ບຸນຫໍ່ເຂົ້າສະຫຼາກ ໜຶ່ງບຸນປະເພນີທີ່ຕິດພັນກັບການດໍາລົງຊີວິດຂອງລາວ

285

ບຸນຫໍ່ເຂົ້າສະຫລາກ ເປັນບຸນຫນຶ່ງໃນຮີດ 12 ຄອງ 14 ທີ່ມີຂຶ້ນໃນມຶ້ ຂຶ້ນ 15 ຄ່ຳເດຶອນ 10 ຂອງລາວເຮົາ ເຊິ່ງປີນີ້ກົງກັບວັນທີ 13 ກັນຍາ 2019

*

*

ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ແລະ ພວກຜີເຜດ ເປັນການເຮັດບຸນໃຫ້ເຜດຜີອີກຄັ້ງ ໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງ 15 ວັນ ເຊິ່ງເປັນໄລຍະເວລາທີ່ເຜດຕ້ອງກັບໄປຢູ່ທີ່ຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ເຜດ ເຊິ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດທີ່ບໍ່ມີຍາດ.

*

*

ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ 14 ຄໍ່າ ເດືອນ 10 ແມ່ນຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້) ແລ້ວນໍາມາໃສ່ກວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດ ເພື່ອຖວາຍໃຫ້ແກ່ເຈົ້າພຣະພິຂຸ ແລະ ຢາດນໍ້າໄປໃຫ້ວິນຍານຂອງບັນພະບູລຸດ ແລະ ຜີເຜດທີ່ບໍ່ມີຍາດ.

ແຕ່ປະເພນີບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື ກ່ອນຈະນໍາເຄື່ອງທານໄປຖວາຍພຣະສົງ ຊາວບ້ານຈະຈັບສະຫຼາກກັບພຣະພິຂຸສໍາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພຣະ-ເນນອົງໃດ ກໍເອົາຂອງໄປທານພຣະ-ເນນອົງນັ້ນ ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດ ແລ້ວໃຫ້ພຣະ-ສໍາມະເນນ ຈັບເອົາ ຖ້າອົງໃດໄດ້ສະຫຼາກຂອງໃຜ ຜູ້ນັ້ນກໍນໍາເອົາຂອງທານຖວາຍຂອງຕົນໄປຖວາຍພຣະ-ເນນອົງນັ້ນ.

*

*

ນອກນັ້ນ ຍັງມີການຈັດພາເຂົ້າເພື່ອໄປບູຊາ “ຜີຕາແຮກ” ເຊິ່ງເປັນຜີທີ່ຊາວນາເຊື່ອວ່າເປັນຜູ້ດູແລເຂົ້າກ້າໃນນາໃຫ້ຈະເລີນງອກງາມ ຕະຫຼອດຈົນຊ່ວຍຂັບໄລ່ສັດຕູເຂົ້າ ໄດ້ແກ່ ນົກ, ໜູ ຫຼື ຫອຍ ເປັນຕົ້ນ ບໍ່ໃຫ້ເຂົ້າມາທຳລາຍຕົ້ນເຂົ້າ.

*

*

ອີງຕາມບາງເລື່ອງເລົ່າ ໃນອະດີດຕະການລ່ວງມາແລ້ວ ໄດ້ມີພຣະພຸດທະເຈົ້າອົງໜຶ່ງຊົງພະນາມວ່າ: ປະທະມຸດຕະຣະ ອາໄສຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂທຈອນທຽວບິນທະບາດ ຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈຢູ່ໃນພະນະຄອນ ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ແຕ່ເປັນຜູ້ເຫຼື້ອມໄສໃນພຸດທະສາສະໜາ ຢູ່ມາວັນໜຶ່ງຜູ້ເປັນສາມີ ມາຄິດເບິ່ງວ່າການລ້ຽງຊີບຄືມີຄວາມຫຍຸ້ງຍາກແທ້?

*

*

 

ຄົງຈະເນື່ອງມາຈາກຕົນບໍ່ໄດ້ບໍາເພັນກອງການກຸສົນ ບໍ່ໄດ້ໃຫ້ທານຮັກສາສິນ, ຟັງທັມມະ, ຈະເລີນທັມເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ ຈຶ່ງເປັນຄົນຍາກຈົນເຂັນໃຈໄຮ້ຊັບອັບປັນຍາ ກໍເລີຍມີຈິດໃຈຢາກສ້າງກຸສົນ, ເຮັດບຸນກິນທານ, ເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານ ເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາ ແລ້ວພັນລະຍາກໍເຫັນດີ

*

*

ຕໍ່ມາບໍ່ນານສາມີພັນລະຍາທັງສອງ ກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດເທວະດາ ໃນຊັ້ນດາວະດິງສະຫວັນ ສະເຫວີຍສົມບັດທິບ ອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸດຕິຕາຍຈາກສະຫວັນກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍຣາດຊະສົມບັດ ຢູ່ໃນນະຄອນພຣານະສີມີນາມວ່າ: ພຣະເຈົ້າສັດທາດິດສະ ສະເຫວີຍຣາດຊະສົມບັດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະ ຄືບຸນກຸສົນຈາກການໃຫ້ທານສະຫຼາກ ມີຜົນອັນຍິ່ງໃຫຍ່ໄພສານ ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ແລະ ຄວາມຈະເລີນ ທັງໃນພົບນີ້ ພົບໜ້າ ແລະ ພົບຕໍ່ໆໄປນັ້ນແລ.

*

ຂໍຂອບໃຈທີ່ມາ: ປຶ້ມ ຮີດສິບສອງຄອງສິບສີ່ປະເພນີລາວ ໂດຍ ອາຈານ ບຸນເຕີມ ສີບຸນເຮືອງ