ວິທີການກຳນົດຕະຫຼາດເປົ້າໝາຍໃຫ້ກັບຜະລິດຕະພັນໃດໜຶ່ງ

439

ສິນຄ້າທີ່ທ່ານຈະຜະລິດ ຫຼື ຂາຍສູ່ຕະຫຼາດໃດໜຶ່ງນັ້ນ ຖ້າຫາກມີການກຳນົດຕະຫຼາດເປົ້າໝາຍທີ່ຖືກຕ້ອງແລ້ວ ຈະຊ່ວຍເຮັດໃຫ້ການຂາຍ ຫຼື ຍອດຂາຍສິນຄ້າຂອງທ່ານເພີ່ມຂຶ້ນໄດ້ ເຊິ່ງໃນທາງການປະເມີນສ່ວນຕະຫຼາດທຸລະກິດ ຈະຕ້ອງພິຈາລະນາທີ່ປັດໄຈ 3 ປະການ ຄື: ຂະໜາດ ແລະ ການຂະຫຍາຍຕົວຂອງຕະຫຼາດ; ຄວາມໜ້າສົນໃຈໃນດ້ານໂຄງສ້າງຂອງຕະຫຼາດ ແລະ ຈຸດປະສົງ ແລະ ຊັບພະຍາກອນຂອງທຸລະກິດ.

ການເລືອກຕະຫຼາດເປົ້າໝາຍຫຼັງຈາກປະເມີນຕະຫຼາດຕ່າງໆແລ້ວ ທຸລະກິດຈະຕ້ອງຕັດສິນໃຈດ້ວຍວ່າສ່ວນຕະຫຼາດໃດແດ່ທີ່ຈະເຂົ້າໄປໃຫ້ບໍລິການ ເຊິ່ງນີ້ຖືເປັນເລື່ອງສຳຄັນຂອງການເລືອກຕະຫຼາດເປົ້າໝາຍ ແລະ ໃນການເລືອກຕະຫຼາດເປົ້າໝາຍ ປະກອບດ້ວຍກຸ່ມຜູ້ຊື້ທີ່ມີຄວາມຕ້ອງການ ຫຼື ມີລັກສະນະບາງຢ່າງຮ່ວມກັນປະກອບດ້ວຍ 3 ທາງເລືອກຕໍ່ໄປນີ້.

1 ວິທີການຄວບຄຸມຕະຫຼາດທີ່ບໍ່ແຕກຕ່າງ ຫຼື ວິທີແບບຕະຫຼາດລວມ: ເປັນການເຮັດການຕະຫຼາດທັງໝົດດ້ວຍຮູບແບບການສະເໜີຜະລິດຕະພັນຊະນິດດຽວ, ເຈົ້າຂອງທຸລະກິດຈະເນັ້ນຊອກຫາຄວາມຕ້ອງການທີ່ຄືກັນຂອງຜູ້ບໍລິໂພກຫຼາຍກວ່າທີ່ຈະເບິ່ງວ່າມີຫຍັງແຕກຕ່າງກັນແດ່ ໂດຍທຸລະກິດຈະອອກແບບຜະລິດຕະພັນຂຶ້ນມາຢ່າງໜຶ່ງແລ້ວ ຈະຈູງໃຈຜູ້ຊື້ຈຳນວນຫຼາຍ ໂດຍອາໄສຊ່ອງທາງການຈັດຈຳໜ່າຍແບບລວມ ແລະ ໂຄສະນາແບບລວມ.

2 ວິທີການຄວບຄຸມຕະຫຼາດດ້ວຍການດຳເນີນການຕະຫຼາດທີ່ແຕກຕ່າງ: ທຸລະກິດຕ້ອງຕັດສິນໃຈວ່າຈະເລືອກສ່ວນຕະຫຼາດເປົ້າໝາຍມາຫຼາຍໆສ່ວນ ຫຼື ເລືອກສະເພາະຕະຫຼາດກຸ່ມຍ່ອຍແລ້ວ ຈຶ່ງອອກແບບແຍກສິ່ງທີ່ຈະສະເໜີໃຫ້ຕໍ່ໄປ ( ສ່ວນປະສົມທາງການຕະຫຼາດ ) ໃນແຕ່ລະສ່ວນຕະຫຼາດ ເຊັ່ນ: ເກີບ Nike ບໍລິສັດ ພະຍາຍາມສະເໜີໃຫ້ຮູ້ວ່າເກີບຄູ່ໃດໃສ່ໄດ້ແບບທົ່ວໄປ, ຄູ່ໃດເໝາະສົມທີ່ຈະເປັນເກີບສຳລັບກີລາສະເພາະ ເຊັ່ນ: ເກີບສຳລັບແລ່ນ, ເກີບສຳລັບຖີບລົດຖີບ ເຫຼົ່ານີ້ເປັນຕົ້ນ.

3 ວິທີການຄວບຄຸມຕະຫຼາດດ້ວຍການດຳເນີນການຕະຫຼາດເນັ້ນສະເພາະສ່ວນ: ການເລືອກຕະຫຼາດລັກສະນະນີ້ ເໝາະສຳລັບທຸລະກິດທີ່ມີຊັບພະຍາກອນຢ່າງຈຳກັດ ເປັນການຍາດສ່ວນແບ່ງຕະຫຼາດນ້ອຍໆທີ່ຢູ່ໃນຕະຫຼາດໃຫຍ່ ໂດຍທຸລະກິດຈະຍາດຊິີງມາພຽງໜຶ່ງສ່ວນຂອງຕະຫຼາດ.

( ທີ່ມາ: jiradabbc.wordpress.com )