ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ກ່າວໃນພິທີວ່າ: ການຮ່ວມກັນເປີດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ບັນດາພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ແລະ ພາກທຸລະກິດ ໄດ້ມາພົບປະສົນທະນາ, ແລກປ່ຽນບົດຮຽນຮ່ວມກັນ ເພື່ອແກ້ໄຂຂອດອຸປະສັກສິ່ງກີດຂວາງຕ່າງໆໃນການປະກອບທຸລະກິດ ໂດຍສະເພາະກໍແມ່ນທຸລະກິດປະເພດສິນຄ້າກະສິກຳ ແລະ ການບໍລິການທີ່ຕິດພັນກັບສິນຄ້າກະສິກຳ ເຊິ່ງສິນຄ້າກະສິກຳກໍແມ່ນໜຶ່ງໃນໝວດສິນຄ້າຕົ້ນຕໍທີ່ມີການນຳເຂົ້າ ແລະ ສົ່ງອອກຜ່ານທັງ 2 ດ່ານແຂວງຄູ່ ລະ ຫວ່າງ 3 ແຂວງ 3 ປະເທດ ນັ້ນກໍຄືດ່ານສາກົນຂົວມິດຕະພາບ ລາວ – ໄທ ແຫ່ງທີ II ແລະ ດ່ານສາກົນແດນສະຫວັນ – ລາວບາວ. ເພາະສະນັ້ນກອງປະຊຸມໃນມື້ນີ້ກໍແມ່ນອີກໜຶ່ງຂີດໝາຍສຳຄັນຂອງການຮ່ວມມືກັນລະຫວ່າງ 3 ແຂວງ 3 ປະເທດ ເພື່ອອຳນວຍ ຄວາມສະດວກການຄ້າຊາຍແດນໃຫ້ກັບຜູ້ປະກອບການ ແລະ ເພີ່ມປະສິດທິພາບປະສິດທິຜົນການຄຸ້ມຄອງວຽກງານການຄ້າຊາຍແດນຂອງພາກລັດເຊັ່ນດຽວກັນ.

ກອງປະຊຸມຄັ້ງນີ້ ແມ່ນຈັດຂຶ້ນເປັນຄັ້ງທີ II ທີ່ສືບເນື່ອງມາຈາກຜົນໄດ້ຮັບອັນດີຂອງກອງປະຊຸມທີ່ຜ່ານມາ ເຊິ່ງສະແດງອອກບ່ອນວ່າ ບັນດາຂໍ້ສະເໜີພາກທຸລະກິດໄດ້ຮັບການພິຈາລະນາ ແລະ ນຳໄປສູ່ການຈັດຕັ້ງປະຕິບັດໃນທາງທີ່ດີຂຶ້ນ. ດັ່ງນັ້ນ, ກອງປະຊຸມໃນມື້ນີ້ ບໍ່ພຽງແຕ່ເປັນການສະຫຼຸບ – ລາຍງານການຈັດຕັ້ງປະຕິບັດບັນດາຂໍ້ສະເໜີຂອງກອງປະຊຸມໃນຄັ້ງທີ່ຜ່ານມາ ແຕ່ຍັງເປັນການສົນທະນາປຶກສາຫາລື ແລະ ຫາແນວທາງແກ້ໄຂບັນຫາ ແລະ ຂໍ້ສະເໜີອັນໃໝ່ເພີ່ມຕື່ມອີກ.

ໃນນາມການນຳແຂວງສະຫວັນນະເຂດ ກໍຄືພາກລັດ ແມ່ນພ້ອມຮັບຟັງຂໍ້ສະເໜີ ແລະພ້ອມໃຫ້ຄວາມຮ່ວມມືໃນການກຳນົດວິທີທາງແກ້ໄຂບັນຫາຮ່ວມກັນ ບົນພື້ນຖານທີ່ທຸກຝ່າຍມີສ່ວນກ່ຽວຂ້ອງສາມາດຮັບຮອງເອົາໄດ້. ທັງນີ້, ກໍເພື່ອເປັນການສົ່ງເສີມ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຄ້າ ແລະ ການລົງທຶນຜ່ານ 3 ແຂວງ 3 ປະເທດຂອງພວກເຮົາ.