ຮອງເຈົ້າເມືອງລົງເອງ ນຳພາປະຊາຊົນສ້ອມແປງສຸກເສີນທາງຂາດ ຫຼັງຖືກນໍ້າຖ້ວມ

85

ນັບແຕ່ພາຍຸໝູນເຂດຮ້ອນໄດ້ພັດຜ່ານເຂດພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ສົ່ງຜົນໃຫ້ຫຼາຍພື້ນທີ່ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນໍ້າຖ້ວມຂັງ, ຖ້ວມຊຸ ແລະ ໄຫຼແຮງເຂົ້າຖ້ວມບ້ານເຮືອນ, ໄຮ່ນາຮົ້ວສວນ, ຖະຫົນຫົນທາງຫຼາຍສາຍຖືກຕັດຂາດ ເຮັດໃຫ້ການສັນຈອນໄປ-ມາຂອງພໍ່ແມ່ປະຊາຊົນຫຍຸ້ງຍາກລຳບາກ, ຂະນະທີ່ ເມືອງ ມຸນລະປາໂມກ ໂດຍສະເພາະ ບ້ານເວີນແຄນ ກຸ່ມໄຄ່ດຽວ ແລະ ບ້ານລວງໂຊ້ ກໍ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເຊັ່ນກັນ ເຮັດໃຫ້ເສັ້ນທາງລະຫວ່າງບ້ານຕໍ່ບ້ານຖືກຕັດຂາດ ບໍ່ສາມາດຜ່ານໄດ້.

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ต้นพืช, สถานที่กลางแจ้ง และธรรมชาติ

 

ในภาพอาจจะมี หนึ่งคนขึ้นไป, สถานที่กลางแจ้ง และธรรมชาติ

 

ในภาพอาจจะมี 1 คน, สถานที่กลางแจ้ง และธรรมชาติ

 

ສະນັ້ນ, ມາໃນວັນທີ 11 ກັນຍາ 2019 ຜ່ານມານີ້, ພາຍຫຼັງນໍ້າບົກແຫ້ງ ທ່ານ ພິດສະຫົງ   ພົມມະວົງສາ ຮອງເຈົ້າເມືອງໆມຸນລະປາໂມກ, ທ່ານ ນາງ ລຳພອນ ພົມມະລີວັນ ປະທານຊີ້ນຳກຸ່ມເວີນແຄນ ແລະ ພະນັກງານຈາກຫ້ອງການໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍປະຊາຊົນສອງບ້ານຄືບ້ານເວີນແຄນ (ຄຸ້ມໄຄ້ດ່ຽວ) ບ້ານລວງໂຊ້ ໄດ້ຮ່ວມແຮງກັນສ້ອມແປງສຸກເສີນເສັ້ນທາງ ທີ່ຖືກຕັດຂາດຂາດ ລະ ຫ່ວາງບ້ານໄຄ້ດ່ຽວ-ບ້ານລວງໂຊ້ ເພື່ອໃຫ້ການສັນຈອນໄປ-ມາມີຂອງພໍ່ແມ່ປະຊາຊົນ ມີຄວາມສະດວກສະບາຍກວ່າເກົ່າ.

 

ในภาพอาจจะมี หนึ่งคนขึ้นไป, ต้นไม้, สถานที่กลางแจ้ง และธรรมชาติ

 

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, สถานที่กลางแจ้ง และธรรมชาติ

 

ในภาพอาจจะมี หนึ่งคนขึ้นไป, เด็ก และสถานที่กลางแจ้ง

 

ในภาพอาจจะมี บ้าน, ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ