ບົດບາດເຕັກໂນໂລຊີໃນຊີວິດປະຈຳວັນ

201

ເຕັກໂນໂລຊີຄືການນຳຄອມພິວເຕີມາໃຊ້ງານຈັດການເກັບຂໍ້ມູນ – ຂ່າວສານ ຫຼື ຈະຮູ້ຈັກທົ່ວໄປໃນຊື່ສັ້ນໆວ່າ ໄອທີ ( IT ) ເຊິ່ງມີລັກສະນະເດັ່ນ ຄື: ມີການປ່ຽນແປງທີ່ວ່ອງໄວຫຼາຍ, ເຕັກໂນໂລຊີໃໝ່ໆທີ່ທັນສະໄໝເກີດຂຶ້ນເລື້ອຍໆ ເຊັ່ນ: ເຮົາຈະເຫັນວ່າໄດ້ມີການໃຊ້ອິນເຕີເນັດຢ່າງກວ້າງຂວາງ. ນອກຈາກອິນເຕີເນັດແລ້ວ ຍັງມີເຕັກໂນໂລຊີກ່ຽວກັບມືຖື ເຊັ່ນ: ມີການສົ່ງຂໍ້ມູນຜ່ານມືຖື, ການດາວໂຫຼດຂໍ້ມູນຕ່າງໆ ແລະ ອື່ນໆ.

ໃນອຸດສາຫະກຳມີການນຳໃຊ້ລະບົບຂໍ້ມູນ – ຂ່າວສານເຂົ້າໄປຊ່ວຍເພີ່ມຜະລິດໃນໂຮງງານຊ່ວຍຄວບຄຸມດູແລເຄື່ອງຈັກ ເພື່ອຜະລິດສິນຄ້າຢ່າງມີປະສິດທິພາບ ແລະ ເຮັດໃຫ້ຂະບວນການຜະລິດເປັນແບບອັດຕະໂນມັດ. ນອກຈາກນີ້, ຍັງໃຊ້ງານດ້ານທຸລະກິດ ເພື່ອເຮັດໃຫ້ການບໍລິຫານງານມີປະສິດທິພາບ ໂດຍສາມາດເບິ່ງຂໍ້ມູນຕ່າງໆໄດ້ທັນທີທັງຂໍ້ມູນທີ່ເປັນລາຍລະອຽດ ແລະ ຂໍ້ມູນສະຫຼຸບ ຊ່ວຍໃນການສະໜັບໜູນການຕັດສິນ, ບໍລິສັດທີ່ທັນສະໄໝທຸກບໍລິສັດຕ້ອງມີລະບົບຂໍ້ມູນພາຍໃນອົງກອນ.

ໃນປັດຈຸບັນ ຄອມພິວເຕີ ໄດ້ມີຂະໜາດນ້ອຍລົງ ມີຄວາມໄວສູງຂຶ້ນ ແລະ ມີໜ່ວຍຄວາມຈຳເພີ່ມຂຶ້ນ ສ່ວນລາຄາຂອງຄອມພິວເຕີກໍຖືກລົງ. ດັ່ງນັ້ນ, ຄອມພິວເຕີແມ່ນມີບົດບາດໃນສັງຄົມຫຼາຍຂຶ້ນ​ ເຊິ່ງການຈັດການຂໍ້ມູນ – ຂ່າວສານທີ່ເກີດຈາກຄອມພິວເຕີ ຈຶ່ງເປັນສິ່ງສຳຄັນ. ນອກຈາກນີ້, ການບໍລິຫານຈັດການເຕັກໂນໂລຊີພາຍໃນບໍລິສັດກໍເປັນສິ່ງສຳຄັນອີກຢ່າງໜຶ່ງ ຈະເຫັນໄດ້ວ່າ ບໍລິສັດ ຫຼື ອົງກອນໃຫຍ່ຈຳເປັນຕ້ອງມີໜ່ວຍງານດ້ານການຈັດການລະບົບຂໍ້ມູນ.

ປັດຈຸບັນ ໂລກຂອງທຸລະກິດ ຈະມີທຸລະກິດກ່ຽວກັບເຕັກໂນໂລຊີຢ່າງຫຼວງຫຼາຍ ເຊິ່ງນັກທຸລະກິດທີ່ລ້ຳລວຍກໍຄືນັກທຸລະກິດດ້ານໄອທີ ເຊິ່ງຄວາມຈິງນີ້ສະແດງໃຫ້ເຫັນວ່າ ໄອທີ ໄດ້ຮັບຄວາມສົນໃຈ ແລະ ມີຄວາມສຳຄັນໃນສັງຄົມປັດຈຸບັນ ແລະ ໃນອະນາຄົດ.

ໂດຍພື້ນຖານເຕັກໂນໂລຊີ ຍ່ອມມີປະໂຫຍດຕໍ່ການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າໄດ້ ແຕ່ເຕັກໂນໂລຊີເປັນເລື່ອງທີ່ກ່ຽວຂ້ອງກັບວິຖີ ຄວາມເປັນຢູ່ຂອງສັງຄົມສະໄໝໃໝ່ ເຊິ່ງລັກສະນະເດັ່ນທີ່ສຳຄັນຂອງເຕັກໂນໂລຊີຈະຊ່ວຍເພີ່ມຜົນຜະລິດ, ຫຼຸດຕົ້ນທຶນ ແລະ ເພີ່ມປະສິດທິພາບໃນການເຮັດວຽກ.

ໃນການປະກອບການທາງດ້ານເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຈຳເປັນຕ້ອງຫາວິທີການເພີ່ມຜົນຜະລິດ, ຫຼຸດຕົ້ນທຶນ ແລະ ເພີ່ມປະສິດທິພາບໃນການໃຊ້ງານຄອມພິວເຕີ ແລະ ລະບົບສື່ສານເຂົ້າມາຊ່ວຍ ເຮັດໃຫ້ເກີດລະບົບແບບອັດຕະໂນມັດ ສາມາດຝາກ – ຖອນເງິນສົດຜ່ານຕູ້ເອທີເອັມ ໄດ້ຕະຫຼອດເວລາ, ທະນາຄານ ສາມາດໃຫ້ບໍລິການໄດ້ດີຂຶ້ນ ເຮັດໃຫ້ການບໍລິການໂດຍລວມມີປະສິດທິພາບໃນລະບົບການຈັດການທຸກແຫ່ງຕ້ອງໃຊ້ຂໍ້ມູນ ເພື່ອການດຳເນີນການ ແລະ ການຕັດສິນໃຈ. ລະບົບທຸລະກິດ ຈຶ່ງໃຊ້ເຄື່ອງມືເຫຼົ່ານີ້ຊ່ວຍໃນການເຮັດວຽກ.

ເຕັກໂນໂລຊີປ່ຽນຮູບແບບການບໍລິການເປັນແບບກະຈາຍ ເມື່ອມີການພັດທະນາລະບົບຂໍ້ມູນ ແລະ ການໃຊ້ຂໍ້ມູນໄດ້ດີ ການບໍລິການຕ່າງໆຈຶ່ງເນັ້ນຮູບແບບການກະຈາຍ ຜູ້ໃຊ້ສາມາດສັ່ງຊື້ສິນຄ້າຢູ່ບ້ານ, ສາມາດສອບຖາມຂໍ້ມູນຜ່ານໂທລະສັບ, ສື່ສັງຄົມອອນລາຍ ແລະ ອື່ນໆ.

( ໂດຍ: ສົມລົດ )

( ທີ່ມາ: https://sites.google.com )