ທ່ານ ພອນທິບ ຍົກໄຊຍະຄໍາ ຖືກເລືອກເປັນເລຂາໜ່ວຍພັກຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ອີກສະໄໝ

122

ກອງປະຊຸມໃຫຍ່ ຄັ້ງທີ 2 ຂອງໜ່ວຍພັກຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ເປີດຂຶ້ນໃນວັນທີ 10 ກັນຍາ 2019 ໂດຍການເປັນປະທານ ຂອງ ສະຫາຍ ວິລະສັກ ນາມມຸນຕີ ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ ເຈົ້າເມືອງນາຊາຍທອງ, ມີສະມາຊິກໜ່ວຍພັກອ້ອມຂ້າງເມືອງເຂົ້າຮ່ວມ.

ໃນທີ່ປະຊຸມ ສະຫາຍ ພອນທິບ ຍົກໄຊຍະຄໍາ ຄະນະພັກເມືອງ, ເລຂາໜ່ວຍພັກ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ໄດ້ຜ່ານບົດລາຍງານການເມືອງການຈັດຕັ້ງປະຕິບັດວຽກງານຕະຫຼອດ 5 ປີຜ່ານມາ ເຫັນວ່າມີຜົນດີຫຼາຍດ້ານ. ໃນນັ້ນ, ວຽກງານຄຸ້ມຄອງລາຄາສິນຄ້າ, ອໍານວຍຄວາມສະດວກທາງການຄ້າ, ທົ່ວເມືອງມີຕະຫຼາດ 13 ແຫ່ງ ເຊິ່ງແບ່ງເປັນ 3 ຂະໜາດ ຄື: ຂະໜາດກາງ 4 ແຫ່ງ, ຂະໜາດນ້ອຍ 5 ແຫ່ງ, ຕະຫຼາດຊຸມຊົນ 4 ແຫ່ງ. ໃນນີ້, ມີຕະຫຼາດຕົວແບບ 2 ແຫ່ງ ຄື: ຕະຫຼາດສົ່ງເສີມກະສິກໍາ ແລະ ຕະຫຼາດໂຊກທະວີ.

ທົ່ວເມືອງນາຊາຍທອງ ມີຫົວໜ່ວຍທຸລະກິດທັງໝົດ 3.757 ຫົວໜ່ວຍ, ມີຫົວໜ່ວຍໄດ້ຮັບກາໝາຍສິນຄ້າໂອດ໊ອບທັງໝົດ 6 ຫົວໜ່ວຍ ພ້ອມດຽວກັນຍັງໄດ້ຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈັດກອງປະຊຸມແລກປ່ຽນບົດຮຽນຂອງຄອບຄົວຕົວແບບການຜະລິດເປັນປີທີ 7 ຕິດຕໍ່ກັນ.

ສະຫາຍ ວິລະສັກ ນາມມຸນຕີ ຄະນະພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ ເຈົ້າເມືອງນາຊາຍທອງ ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະໜ່ວຍພັກຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດພາລະບົດບາດຂອງຕົນໃນໄລຍະ 5 ປີ ຜ່ານມາ ແລະ ສືບຕໍ່ປະຕິບັດຕາມແຜນຄາດໝາຍສູ້ຊົນໃນໄລຍະ 5 ປີຕໍ່ໜ້າ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ. ພ້ອມດຽວກັນ, ແມ່ນເນັ້ນໜັກໃຫ້ເລຂາໜ່ວຍພັກ, ຮອງເລຂາຕະຫຼອດຮອດສະມາຊິກພັກ, ພະນັກງານ ຈົ່ງໄດ້ກໍາແໜ້ນແນວທາງ – ນະໂຍບາຍຂອງພັກ ຍົກສູງການປະຕິບັດໜ້າທີ່ເພື່ອຮັບໃຊ້ປະເທດຊາດ, ບໍລິການປະຊາຊົນ ໂດຍສະເພາະອໍານວຍຄວາມສະດວກ, ສ້າງເງື່ອນໄຂໃຫ້ແກ່ການດໍາເນີນທຸລະກິດ, ການຄ້າ, ການຜະລິດພາຍໃນເມືອງນາຊາຍທອງ ໃຫ້ມີທ່າກ້າວຂະຫຍາຍຕົວໄປເລື້ອຍໆ.

ທີ່ປະຊຸມໄດ້ມີການປ່ອນບັດເອົາເລຂາ, ຮອງເລຂາໜ່ວຍພັກ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ຜູ້ໃໝ່ ເຊິ່ງ ສະຫາຍ ພອນທິບ ຍົກໄຊຍະຄໍາ ໄດ້ຮັບຄວາມໄວ້ວາງໃຈ ໄດ້ຮັບເລືອກເປັນເລຂາໜ່ວຍພັກ ອີກສະໄໝ, ສະຫາຍ ແສງອຸໄທ ດວງມະນີວົງ ເປັນຮອງເລຂາ, ສະຫາຍ    ວົງລິດ ແສງວິໄລ ເປັນຄະນະກວດກາ.