ລາວ-ກຳປູເຈຍ ເຫັນດີເປັນເອກະພາບ ປະຕິບັດ 3 ຫຼັກການ ແກ້ບັນຫາຊາຍແດນບໍລິເວນຄົງຄ້າງ

138

ສປປລາວ ແລະ ຣາຊະອານາຈັກກຳປູເຈຍ ບັນລຸການລົງນາມເອກະສານການຮ່ວມມື 06 ສະບັບ ໂດຍສະເພາະແມ່ນສັນຍາການຊື້-ຂາຍໄຟຟ້າ. ສອງຝ່າຍໄດ້ເປັນເອກະພາບກັນ ແລະ ຢືນຢັນວ່າ ບໍລິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍລິເວນຄົງຄ້າງທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ, ດັ່ງນັ້ນຈຶ່ງໄດ້ເຫັນດີເປັນເອກະພາບກັນວ່າໄລຍະທີ່ກຳລັງສືບຕໍ່ແກ້ໄຂນີ້ແມ່ນ: 1. ບໍ່ໃຫ້ມີກຳລັງທະຫານຢູ່ໃນບໍລິເວນນີ້ 2. ບໍ່ໃຫ້ມີປະຊາຊົນອາໄສຢູ່ ຫຼື ດໍາເນີນກິດຈະກໍາໃດໆຢູ່ບໍລິເວນດັ່ງກ່າວ ແລະ 3. ໃຫ້ມີການກວດກາຮ່ວມກັນ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ.

ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ເສີມຂະຫຍາຍການຮ່ວມມື ລະຫວ່າງ ລາວ ແລະ ກຳປູເຈຍ.

ຄະນະຜູ້ແທນຂັ້ນສູງຂອງລາວ, ນຳໂດຍ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ ໃນວັນທີ 12 ກັນຍາ 2019 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍມີ ສົມເດັດ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທີ່ ຫໍສັນຕິພາບ.
ຫຼັງຈາກສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ສົມເດັດ ນາຍົກລັດຖະມົນຕີ ຮຸນ ແຊນ ພ້ອມດ້ວຍການນຳຂັ້ນສູງຂອງກຳປູເຈຍ ໄດ້ດຳເນີນການພົບປະສອງຝ່າຍກັບ ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ.
ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນກຳປູເຈຍ ໂດຍສະເພາະແມ່ນ ສົມເດັດ ນາຍົກລັດຖະມົນຕີ ຮຸນ ແຊນ ເຊິ່ງເປັນການຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ຄັ້ງທີ 2 ໃນຕໍາແໜ່ງນາຍົກລັດຖະມົນຕີ, ອັນມີຄວາມໝາຍສໍາຄັນທີ່ສຸດ ຕໍ່ການເສີມຂະຫຍາຍສາຍພົວພັນສອງຝ່າຍ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ.

ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການເລືອກຕັ້ງສະພາທ້ອງຖິ່ນຂັ້ນນະຄອນຫຼວງ, ແຂວງ, ນະຄອນ ແລະ ເມືອງ ໃນເດືອນພຶດສະພາ 2019 ຜ່ານມາ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມສັດທາຂອງປະຊາຊົນກໍາປູເຈຍ ຕໍ່ພັກປະຊາຊົນ ກໍາປູເຈຍ ໂດຍລວມ ແລະ ໂດຍສະເພາະ ຕໍ່ການຊີ້ນໍານໍາພາຂອງ ສົມເດັດ ນາຍົກລັດຖະມົນຕີ ຮຸນ ແຊນ ຕະຫຼອດໄລຍະຜ່ານມາ ທີ່ໄດ້ນໍາຄວາມສີວິໄລຈະເລີນກ້າວໜ້າມາສູ່ປະເທດຊາດ ໃຫ້ທົ່ວປະເທດມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂື້ນເປັນກ້າວໆ ແລະ ບົດບາດອິດທິພົນຊື່ສຽງຂອງກໍາປູເຈຍ ນັບມື້ນັບໄດ້ຮັບການຍົກສູງຂື້ນ ໃນເວທີພາກພື້ນ ແລະ ສາກົນ.

ນອກນີ້, ໃນການພົບປະ ສອງຝ່າຍໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດ ບັນດາເອກະສານຮ່ວມມືສອງຝ່າຍ ກໍ່ຄືການຕົກລົງຂອງການນຳຂັ້ນສູງສອງປະເທດ ໃນທຸກໆດ້ານ ຕະຫຼອດໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການຮ່ວມມືດ້ານຊາຍແດນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ໂຍທາທິການ ແລະ ຂົນສົ່ງ, ພະລັງງານ, ກະສິກຳ ແລະ ການປະມົງ, ການຮ່ວມມືດ້ານສັງຄົມ-ວັດທະນະທຳ, ສຶກສາ ແລະ ກິລາ, ແຮງງານ ແລະ ສະຫວັດດີການສັງຄົມ, ວັດທະນະທຳ ແລະ ທ່ອງທ່ຽວ, ສາທາລະນະສຸກ ຕະຫຼອດຮອດ ການພົວພັນຮ່ວມມືໃນລະດັບທ້ອງຖິ່ນ, ແຂວງແຮກສ່ຽວ ກໍ່ຄື ການຮ່ວມມືໃນກອບພາກພື້ນ ແລະ ອານຸພາກພື້ນ. ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນແບບກົງໄປກົງມາ, ຈິງໃຈ ແລະ ເປັນເອກະພາບກັນສູງ ໂດຍສອງນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາຂະແໜງການທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ ຮ່ວມກັນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ທີ່ສອງຝ່າຍໄດ້ມີຮ່ວມກັນ ກໍ່ຄືການຕົກລົງຂັ້ນສູງຂອງການນຳສອງປະເທດ ໃຫ້ປາກົດຜົນເປັນຈິງ, ແກ້ໄຂບັນຫາການກຳນົດຊາຍແດນທີ່ຍັງຄົງຄ້າງໃຫ້ສຳເລັດຢ່າງສົມບູນໂດຍໄວ ແລະ ສືບຕໍ່ຮັກສາກົນໄກການພົບປະ ແລະ ປະສານງານກັນໃນແຕ່ລະລະດັບ ເພື່ອຊຸກຍູ້ໃຫ້ການຮ່ວມມືໃນແຕ່ລະດ້ານໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດຕິພາບ.

ໃນໂອກາດຢ້ຽມຢາມຄັ້ງນີ້, ສອງນາຍົກລັດຖະມົນຕີໄດ້ຮ່ວມລົງນາມ ແລະ ເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືສອງຝ່າຍ ຈຳນວນ 06 ສະບັບ ຄື: ຖະແຫຼງການຮ່ວມ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກັບ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ; ສັນຍາວ່າດ້ວຍການຮ່ວມມືຂະແໜງພະລັງງານໄຟຟ້າ (ປັບປຸງປ່ຽນແທນສະບັບທີ່ໄດ້ລົງນາມໃນປີ 1999); ສັນຍາຊື້ຂາຍສະໜອງໄຟຟ້າ 500 MW ແບບລະບົບສູ່ລະບົບ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດໄຟຟ້າກຳປູເຈຍ; ສັນຍາຊື້ຂາຍໄຟຟ້າໂຄງການໄຟຟ້າຖ່ານຫີນກະລຶມ ເພື່ອຂາຍໄຟຟ້າໃຫ້ກັບລັດວິສາຫະກິດໄຟຟ້າກຳປູເຈຍ; ສັນຍາຊື້ຂາຍໄຟຟ້າໂຄງການໄຟຟ້າຖ່ານຫີນລະມານເພື່ອຂາຍໄຟ ຟ້າໃຫ້ກັບລັດວິສາຫະກິດໄຟຟ້າກຳປູເຈຍ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ.
ພາຍຫຼັງສຳເລັດການພົບປະທາງການ ແລະ ພິທີລົງນາມ ສອງນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວຮ່ວມ ຊຶ່ງທັງສອງຝ່າຍໄດ້ຢືນຢັນຄືນເຖິງຄວາມມຸ້ງໝັ້ນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຊ່ວຍເຫລືອຊຶ່ງກັນ ແລະ ກັນ ຖານບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ທີ່ເປັນມູນເຊື້ອ ອັນດີງາມມາແຕ່ດົນນານ ລະຫວ່າງສອງປະເທດ ກໍຄືສອງລັດຖະບານ ໃຫ້ນັບມື້ ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ພິເສດໃນໂອກາດການຢ້ຽມຢາມຄັ້ງນີ້ ສອງຝ່າຍຍັງໄດ້ຕົກລົງຍົກລະດັບການພົວພັນສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ; ສອງຝ່າຍເຫັນດີໃຫ້ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນສັນຍາ, ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ເຊັນກັນ ກໍ່ຄືການຕົກລົງຂອງການນຳຂັ້ນສູງສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຫລາຍຂຶ້ນ ໂດຍຜ່ານກົນໄກການຮ່ວມມືສອງຝ່າຍຄື: ຄະນະກໍາມະການຮ່ວມມືວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC), ກໍ່ຄືກົນໄກຮ່ວມມືອື່ນໆ;

ສອງຝ່າຍໄດ້ເປັນເອກະພາບກັນ ແລະ ຢືນຢັນວ່າ ບໍລິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍລິເວນຄົງຄ້າງທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ, ດັ່ງນັ້ນຈຶ່ງໄດ້ເຫັນດີເປັນເອກະພາບກັນວ່າໄລຍະທີ່ກຳລັງສືບຕໍ່ແກ້ໄຂນີ້ແມ່ນ: 1. ບໍ່ໃຫ້ມີກຳລັງທະຫານຢູ່ໃນບໍລິເວນນີ້ 2. ບໍ່ໃຫ້ມີປະຊາຊົນອາໄສຢູ່ ຫຼື ດໍາເນີນກິດຈະກໍາໃດໆຢູ່ບໍລິເວນດັ່ງກ່າວ ແລະ 3. ໃຫ້ມີການກວດກາຮ່ວມກັນ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ. ການກວດກາຮ່ວມສອງຝ່າຍແມ່ນສາມາດກວດກາໂດຍການໃຊ້ກຳລັງຄົນ ຫຼື ການໃຊ້ເຮືອບິນບໍ່ມີຄົນຂັບ (Drone).

ສອງຝ່າຍເຫັນດີໃຫ້ຮັກສາສະຖານະພາບເດີມບໍລິເວນຊາຍແດນ ທີ່ຍັງຄົງຄ້າງ ໂດຍປາສະຈາກສິ່ງປຸກສ້າງຕ່າງໆທີ່ພາ ໃຫ້ມີການປ່ຽນແປງສະພາບບໍລິເວນດັ່ງກ່າວ ຈົນກວ່າສອງຝ່າຍຈະສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນໃຫ້ສຳເລັດ; ສອງຝ່າຍ ເຫັນດີຕົກລົງກັນຮ່າງສົນທິສັນຍາ ວ່າດ້ວຍການກຳນົດເສັ້ນຊາຍແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ຣາຊະອານາຈັກ ກຳປູເຈຍ ໃນບໍລິເວນທີ່ທັງສອງຝ່າຍໄດ້ສໍາຫຼວດ ແລະ ໄດ້ຕົກລົງເອກະພາບກັນແລ້ວໃນ 86% ຂອງແລວເຂດຊາຍແດນ ລະຫວ່າງ ສອງປະເທດ ເພື່ອດໍາເນີນການປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ. ພາຍຫຼັງສຳເລັດສົນທິສັນຍາແລ້ວ ສອງຝ່າຍເປັນເອກະພາບກັນຈະດຳເນີນການປັກຫຼັກໝາຍຖີ່ ແລະ ຍົກລະດັບຫຼັກໝາຍຊາຍແດນທີ່ມີຢູ່ແລ້ວນັ້ນໃຫ້ໄດ້ມາດຕະຖານ ແລະ ມີຄວາມແຂງແກ່ນຕື່ມ.
ສໍາລັບບໍລິເວນຊາຍແດນທີ່ຄົງຄ້າງມິດຕະພາບ ທັງສອງຝ່າຍເຫັນດີຈະສືບຕໍ່ປຶກສາຫາລື ເພື່ອຊອກຊ່ອງທາງແກ້ໄຂຮ່ວມກັນຕໍ່ໄປໃຫ້ສໍາເລັດໂດຍສົມບູນ.

ຮູບ:AP