ເຈົ້າເມືອງເຊບັ້ງໄຟລົງເຄື່ອນໄຫວຢ້ຽມຢາມໃຫ້ກຳລັງໃຈພໍ່ແມ່ປະຊາຊົນ ທີ່ສູນຫຼີ້ໄພນໍ້າຖ້ວມບ້ານທ່າຄໍ້ ແລະ ທ່າຫາດ

96
ທ່ານ ບຸນສີ ພົມມະໄຊ ເຈົ້າເມືອງໆເຊບັ້ງໄຟ ແຂວງຄຳມ່ວນພ້ອມດ້ວຍບັນດາການນໍາຂັ້ນເມືອງ, ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງໄດ້ລົງເຄື່ອນໄຫວຢ້ຽມຢາມ-ພົບປະໂອ້ລົມອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນທີ່ຢູ່ສູນຫຼີ້ໄພນໍ້າຖ້ວມ ເມື່ອວັນທີ10ກັນຍາ ຜ່ານມາ ເພື່ອໃຫ້ກຳລັງໃຈແກ່ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຈຳນວນ 124 ຄອບຄົວ, ມີພົນລະເມືອງ 504 ຄົນ,ຍິງ 252 ຄົນ  . 


ພ້ອມກັນນັ້ນການນຳຂອງເມືອງໄດ້ມອບນ້ຳດື່ມໃຫ້ສູນຫຼີ້ໄພໂນນດິນແດງ ບ້ານແກ້ງແປ ຈຳນວນ 29 ຄອບຄົວ,ບ້ານ ທ່າຄໍ້ 73 ຄອບຄົວ. ທ່ານ ບຸນສີ ພົມມະໄຊ ເຈົ້າເມືອງໆ ເຊບັ້ງໄຟ ຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງບ້ານ ຈົ່ງພ້ອມກັນມີສະຕິລະວັງຕົວເປັນເຈົ້າການໃນການພື້ນຟູ ແລະ ປັງປຸງຊີວິດການເປັນຢູ່ໃນໄລຍະປະສົບກັບປັນຫານ້ຳຖ້ວມ,ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ,ປົກປັກຮັກສາຊີວິດ ແລະ ຊັບສິນຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນພ້ອມກັນເປັນຫູ ເປັນຕາກັບເຈົ້າໜ້າທີ່ ເພື່ອສະກັດກັ້ນກຸ່ມຄົນບໍ່ຫວັງດີທີ່ສວຍໂອກາດຂີ້ລັກງັດແງະ,ສ້າງຄວາມປັ່ນປ່ວນໃນສັງຄົມ .

ສໍາລັບໃນວັນທີ 11 ກັນຍາ 2019 ທ່ານ ບຸນສີ ພົມມະໄຊ ເຈົ້າເມືອງໆເຊບັ້ງໄຟພ້ອມດ້ວຍການນໍາຂອງເມືອງເຊິ່ງປະກອບມີພາກສ່ວນກະສິກໍາ , ສະພາປະຊາຊົນແຂວງ , ປກຊ – ປກສ ແລະ ບັນດາພາກສ່ວນຕ່າງໆພາຍໃນເມືອງໄດ້ພ້ອມກັນສືບຕໍ່ເຄື່ອນໄຫວພົບປະຢ້ຽມຢາມພໍ່ແມ່ປະຊາຊົນຢູ່ບ້ານຍາງຄໍາ , ບ້ານນາພອກ ແລະ ບ້ານຫາດຄໍາຮຽງ ການເຄື່ອນໄຫວແຕ່ລະບ້ານທ່ານເຈົ້າເມືອງກໍ່ໄດ້ພົບປະໂອ້ລົມກັບອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ທາງບ້ານມີຄວາມຕື່ນຕົວເປັນເຈົ້າການຕິດຕາມສະພາບການຢ່າງຢ່າງໃກ້ຊິດເພື່ອກຽມຄວາມພ້ອມໃນດ້ານຕ່າງໆໃນການຮັບມືເວລານໍ້າຖ້ວມ.


ຂ່າວ-ພາບ : ແດງສະຫວັດ ແສນພານິດ .