ທ່ານນາຍົກລັດຖະມົນຕີ ເດີນທາງເຖິງກຳປູເຈຍແລ້ວ

103

ດັ່ງທີ່ຂ່າວເສດຖະກິດ-ການຄ້າໄດ້ນຳສະເໜີຂ່າວໄປກ່ອນໜ້ານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີກຳນົດການຢ້ຽມຢາມ ລາຊະອານາຈັກກຳປູເຈຍໃນລະຫວ່າງວັນທີ 12-13 ກັນຍາ 2019 ນີ້.

 

ເຊິ່ງຕອນເຊົ້າມື້ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍ່ໄດ້ເດີນທາງໄປເຖິງ ນະຄອນຫຼວງພະນົມເປັນ ເປັນທີ່ຮຽບຮ້ອຍແລ້ວ ເພື່່ອ ຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ຕາມ ຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ.

 

ໂດຍໃນລະຫວ່າງ ວັນທີ 12-13 ກັນຍາ 2019 ທີ່ທ່ານເຄື່ອນໄຫວຢ້ຽມຢາມລາຊະອານາຈັກກຳປູເຈຍ ທັງສອງຝ່າຍຈະໄດ້ປຶກສາຫາລືຫຼາຍຫົວຂໍ້ທີ່ມີຄວາມສົນໃຈຮ່ວມກັນ ອັນສຳຄັນແມ່ນເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ກຳປູເຈຍ.

 

ຂອບໃຈຮູບຈາກ: Lao National Radio