ທະນາຄານກາງຫຼາຍປະເທດອາດບໍ່ມີເຄື່ອງມືຊ່ວຍເສດຖະກິດ

137

ທະນາຄານກາງຫຼາຍປະເທດໃນໂລກອາດຈະເຮັດແມ່ນຫຍັງບໍ່ໄດ້ຫຼາຍໃນການແກ້ໄຂບັນຫາເສດຖະກິດໂລກຕົກຕໍ່າເນື່ອງຈາກອັດຕາດອກເບ້ຍຂອງໂລກຢູ່ໃນລະດັບຕໍ່າຢູ່ແລ້ວຄຽງຄູ່ກັບບັນຫາທ້າທາຍທາງເສດຖະກິດທີ່ກໍາລັງກະທົບຫຼາຍດ້ານທັງສົງຄາມການຄ້າລະຫວ່າງອາເມຣິກາກັບຈີນ,ບັນຫາອັງກິດອອກຈາກອີຢູ ແລະ ການຂະຫຍາຍຕົວຊ້າລົງຂອງເສດຖະກິດເອີຣົບ.

ຫົວໜ່ວຍທຸລະກິດອາເມຣິກາເລີ່ມປົດພະນັກງານເພື່ອກຽມຮັບມືກັບການຂະຫຍາຍຕົວຊ້າລົງທາງເສດຖະກິດທີ່ຄາດຄະເນວ່າອາດຈະເກີດຂຶ້ນໃນໄລຍະປີໜ້າ.

ເມື່ອບໍ່ດົມນນີ້,ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາຂຽນຂໍ້ຄວາມລົງໃນທະວີດເຕີກວ່າ30ຄັ້ງໃຫ້ລະບົບທະນາຄານກາງຂອງອາເມຣິກາຫຼຸດອັດຕາດອກເບ້ຍລົງ ແລະ ລະບົທະນາຄານກາງອາເມຣິກາມີກໍານົດປະຊຸມດ້ານນະໂຍບາຍຄັ້ງຕໍ່ໄປໃນວັນທີ18ເດືອນ ກັນຍານີ້ເພື່ອຕັດສິນໃຈກ່ຽວກັບທິດທາງຂອງອັດຕາດອກເບ້ຍ.

ຢ່າງໃດກໍຕາມການນໍາລະດັບສູງຂອງທະນາຄານກາງອາເມຣິກາໃຫ້ຮູ້ວ່າ:ການຫຼຸດອັດຕາດອກເບ້ຍນະໂຍບາຍໃນຕອນນີ້ຈະເປັນເລື່ອງຜິດພາດເນື່ອງຈາກເສດຖະກິດຂອງອາເມຣິກາຕອນນີ້ຈະມີດັດຊະນີບົ່ງຊີ້ບາງຢ່າງທີ່ເຮັດໃຫ້ໜ້າກັງວົນ,ແຕ່ອັດຕາດອກເບ້ຍໄລຍະສັ້ນໃນອາເມຣິການັ້ນຂ້ອນຂ້າງຕໍ່າຢູ່ແລ້ວ ແລະ ອັດຕາການວ່າງວຽກລວມທັງການໃຊ້ຈ່າຍຂອງຜູ້ບໍລິໂພກກໍຍັງເປັນທີ່ໜ້າພໍໃຈ.

ສະນັ້ນ,ການອອກນະໂຍບາຍຂອງລະບົບທະນາຄານກາງອາເມຣິກາຈຶ່ງຕ້ອງຂະຫຍາຍເວລາການຫຼຸດອັດຕາດອກເບ້ຍອອກໄປກ່ອນຈົນກວ່າຈະມີສັນຍານຂອງບັນຫາເສດຖະກິດທີ່ແຈ່ມແຈ້ງ.

ທັງນີ້ເຢຍລະມັນເຊິ່ງເປັນປະເທດທີ່ມີເສດຖະກິດແຂງແກ່ນທີ່ສຸດໃນເອີຣົບເລີ່ມສົ່ງສັນຍານເຖິງການຕົກຕໍ່າທາງເສດຖະກິດ ແລະ ການຈ້າງວຽກຫຼຸດຕໍ່າລົງ.

ໂດຍໃນເດືອນ ສິງຫາກິດຈະກໍາການຜະລິດທາງອຸດສາຫະກໍາໂດຍລວມຂອງປະເທດໃນກຸ່ມສະຫະພາບເອີຣົບຫຼືອີຢູຫຼຸດໜ້ອຍຖອຍລົງເປັນເດືອນທີ7.

ສ່ວນໃນອັງກິດບັນຫາຍືດເຍື້ອ ແລະ ຄວາມບໍ່ແນ່ນອນກ່ຽວກັບການຖອນຕົວຈາກອີຢູຂອງອັງກິດເປັນຜົນເຮັດໃຫ້ການຜະລິດທາງອຸດສາຫະກໍາຂອງອັງກິດຫົດຕົວລົງໃນອັດຕາຫຼາຍທີ່ສຸດໃນຮອບ7ປີເມື່ອເດືອນ ສິງຫາທີ່ຜ່ານມາ.

ແຕ່ຈາກເງື່ອນໄຂ ແລະ ສະພາບເສດຖະກິດຂອງໂລກໃນປັດຈຸບັນ,ນັກເສດຖະສາດທັງຜູ້ວ່າການທະນາຄານກາງຂອງຫຼາຍໆປະເທດເລີ່ມກັງວົນວ່າເຄື່ອງມືທາງການເງິນທີ່ມີຢູ່ເຊັ່ນການຫຼຸດອັດຕາດອກເບ້ຍອາດຈະບໍ່ພຽງພໍທີ່ຈະຊ່ວຍຊຸກຍູ້ເສດຖະກິດໂລກໃຫ້ຟື້ນຄືນໄດ້ເນື່ອງຈາກອັດຕາດອກເບ້ຍໃນເອີຣົບ ແລະ ໃນຍີ່ປຸ່ນຂະນະນີ້ຕໍ່າຈົນຢູ່ໃນແດນລົບຢູ່ແລ້ວ.

ນອກຈາກນີ້,ບັນຫາຊໍ້າເຮືອອີກດ້ານໜຶ່ງຂອງຫຼາຍປະເທດຂະນະນີ້ຄືໜີ້ພາກຄົວເຮືອນຫຼືໜີ້ພາກລັດທີ່ເປັນພາລະໜັກຂອງລັດຖະບານຫຼາຍປະເທດຈາກການອອກພັນທະບັດມູນຄ່າຫຼາຍພັນຕື້ໂດລາເພື່ອນໍາເງິນມາພັດທະນາເສດຖະກິດ.

ພາລະໜີ້ທີ່ວ່ານີ້ຫາກມີອັດຕາສ່ວນຫຼາຍເກີນໄປ ແລະ ບໍ່ຊ່ວຍເພີ່ມຜົນຜະລິດທາງເສດຖະກິດຂອງປະເທດຈະເຮັດໃຫ້ຄ່າເງິນຂອງປະເທດນັ້ນໆຕົກຕໍ່າລົງ ແລະ ສ້າງບັນຫາໃຫ້ກັບເສດຖະກິດຊໍ້າຮອຍໄດ້.