ການຄ້າອັດຕະປື ລົງຕິດຕາມໃກ້ຊິດການຄ້າຂາຍບໍ່ໃຫ້ມີການສວຍໂອກາດ

79

ເພື່ອເປັນການປົກປ້ອງຜູ້ບໍລິໂພກ ບໍ່ໃຫ້ຖືກເອົາປຽບຈາກບັນດາຊາວຄ້າຂາຍ, ທັງເຮັດໃຫ້ສັງຄົມມີຄວາມຍຸຕິທຳ. ເຈົ້າໜ້າທີ່ການຄ້າໃນແຕ່ລະທ້ອງຖິ່ນໄດ້ລົງກວດກາການ-ຂາຍສິນຄ້າຢູ່ຕາມທ້ອງຕະຫຼາດ ແລະ ຫ້າງຮ້ານຕ່າງໆ, ຂະນະທີ່ຢູ່ແຂວງອັດຕະປື ເຈົ້າໜ້າທີ່ກໍ່ໄດ້ລົງກວດກາການຊື້-ຂາຍສິນຄ້າຕົວຈິງຂອງບັນດາຊາວຄ້າຂາຍ ພາຍຫຼັງໄດ້ຮັບການລາຍງານຈາກປະຊາຊົນ ວ່າມີແມ່ພໍ່ຄ້າຈຳນວນໜຶ່ງ ສວຍໂອກາດຂຶ້ນລາຄາສິນຄ້າ ທີ່ຂະແໜງການກ່ຽວຂ້ອງກຳນົດໃຫ້ ເປັນຕົ້ນແມ່ນ ສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດເຊັ່ນ: ເຂົ້າ, ອາຫານ ແລະ ເຄື່ອງໃຊ້ສອຍຕ່າງໆ ຢູ່ຕາມຕະຫຼາດ ແລະ ຮ້ານຂາຍເຄື່ອງຍ່ອຍຈຳນວນໜຶ່ງ.  ຕໍ່ກັບບັນຫານີ້ເຈົ້າໜ້າທີ່ການຄ້າພາຍໃນ ແຂວງ ອັດຕະປື ກໍ່ໄດ້ລົງພື້ນທີ່ຕົວຈິງຢູ່ຕະຫຼາດ ບ້ານ ຫຼັກ 3 ເມືອງ ສາມັກຄີໄຊ ແລະ ຢູ່ບັນດາເມືອງ ໃນ ແຂວງ ອັດຕະປື.

ທ່ານ ເພັດສະໜອນ ແກ້ວພິມພອນ ຮອງຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ເພື່ອບໍ່ໃຫ້ບັນດາແມ່ຄ້າຊາວຂາຍມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈໃນຊ່ວງໄລຍະນໍ້າຖ້ວມນີ້ ເຈົ້າໜ້າທີ່ໃນແຕ່ລະທ້ອງຖິ່ນກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ໄດ້ລົງຊຸກຍູ້ຕິດຕາມກວດກາການຊື້-ຂາຍສິນຄ້າຢູ່ຕະຫຼາດແຫ່ງຕ່າງໆ ທັງເປັນການປະຕິບັດຕາມແຈ້ງການສະບັບ ເລກທີ 1151/ອຄ.ກຄພນ ລົງວັນທີ 6 ກັນຍາ 2019 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ວາງອອກໃຫ້ປະກົດຜົນເປັນຈິງອີກດ້ວຍ.

 

ທ່ານ ກ່າວຕື່ມວ່າ: ແຂວງ ອັດຕະປື ມີພື້ນທີ່ບໍລິການໃນເທດສະບານຖືກນ້ຳຖ້ວມ 1 ແຫ່ງ ຄື: ຕະຫຼາດບ້ານຫຼັກ 3 ເມືອງ ສາມັກຄີໄຊ ເຊິ່ງເບື້ອງຕົ້ນໄດ້ຈັດສັນຍົກຍ້າຍໃຫ້ໄປຂາຍຢູ່ເຂດທີ່ປອດໄພຊົ່ວຄາວ ແລະ ພາຍຫຼັງນ້ຳຫຼຸດລົງ ແມ່ນໄດ້ຊຸກຍູ້ດຳເນີນກິດຈະການຄືນທີ່ເກົ່າເປັນປົກກະຕິແລ້ວ ສ່ວນ ລາຄາສິນຄ້າທີ່ມີການເໜັງຕີງນັ້ນແມ່ນມີນ້ອຍ ແລະ ບໍ່ເຖິງຂັ້ນມີຜົນກະທົບຕໍ່ຜູ້ບໍລິໂພກ ຫຼື ໃຊ້ບໍລິການ ເພາະວ່າ ໃນໄລຍະນ້ຳຖ້ວມທາງພາກສ່ວນກ່ຽວຂ້ອງພວກເຮົາໄດ້ລົງຕິດຕາມບັນດາສິນຄ້າທຸກໆເຊົ້າ-ແລງ ພ້ອມທັງ, ຊຸກຍູ້ໃຫ້ຂາຍຢູ່ໃນລາຄາປົກກະຕິ.

 

 

ສຳລັບບຸກຄົນທີ່ມີການລະເມີດ ກໍ່ຈະໄດ້ມີການສຶກສາອົບຮົມ ແລະ ສ້າງບົດບັນທຶກຕັກເຕືອນແນ່ນຳໃຫ້ຜູ້ກ່ຽວໃນຂັ້ນຕົ້ນຢ່າງທັນເວລາ ຖ້າຫາກຍັງບໍ່ມີການປ່ຽນແປງຕາມກຳນົດເວລາ ຈະຖືກປັບໃໝຕາມປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ ລົງວັນທີ 17 ພຶດສະພາ 2017 ໃນມາດຕາ 277 ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ທີ່ລະບຸວ່າ: ບຸກຄົນໃດ ຫາກສວຍໂອກາດຂຶ້ນລາຄາສິນຄ້າ, ຄ່າບໍລິການ ຫຼື ໄດ້ຂາຍສິນຄ້າແພງເກີນຂອບເຂດໃນເວລາເກີດໄພແຫ້ງແລ້ວ, ໄພນໍ້າຖ້ວມ ຫຼື ໃນເວລາທີ່ມີສະພາບການຫຍຸ້ງຍາກ ເກີດຂຶ້ນໃນທ້ອງຖິ່ນໜຶ່ງ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 10.000.000 ກີບ.

 

ພາບປະກອບຂ່າວ

ແນວໃດກໍ່ຕາມ ກ່ຽວກັບບັນຫາການຄຸ້ມຄອງສິນຄ້າທາງຂະແໜງການກ່ຽວຂ້ອງໄດ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫຼາດຢູ່ພາຍໃນແຂວງຂອງຕົນເປັນປົກກະຕິ ໂດຍສະເພາະ ແມ່ນຢູ່ໃນໄລຍະທີ່ບ້ານເມືອງເກີດວິກິດການແບບນີ້. ຫາກພົບເຫັນການລະເມີດໂທສາຍດ່ວນ 1510 ໄດ້ 24 ຊົ່ວໂມງ.

 

ທີ່ມາ: attapeu media