ຍົກລະດັບຄວາມຮູ້ການບັນທຶກຈົດກ່າຍບັນຊີໃຫ້ຜູ້ປະກອບການ

0
223

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ຮ່ວມກັບສະພາການຄ້າ ຄາວາຊະກິ ປະເທດຍີ່ປຸ່ນ ຈັດຊຸດສໍາມະນາການບັນທຶກຈົດກ່າຍບັນຊີລະດັບກາງ ເພື່ອຊ່ວຍຍົກລະດັບຜູ້ປະກອບການລາວ ຄຸ້ມຄອງບໍລິຫານທຸລະກິດໃຫ້ເປັນໄປຕາມເປົ້າໝາຍທີ່ວາງໄວ້, ສາມາດກໍານົດຄວາມສ່ຽງຂອງທຸລະກິດ ແລະ ຮູ້ສະຖານະທາງດ້ານການເງິນຂອງບໍລິສັດເປັນຢ່າງດີ.

ຊຸດຝຶກອົບຮົມດັ່ງກ່າວ ຈັດຂຶ້ນໃນວັນທີ 10 ກັນຍາ 2019 ທີ່ ສຄອຊ ໂດຍການເປັນປະທານຮ່ວມຂອງ ທ່ານ ອຸເດດ  ສຸວັນນະວົງ ປະທານ ສຄອຊ; ທ່ານ Osamitsu YAMADA ປະທານສະພາການຄ້າ ຄາວາຊະກິ ປະເທດຍີ່ປຸ່ນ ( KAVASAKI ). ນອກຈາກນີ້, ກໍມີບັນດາຄູຝຶກຈາກປະເທດຍີ່ປຸ່ນ ແລະ ມີສໍາມະນາກອນເຂົ້າຮ່ວມທັງໝົດ 50 ຄົນ.

ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ການບັນທຶກ – ຈົດກ່າຍບັນຊີ ມີຄວາມສໍາຄັນ ແລະ ຈໍາເປັນຫຼາຍສໍາລັບຜູ້ປະກອບການໃນການຄຸ້ມຄອງບໍລິຫານທຸລະກິດ ໃຫ້ເປັນໄປຕາມເປົ້າໝາຍທີ່ວາງໄວ້, ສາມາດກໍານົດຄວາມສ່ຽງຂອງທຸລະກິດ ແລະ ຮູ້ສະຖານະທາງດ້ານການເງິນຂອງບໍລິສັດເປັນຢ່າງດີ ພ້ອມທັງສາມາດກໍານົດແຜນຍຸດທະສາດ ແລະ ທິດທາງໃນການຂັບເຄື່ອນທຸລະກິດໄດ້. ສໍາລັບການຝຶກອົບຮົມໃນມື້ນີ້ເຫັນໄດ້ວ່າບັນດາຜູ້ປະກອບການໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມຢ່າງຫຼວງຫຼາຍ ເຊິ່ງມັນເປັນບາດກ້າວທີ່ດີ ແລະ ສໍາຄັນໃນການຍົກລະດັບ ຄວາມຮູ້ – ຄວາມສາມາດໃຫ້ແກ່ເຂົາເຈົ້າທັງຕົວຜູ້ປະກອບການເອງ ແລະ ນັກບັນຊີທັງຫຼາຍ ຈະໄດ້ນໍາເອົາຄວາມກ້າວໜ້າມາສູ່ທຸລະກິດ, ມີຄວາມໝັ້ນຄົງທາງດ້ານຖານະການເງິນ ແລະ ມີ ຄວາມພ້ອມໃນການແຂ່ງຂັນ ເພື່ອກ້າວເຂົ້າສູ່ລະບົບການຄຸ້ມຄອງບັນຊີ – ການເງິນໃນລະດັບຕໍ່ໄປ.

ດ້ານ ທ່ານ Osamitsu YAMADA ໃຫ້ຮູ້ວ່າ: ການຈົດກ່າຍບັນຊີ ມັນເປັນເຄື່ອງມືພື້ນຖານອັນໜຶ່ງໃນການນໍາໃຊ້ເຂົ້າໃນການຄຸ້ມຄອງການບໍລິຫານອົງກອນ, ການບໍລິຫານການເງິນ, ບໍ່ວ່າຈະເປັນຕໍ່ກັບດ້ານທຸລະກິດ, ບໍລິສັດສ່ວນບຸກຄົນ ຫຼື ພາກລັດ ສາມາດປັບໃຊ້ເຂົ້າໃຫ້ເກີດປະໂຫຍດໄດ້ທັງໝົດ. ໃນການຝຶກອົບຮົມຄັ້ງນີ້ ຫວັງວ່າທຸກຄົນທີ່ເຂົ້າຮ່ວມຈະສາມາດຕັກຕວງເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ກັບທຸລະກິດຂອງຕົນເອງ ໃຫ້ເກີດປະໂຫຍດສູງສຸດ. ຊຸດສໍາມະນາຈະດໍາເນີນໄປເປັນເວລາ 3 ວັນ ( 10 – 12 ກັນຍາ 2019 ).

( ຂ່າວ: ເອຢິບ, ຮູບ: ສອນໄຊ )

LEAVE A REPLY

Please enter your comment!
Please enter your name here