ຍາກສ່ຳໃດກໍ່ໄປໃຫ້ເຖິງ ບໍ່ໃຫ້ພີ່ນ້ອງໂດດດ່ຽວດຽວດາຍ

61

ຊາວລາວເຮົາເຄີຍມີມູນເຊື້ອຮັກຫອມຕອມຕຸ້ມ ເປັນຫ່ວງເປັນໃຍເຊິ່ງກັນ ແລະກັນມາແຕ່ບູຮານ, ເຖິງວ່າທຸກວັນນີ້ທີ່ເປັນຍຸກຂອງເຂົ້າຍາກໝາກແພງ ແຕ່ລະຄົນຕ້ອງດິ້ນຮົນທຳມາຫາກິນຈົນບາງຄັ້ງລືມຄວາມມີນ້ຳໃຈໄປ ແຕ່ເມື່ອໄພມາປະຊາຊົນແຕ່ເໜືອຮອດໃຕ້ກໍ່ບໍ່ເຄີຍຖີ້ມກັນ, ມີຜູ້ໃຈບຸນ ແລະອາສາສະໝັກຈາກທົ່ວທຸກສາລະທິດຍື່ນມືເຂົ້າຊ່ວຍເຫຼືອ ເຫັນແລ້ວພູມໃຈເຫຼືອເກີນທີ່ເກີດເປັນຄົນລາວ!!!

 

 

ເຊັ່ນດຽວກັບຄະນະຊ່ວຍເຫຼືອຂອງສາວໜູນາໃນແຂວງຈຳປາສັກ, ສາວໜູນາບອກວ່າໃນການບໍລິຈາກເຄື່ອງຄັ້ງນີ້ ແມ່ນໄດ້ມາຈາກນໍ້າໃຈຂອງຫຼາຍໆພາກສ່ວນທີ່ຮ່ວມກັນ ເປັນຕົ້ນແມ່ນການລະດົມທຶນໂດຍເອື້ອຍ Tai Kaluna ພ້ອມດ້ວຍທີມງານເດີນທາງມາຈາກນະຄອນຫຼວງວຽງຈັນ Teep Hathanavong PJ Vong Vongvivan Jackky Gps ແລະ ທາງປາກເຊ Fon Srp ເຊິ່ງທຸກຄົນມີຈຸດປະສົງດຽວກັນຄື ຕ້ອງການຊ່ວຍເຫຼືອຜູ້ທີ່ປະສົບໄພນໍ້າຖ້ວມທີ່ຜ່ານມາ ບ້ານ ສະຜ່າຍ, ເມືອງ ຊະນະສົມບູນ, ແຂວງ ຈໍາປາສັກທີ່ໄດ້ຮັບຄວາມເສຍຫາຍພໍສົມຄວນ.

 

 

ດັ່ງນັ້ນ ໃນການຊ່ວຍເຫຼືອຂອງທີມງານຈຶ່ງເນັ້ນໃຫ້ມີປະສິດທິພາບທີ່ສຸດກໍ່ຄືການຊ່ວຍເຫຼືອໃຫ້ຖືກຈຸດ ເຖິງມືຜູ້ທີ່ຖືກກະທົບແທ້ໆ ຈາກນີ້ກໍ່ມອບໃຫ້ຜູ້ທີ່ເຂົາເຈົ້າທຸກຍາກຂາດເຂີນ ຫຼື ເຮືອນຊານຊັບສິນເສຍຫາຍ ເພື່ອຢາກໃຫ້ເຄື່ອງຊ່ວຍເຫຼືອໄດ້ເຂົ້າໄປຢ່າງທົ່ວເຖິງກັນ.

 

 

ທີມຊ່ວຍເຫຼືອທີ່ແອັດມິນຍົກມານີ້ໄດ້ໄປມອບສອງມື້ລຽນຄືມື້ທຳອິດລວມທັງໝົດ 518 ຖົງ ແມ່ນບໍ່ພຽງພໍ ເພາະເປັນບ້ານໃຫຍ່ ແລະ ຖືກກະທົບຈໍານວນຫຼວງຫຼາຍ ໃນນັ້ນເຄື່ອງຂອງທີ່ນຳໄປບໍລິຈາກປະກອບມີ ໝີ່ ນໍ້າ ປາກະປ່ອງ ເສື້ອໃນ ສົ້ງໃນ ຍິງ-ຊາຍເປັນສິ່ງທີ່ຈຳເປັນທີ່ສຸດ ແລະມື້ທີສອງແມ່ນໄດ້ສືບຕໍ່ໄປມອບໃຫ້ ບ້ານ ໂຢງ, ເມືອງ ຊະນະສົມບູນ, ແຂວງຈໍາປາສັກ ເຊິ່ງນໍ້າຍັງບໍ່ລົງເທື່ອ ການເດີນທາງຈິ່ງໄປໄດ້ທາງເຮືອເທົ່ານັ້ນ ແລະລຳບາກສົມຄວນ ແຕ່ເຄື່ອງຊ່ວຍເຫຼືອຈໍານວນ 200ຖົງ ແລະ ມີເສື້ອຜ້າທີ່ໄປຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າອີກປະມານ 100 ຖົງກໍ່ຖືກມອບເຖິງມືຜູ້ປະສົບໄພເປັນທີ່ຮຽບຮ້ອຍແລ້ວ ຂອບໃຈແທນຜູ້ປະສົບໄພທັງຫຼາຍ.

 

 

ສາວໜູນາບອກວ່າ ພວກເຮົາມີຄວາມສຸກທີ່ໄດ້ຊ່ວຍເຫຼືອເຂົາເຈົ້າ ແລະ ພູມໃຈທີ່ໄດ້ເຫັນເຂົາເຈົ້າຍິ້ມຮັບຢ່າງມີຄວາມສຸກ ບັນຍາກາດໃນມື້ມອບເຄື່ອງຈິ່ງເຕັມໄປດ້ວຍຄວາມສຸກທັງຜູ້ໃຫ້ ແລະ ຜູ້ຮັບ!!!!