ບຸນຍະລິດ ຊາວໜຸ່ມລາວຜູ້ທີ່ໄດ້ລາງວັນຫຸ່ນຍົນ 2 ຄັ້ງໃນລະດັບນາໆຊາດ

127

ຍ້ອນໄດ້ຮັບການສະໜັບສະໜູນຂອງພໍ່ແມ່ ແລະ ຄວາມພະຍາຍາມອົດທົນຕັ້ງໃຈສຶກສາຮໍ່າຮຽນ ໄຝ່ ຮຽນຮູ້, ມີວິໄນໃນການສຶກສາຮໍ່າຮຽນແບ່ງເວລາຮຽນຢ່າງເປັນລະບຽບ, ຈັດການກັບການຮຽນຢ່າງເໝາະ ສົມ ແລະ ຮຽນຮູ້ຖຶກຕ້ອງຕາມຫຼັກການ. ທ້າວ ບຸນຍະລິດ ໄຊສຸລຽນ ຈຶ່ງສາມາດຍາດໄດ້ລາງວັນ 2 ຄັ້ງ ໃນການແຂ່ງຂັນຫຸ່ນຍົນໃນລະດັບສາກົນ.

ທ່ານ ນາງ ຄອນສະຫວັນ ໄຊສຸລຽນ ຜູ້ເປັນແມ່ ໄດ້ໃຫ້ສຳພາດວ່າ: ຕົນເອງຮູ້ສຶກພາກພູມໃຈທີ່ ລູກສາມາດຍາດໄດ້ລາງວັນແຂ່ງຂັນຫຸ່ນຍົນຂັ້ນນານາຊາດສອງຄັ້ງຕິດຕໍ່ກັນ ທີ່ປະເທດໄທ ໃນທ້າຍເດືອນ ພະຈິກ 2018 ແລະ ປະເທດ ສ.ເກົາຫຼີ ໃນຕົ້ນເດືອນສິງຫາ 2019. ເຊິ່ງການໄປແຂ່ງຂັນຄັ້ງທຳອິດທີ່ ປະເທດໄທ ນັ້ນເຫັນວ່າ ລູກຕົນເອງຍັງບໍ່ທັນພ້ອມ, ເນື່ອງຈາກວ່າຫາກໍ່ເລີ່ມຮຽນທີ່ສູນຮຽນຮູ້ວີເອຟໄດ້ພຽງ 1 ເດືອນເທົ່ານັ້ນ ແລະ ເປັນຄັ້ງທຳອິດທີ່ ສປປ ລາວ ເຂົ້າຮ່ວມແຂ່ງຂັນ. ແຕ່ເຮົາໃນຖານະເປັນຜູ້ປົກ ຄອງກໍ່ໄດ້ໃຫ້ການສະໜັບສະໜູນ ແລະ ສົ່ງເສີມ ໂດຍໃຫ້ລູກໄປລອງແຂ່ງຂັນເພື່ອຮຽນຮູ້ເອົາປະສົບການ ແລະ ອີກປະການໜຶ່ງກໍ່ຄືເພື່ອເປັນຂອງຂວັນໃຫ້ແກ່ວັນຊາດທີ 2 ທັນວາ. ທ້າວ ບຸນຍະລິດ ກໍ່ເລີຍຕັດສິນ ໃຈໄປແຂ່ງຂັນໃນທີ່ສຸດ ແລະ ໄປແຂ່ງຂັນ ຈົນສາມາດຍາດໄດ້ລາງວັນທີ 5 ທີ່ເປັນຫຼຽນທອງແດງ.

ຫາກເວົ້າເຖີງ ທ້າວ ບຸນຍະລິດ ແມ່ນເປັນຄົນທີ່ມັກຮຽນຮູ້, ມັກສັງເກດ ແລະ ມັກປະດິດຄິດສ້າງ, ໄຝ່ຮຽນສຶກສາກ່ຽວກັບວິທະຍາສາດຊອກຫາເຫດຜົນ ແລະ ວິທີການໃນການແກ້ບັນຫາສະເໝີມາແຕ່ຕອນ ຍັງນ້ອຍ ໂດຍເລີ່ມຈາກການຫຼິ້ນຈິກຊໍ. ເຊິ່ງທາງຄອບຄົວເຮົາກໍ່ເຫັນວ່າ ລາວເປັນຄົນທີ່ມີພອນສະຫວັນ ໃນດ້ານເຕັກໂນໂລຊີ ແລະ ວິທະຍາສາດ.

ດັ່ງນັ້ນ, ເມື່ອທາງຄອບຄົວຮູ້ວ່າ ໃນ ສປປ ລາວ ມີສູນຮຽນຮູ້ວີເອຟ ເຊິ່ງເປັນສູນຮຽນຮູ້ກ່ຽວກັບ ດ້ານສະເຕັມສຶກສາ ທີ່ຮຽນຮູ້ກ່ຽວກັບການສ້າງຫຸ່ນຍົນ ເພື່ອເສີມສ້າງທັກສະທາງດ້ານວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ ໃຫ້ແກ່ເດັກນ້ອຍລາວ ໃຫ້ມີແນວຄິດສ້າງສັນ, ມີຄວາມຮູ້ທາງດ້ານວິທະຍາສາດ ແລະ ກາຍເປັນຄົນທີ່ມີຄຸນນະພາບໃຫ້ແກ່ສັງຄົມ. ສູນຮຽນຮູ້ວີເອຟ ເປັນ ສະມາຊິກ ສະມາຄົມຫຸ່ນຍົນຊາວໜຸ່ມສາກົນ ທີ່ເປັນຕົວແທນຂອງ ສປປ ລາວ ເຂົ້າແຂ່ງຂັນຫຸ່ນຍົນໃນລະດັບສາກົນ. ຄອບຄົວກໍ່ ເລີຍຕັດສິນໃຈໃຫ້ລາວໄປຮຽນ ແລະ ຫຼັງຈາກຮຽນໄດ້ 2- 3 ອາທິດກໍ່ເຫັນວ່າ ລາວຮຽນໄດ້ ແລະ ຮຽນ ຮູ້ໄດ້ໄວ, ມີຫົວຄິດປະດິດສ້າງ ສາມາດນຳພາໝູ່ເພື່ອນສ້າງຫຸ່ນຍົນທີ່ມີປະສິດທິພາບ.

ແມ່ທ້າວ ບຸນຍະລິດ ຍັງເວົ້າຕື່ມວ່າ: ຕົນເອງມີຄວາມພາກພູມໃຈທີ່ສຸດທີ່ລູກໄດ້ເປັນຕົວແທນຂອງ ສປປ ລາວ ໃນການແຂ່ງຂັນຫຸ່ນຍົນລະດັບນານາຊາດ ແລະ ສາມາດ ຍາດໄດ້ລາງວັນທັງສອງຄັ້ງ, ເຊິ່ງ ມັນສະແດງເຖີງຄວາມສາມາດຂອງຊາວໜຸ່ມລາວ ທີ່ບໍ່ນ້ອຍໜ້າຊາດໃດໃນໂລກ, ເຖີງວ່າ ສະເຕັມສຶກສາ ໃນປະເທດເຮົາຫາກໍ່ມີມາບໍ່ເຖີງປີ, ແຕ່ກໍ່ສາມາດສ້າງຊື່ສຽງໄດ້ໃນລະດັບນີ້ ເພື່ອຊາດ ເພື່ອສັງຄົມລາວ, ເພາະເຫັນວ່າ ໃນອານາຄົດດ້ານເຕັກໂນໂລຊີທັນສະໄໝແມ່ນມີຄວາມສຳຄັນທີ່ສຸດຕໍ່ການພັດທະນາຂອງ ປະເທດຊາດ ແລະ ຊາວໜຸ່ມລາວ ໃນປັດຈຸບັນກໍ່ຄືອານາຄົດຂອງປະເທດຊາດນັ້ນເອງ.

ທ້າວ ບຸນຍະລິດ ໄຊສຸລຽນ ໄດ້ໃຫ້ສຳພາດວ່າ: ຕົນເອງຮູ້ສຶກດີໃຈ ແລະ ຂໍຂອບໃຈພໍ່ແມ່ ແລະ ກະຊວງວິທະຍາສາດ – ເຕັກໂນໂລຊີ ທີ່ໃຫ້ໂອກາດນ້ອງ ໃນການໄປແຂ່ງຂັນ. ຄືແມ່ເວົ້າໄປນັ້ນ ການ ເຂົ້າແຂ່ງຂັນຄັ້ງທຳອິດນັ້ນຮູ້ສຶກຕື່ນເຕັ້ນ ແລະ ຢ້ານ ບໍ່ຢາກໄປເທົ່າໃດ ເພາະຫາກໍ່ເລີ່ມຮຽນ ແລະ ຄິດວ່າ ປະເທດອື່ນເຂົາຮຽນມາດົນ ເຂົາມີພື້ນຖານດີກວ່າເຮົາ ແລະ ເຮົາອາດຈະບໍ່ໄດ້ນຳເຂົາ. ເຊິ່ງໃນເວລານັ້ນ, ຕົນເອງຕັດສິນໃຈຍາກພໍສົມຄວນ, ແຕ່ດ້ວຍຄຳເວົ້າຂອງພໍ່ແມ່ ທີ່ວ່າໃຫ້ໄປລອງແຂ່ງຂັນ ແລະ ແຂ່ງຂັນ ເພື່ອເຊີດຊູບົດບາດຂອງຊາດລາວເຮົາໃນເວທີສາກົນ ເລີຍຕັດສິນໃຈໄປແຂ່ງຂັນ ແລະ ກໍ່ໄດ້ຫຼຽນທອງ ແດງ ເຖີງວ່າພົບຄວາມຫຍຸ້ງຍາກຫຼາຍກໍ່ຕາມ.

ລາວເວົ້າຕື່ມວ່າ ທຸກການແຂ່ງຂັນນັ້ນ, ກໍ່ເໝືອນການປະພຶດ ແລະ ປະຕິບັດສິ່ງຕ່າງໆ ຫາກມີຄັ້ງ ທຳອິດຍ່ອມດີກວ່າສະເໝີ ໃນການສ້າງຄວາມເຊື່ອໝັ້ນ ແລະ ຄວາມກ້າ ເພາະທຸກຄັ້ງແມ່ນຈະໄດ້ປະສົບ ການ ເຊິ່ງເປັນສິ່ງທີ່ມີຄ່າທີ່ສຸດ. ສະນັ້ນ, ເມື່ອໄດ້ຍິນທາງສູນ ວີເອຟ ບອກວ່າທີມງານຈະໄປແຂ່ງຂັນຫຸ່ນ ຍົນຂັ້ນນານາຊາດທີ່ປະເທດ ສ. ເກົາຫຼີ ໃນເດືອນສິງຫາ, ຕົນເອງກໍ່ສະໝັກເປັນຕົວແທນເລີຍ.

ດ້ວຍປະສົບການທີ່ເຄີຍເຂົ້າຮ່ວມແຂ່ງຂັນໃນລະດັບສາກົນມາແລ້ວ, ການແຂ່ງຂັນໃນຄັ້ງທີ 2 ທີ່ ສເກົາຫຼີ, ທາງສູນວີເອຟ ແລະ ນ້ອງເອງພ້ອມດ້ວຍທີມກໍ່ໄດ້ກະກຽມເປັນເວລາ 2 ເດືອນເລີຍ. ເພາະວ່າ ການແຂ່ງຂັນໃນຄັ້ງນີ້ຈະໃຫຍ່ ແລະ ມີຈໍານວນຜູ້ເຂົ້າຮ່ວມຫຼາຍ ທີ່ມາຈາກ 30 ກວ່າປະເທດ ແລະ ມີຜູ້ ເຂົ້າຮ່ວມ 1.500 ກວ່າຄົນ. ເຊິ່ງການແຂ່ງຂັນໃນຄັ້ງນີ້, ກໍ່ເຫັນວ່າໄດ້ຕາມຄາດ ແລະ ຮູ້ສຶກເພິ່ງພໍໃຈ ທີ່ທີມຈາກ ສປປ ລາວ ສາມາດຍາດໄດ້ລາງວັນ ທີ 3 ລະດັບນາໆຊາດ.

ນ້ອງເອງເປັນຄົນທີ່ມັກຮຽນຮູ້, ມັກສັງເກດການ ແລະ ຮຽນຮູ້ສິ່ງໃໝ່ໆ ເປັນຕົ້ນແມ່ນດ້ານວິທະຍາ ສາດ ແລະ ເຕັກໂນໂລຊີທັນສະໄໝ. ສະນັ້ນ, ການຮຽນຫຸ່ນຍົນຂອງນ້ອງ ແມ່ນນ້ອງໄດ້ມີການຈັດການເວລາຮຽນຢ່າງເປັນລະບຽບ, ຍິ່ງເປັນເວລາໃນຊ່ວງຮຽນປະຈຳສົກຮຽນແມ່ນຍິ່ງມີຄວາມສຳຄັນ, ເພາະແຕ່ລະມື້ນອກຈາກໄປຮຽນໃນໂຮງຮຽນແລ້ວ ກັບມາກໍ່ມີວຽກບ້ານ ທີ່ຈຳເປັນຕ້ອງເຮັດໃຫ້ແລ້ວ ແລະ ຍັງຕ້ອງສຶກສາຮຽນຮູ້ດ້ານຫຸ່ນຍົນ ແລະ ປະກອບຫຸ່ນຍົນຕື່ມອີກ. ສະນັ້ນ, ຈື່ງຈັດການເວລາໃນການຮຽນ ໂດຍອີງ ຕາມຕາຕະລາງໃນໂຮງຮຽນ ແລະ ການຮຽນຫຸ່ນຍົນໃຫ້ສອດຄ່ອງ, ເໝາະສົມທີ່ສຸດສຳລັບຕົນເອງ, ເພື່ອໃຫ້ສາມາດຄົ້ນຄິດໄດ້ແນວຄິດໃໝ່ໆເພື່ອນຳມາປະຍຸກໃຊ້ໃນຫຸ່ນຍົນຂອງເຮົາໃຫ້ແຂງແຮງຂຶ້ນ ແລະ ອື່ນໆ. ສຳລັບນ້ອງເອງແມ່ນຈະເຮັດວຽກບ້ານໃນຊ່ວງເວລາເລິກຮຽນປະມານ 4 – 5 ໂມງແລງ, ຫຼັງຈາກນັ້ນຈື່ງ ມາຮຽນຫຸ່ນຍົນຢ່າງເປັນປະຈຳ.

ທ້າວ ບຸນຍະລິດ ໄຊສຸລຽນ ຍັງເວົ້າອີກວ່າ: ການຮຽນຫຸ່ນຍົນແມ່ນຕ້ອງເປັນຄົນໄຝ່ຮຽນຮູ້ ແລະ ຕ້ອງມີຄວາມອົດທົນສູງ, ເພາະຮຽນຫຸ່ນຍົນເປັນການຮຽນທີ່ປະຕິບັດຕົວຈີງເປັນສ່ວນຫຼາຍ. ສະນັ້ນ, ຄວາມ ຜິດພາດຖືເປັນສິ່ງທີ່ມັກພົບສະເໝີ ບາງກໍລະນີທີ່ອຸປະກອນບໍຄົບຕ້ອງໃຈເຢັນ ແລະ ພະຍາຍາມທີ່ສຸດ. ຕ້ອງເປັນຄົນມີຄວາມສາມາດ ແລະ ຕ້ອງກ້າສະແດງແນວຄິດ, ເພາະທຸກແນວຄິດແມ່ນມີປະໂຫຍດສະເໝີສຳລັບສັງຄົມ. ນອກນັ້ນ, ການຮຽນ ຫຸ່ນຍົນແມ່ນມີຄວາມສຳຄັນທີ່ສຸດ ເຮັດໃຫ້ເຮົາເກັ່ງພາສາອັງກິດຂຶ້ນ, ຮຽນຮູ້ຫຼັກຄະນິດສາດໄດ້ຫຼາຍຂຶ້ນ, ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວິທະຍາສາດ – ເຕັກໂນໂລຊີຫຼາຍຂຶ້ນ ແລະ ອື່ນໆ.

ໂດຍ: ກາວຊົ່ງ; ພາບ: ສຸກສະຫວັນ