ຄັ້ງທຳອິດ ບ້ານເປີເຢັນຊ່າງ ໄດ້ໃຊ້ນ້ຳລິນສະອາດ

159

ເປັນປະກົດການໃໝ່ໃນກັບບ້ານເປີເຢັນຊ່າງ ທີ່ໄດ້ມີນ້ຳລິນຊົມໃຊ້ໂດຍໄດ້ຮັບການຊ່ວຍເຫຼືອດ້ານທຶນຮອນຈາກລັດຖະບານໃນມູນຄ່າເກືອບ 200 ລ້ານກີບ, ປັດຈຸບັນສ້າງສຳເລັດຮຽບຮ້ອຍແລ້ວ ພ້ອມທັງມອບໃຫ້ບ້ານດັ່ງກ່າວເປັນຜູ້ຄຸ້ມຄອງດູແລ ແລະ ນຳໃຊ້.

ເມື່ອທ້າຍອາທິດທີ່ຜ່ານມານີ້, ຢູ່ບ້ານເປີເຢັນຊ່າງ ກຸ່ມຫາດສາ ເມືອງ ແລະ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການກໍ່ສ້າງນ້ຳລິນ ຂອງບ້ານດັ່ງກ່າວ ໂດຍມີທ່ານ ຄຳພັນ ສຸຍະລັດ ຮອງເຈົ້າເມືອງໆຜົ້ງສາລີ, ມີບັນດາຄະນະກຳມະການກ່ຽວຂ້ອງຂັ້ນເມືອງ, ຜູ້ຕາງໜ້າບໍລິສັດ ຜູ້ຮັບເໝົາກໍ່ສ້າງນ້ຳລິນ ຕະຫຼອດຮອດອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ในภาพอาจจะมี 6 คน, คนที่ยิ้ม, ผู้คนกำลังยืน

ໃນພິທີ ຜູ້ຕາງໜ້າບໍລິສັດ ຊີທີພີ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ-ຂົວທາງຈຳກັດຜູ້ດຽວ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ໂຄງການກໍ່ສ້າງນ້ຳລິນ ຂອງບ້ານເປີເຢັນຊ່າງ ໂດຍແມ່ນທຶນຂອງລັດຖະບານມີມູນຄ່າໃນການກໍ່ສ້າງທັງໝົດ 183 ລ້ານກວ່າກີບ, ມີ ອ່າງເກັບນ້ຳກວ້າງປະມານ 1,50 ແມັດ, ສູງ 1 ແມັດ, ມີກ໊ອກນ້ຳທັງໝົດ 3 ກ໊ອກ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 5 ມັງກອນ 2019 ມາຮອດປັດຈຸບັນໂຄງການດັ່ງກ່າວແມ່ນສຳເລັດ 100%.

ในภาพอาจจะมี 4 คน, คนที่ยิ้ม, ผู้คนกำลังยืน, สถานที่กลางแจ้ง และธรรมชาติ

ພ້ອມດຽວກັນນີ້, ໃນພິທີຍັງໄດ້ຜ່ານບົດບັນທຶກມອບ-ຮັບຊົ່ວຄາວໂຄງການກໍ່ສ້າງດັ່ງກ່າວ, ລະຫວ່າງຜູ້ຮັບເໝົາກໍ່ສ້າງ ກັບ ເຈົ້າຂອງໂຄງການ ແລະ ມອບຕໍ່ໃຫ້ອົງການປົກບ້ານ ແລະ ພໍ່ແມ່ປະຊາຊົນບ້ານເປີເຢັນຊ່າງເປັນຜູ້ປົກປັກຮັກສາ, ຄຸ້ມຄອງ ແລະ ຊົມໃຊ້ນ້ຳລິນດັ່ງກ່າວ ໃຫ້ໄດ້ນຳໃຊ້ຢ່າງຍາວນານ ແລະ ມີຜົນປະໂຫຍດສູງສຸດ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง