ລາຄາຄໍາປັບລົງ 2 ຄັ້ງ ໃນຮອບ 3 ເດືອນ

39

ລາຄາຄຳນັບສະເພາະຕົ້ນເດືອນມິຖຸນາ 2019 ຢູ່ທີ່ 5,7 ລ້ານກວ່າກີບຕໍ່ບາດ. ຈາກນັ້ນ, ມາຮອດທ້າຍເດືອນມິຖຸນາ ປັບຂຶ້ນຢູ່ທີ່ 5,85 ລ້ານກວ່າກີບຕໍ່ບາດ ຕໍ່ຈາກນັ້ນພຽງອາທິດດຽວໄດ້ມີການປັບຂຶ້ນຢູ່ທີ່ 6 ລ້ານກວ່າກີບຕໍ່ບາດ ໃນຕົ້ນເດືອນກໍລະກົດ ຈົນຮອດລະດັບ 6,88 ລ້ານກີບຕໍ່ບາດ ໃນທ້າຍເດືອນສິງຫາ. ແຕ່ໃນເດືອນກັນຍາ ມີການປັບລົງ 2 ຄັ້ງ ເຮັດໃຫ້ລາຄາຄຳວັນທີ 11 ກັນຍາ ຢູ່ທີ່ 6,66 ລ້ານກວ່າກີບຕໍ່ບາດ.

ສ່ວນລາຄາຄໍາຕະຫຼາດໂລກ ( Spot ) ເຊົ້າວັນທີ 11 ກັນຍາ 2019 ລາຄາຄໍາກັບມາເຄື່ອນໄຫວໃນລະດັບ 1.490 ໂດລາສະຫະລັດຕໍ່ອອນ ຫຼຸດລົງ 19 ໂດລາສະຫະລັດຕໍ່ອອນ ຖ້າທຽບໃສ່ວັນທີ 9 ກັນຍາ 2019 ຢູ່ທີ່ 1.509 ໂດລາສະຫະລັດຕໍ່ອອນ. ຈາກກະແສຂ່າວຄວາມຄືບໜ້າການເຈລະຈາການຄ້າລະຫວ່າງສອງປະເທດມະຫາອໍານາດ ໂດຍໃນວັນທີ 10 ກັນຍາ 2019 ທາງການຈີນ ໄດ້ຍື່ນຂໍ້ສະເໜີທີ່ຈະຊື້ສິນຄ້າກະເສດຈາກສະຫະລັດເພີ່ມຂຶ້ນ ຫາກສະຫະລັດຍອມຜ່ອນຄາຍຂໍ້ຈໍາກັດຕໍ່ການຊື້ສິນຄ້າຂອງ ບໍລິສັດ ຫົວເຫວີຍ ແລະ ເລື່ອນການເກັບພາສີຕໍ່ສິນຄ້ານໍາເຂົ້າຈາກຈີນ ເຮັດໃຫ້ເງິນໂດລາແຂງຄ່າຂຶ້ນ ແລະ ການດີດຕົວຂຶ້ນຂອງອັດຕາຜົນຕອບແທນພັນທະບັດສະຫະລັດອາເມຣິກາ ສົ່ງຜົນໃຫ້ເກີດແຮງເທຂາຍຄໍາໃນຖານສິນຊັບປອດໄພ.

ຂະນະທີ່ລາຄາຄໍາຮູບປະພັນຂອງຮ້ານຄໍາ ພູວົງ ໃນວັນທີ 9 ກັນຍາ 2019 ຂາຍຢູ່ທີ່ 6.769.000 ກີບຕໍ່ບາດ ມາຮອດແລງວານນີ້ວັນທີ 11 ກັນຍາ 2019 ກະດານລາຄາຂາຍປັບຫຼຸດລົງມາເປັນ 6.669.000 ກີບຕໍ່ບາດ ເຊິ່ງເປັນການຫຼຸດລົງໃນລະດັບ 1 ແສນກີບຕໍ່ບາດ ໃນໄລຍະເວລາພຽງ 3 ວັນ ເຊິ່ງເປັນທິດທາງຂາລົງ ຖ້ານັບແຕ່ທ້າຍເດືອນຜ່ານມາທີ່ຂາຍສູງສຸດທີ່ 6.889.000 ກີບຕໍ່ບາດ ( 29 ສິງຫາ 2019 ).

ກ່ອນໜ້ານີ້ ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳ ພູວົງ ໃຫ້ສຳພາດວ່າ: ລາຄາຄຳຮູບປະພັນ ປະຈຳວັນຂອງຮ້ານຄຳ ພູວົງ ໃນວັນທີ 1 ມິຖຸນາ 2019 ເຫັນວ່າ: ລາຄາຊື້ 1 ບາດຢູ່ທີ່ 5.709.000 ກີບ; ມາຮອດວັນທີ 19 ມິຖຸນາ ລາຄາປັບຂຶ້ນ 1 ບາດຢູ່ທີ່ 5.859.000 ກີບ ແລະ ມາວັນທີ 3 ກໍລະກົດ ປັບຂຶ້ນ 6.069.000 ກີບຕໍ່ບາດ ມາຮອດວັນທີ 23 ກໍລະກົດ ລາຄາຢູ່ທີ່ 6.139.000 ກີບຕໍ່ບາດ.

ຈາກນັ້ນ, ໃນວັນທີ 31 ກໍລະກົດ 2019 ຂາຍຢູ່ທີ່ 6.199.000 ກີບຕໍ່ບາດ. ຫຼັງຈາກນັ້ນ, ພຽງ 1 ອາທິດປັບຂຶ້ນເຖິງ 230.000 ກີບຕໍ່ບາດ ຢູ່ທີ່ 6.429.000 ກີບຕໍ່ບາດ.

( ຂ່າວ: ພຸດຕີ້ )