ເປີດສາກອາທິດທໍາອິດ ບານເຕະເຍົາວະຊົນຊີງຂັນ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ

75

ການແຂ່ງຂັນບານເຕະເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ( ນວ ) ປະຈໍາປີ 2019 ເປີດສາກຂຶ້ນຢ່າງເປັນທາງການໃນອາທິດທີ່ຜ່ານມາ ໂດຍມີການຊີງໄຊ 3 ຮຸ່ນ ຄື: 11 ປີ, 13 ປີ ແລະ 16 ປີ. ການແຂ່ງຂັນຮອບແບ່ງກຸ່ມສໍາເລັດໄປແລ້ວ 2 ຮຸ່ນ ແລະ ສາມາດຄັດໄດ້ແລ້ວ 4 ທີມສຸດທ້າຍ ທີ່ໄດ້ລຸ້ນແຊັມລາຍການດັ່ງກ່າວຕໍ່ໄປ.

ການແຂ່ງຂັນຄັ້ງນີ້ຈັດຂຶ້ນ ເພື່ອເປັນການພັດທະນາວົງການບານເຕະກໍຄືສ້າງເຍົາວະຊົນໃນມື້ນີ້ໃຫ້ກ້າວໄປຫາອະນາຄົດທີ່ສົດໃສໃນຕໍ່ໜ້າ ແລະ ກ້າວສູ່ການສຶກສາ – ກີລາອາຊີບ ໂດຍທາງສະຫະພັນບານເຕະ ນວ ປຶກສາກັບພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ວາງແຜນໄວ້ວ່າຖ້ານັກກີລາຄົນໃດທີ່ຕິດທີມນະຄອນຫຼວງວຽງຈັນ ຈະອະນຸຍາດໃຫ້ຍ້າຍມາຮຽນຢູ່ໂຮງຮຽນ ອານຸວົງ ເພື່ອກຽມເຂົ້າຮ່ວມກີລານັກຮຽນທົ່ວປະເທດທີ່ແຂວງສາລະວັນ ໃນປີ 2021.

ຫຼ້າສຸດ, ໃນລະຫວ່າງວັນທີ 7 – 8 ກັນຍາ 2019 ການແຂ່ງຂັນເຕະບານເຍົາວະຊົນ 3 ຮຸ່ນ ຄື: 11 ປີ, 13 ປີ ແລະ 16 ປີ ເປີດສາກຂຶ້ນທີ່ສະໜາມກີລາເຈົ້າອານຸວົງ ໂດຍມີ 13 ສະໂມສອນ ອ້ອມຂ້າງນະຄອນຫຼວງວຽງຈັນ ຈຳນວນເກືອບ 300 ຄົນເຂົ້າຮ່ວມຊີງໄຊ ໂດຍແຕ່ລະຮຸ່ນມີ 6 ທີມເຂົ້າຮ່ວມ ແລະ ແຕ່ລະຮຸ່ນແບ່ງອອກເປັນ 2 ກຸ່ມ ແລະ ແຂ່ງຂັນພົບກັນໝົດຄັດເອົາທີ 1 – 2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ.

ປາກົດວ່າ: ຮຸ່ນ 11 ປີ ກຸ່ມ A ລ໋ອບ ສະເຕດ້ຽມ ຊະນະ ໄກປ່າ ເອັຟຊີ 1 – 0, ໄກ່ປ່າ ເສຍໃຫ້ ວຽງຈັນ ເອັຟທີ 1 – 5 ແລະ ລ໋ອບ ສະເຕດ້ຽມ ເສຍໃຫ້ ວຽງຈັນ ເອັຟທີ 0 – 5.ສ່ວນກຸ່ມ B ຕາວັນ ຊີຊີ – 55 ສະເໝີກັບ ນະຄອນຫຼວງ 2 – 2, ປະສານໃຈ ຊະນະ ນະຄອນຫຼວງ 2 – 0 ແລະ ຕາວັນ ຊີຊີ – 55 ເສຍໃຫ້ ປະສານໃຈ 1 – 5 ເຮັດໃຫ້ວຽງຈັນ ເອັຟທີ ຜ່ານເຂົ້າຮອບໃນຖານະແຊັມກຸ່ມ A ພົບກັບ ນະຄອນຫຼວງ ຮອງແຊັມກຸ່ມ B ແລະ ລ໋ອບ ສະເຕດ້ຽມ ຮອງແຊັມກຸ່ມ A ໄປພົບກັບ ປະສານໃຈ ແຊັມກຸ່ມ B ໃນວັນທີ 14 ກັນຍາ 2019.

ສ່ວນຮຸ່ນອາຍຸ 13 ປີ ກຸ່ມ A ດີເຄ ເອັຟຊີ ເສຍ ວຽງຈັນ ເອັຟທີ 1 – 2, ວຽງຈັນ ເອັຟທີ ຊະນະ ຕາວັນ ຊີຊີ – 55 ໄປ 5 – 2 ແລະ ດີເຄ ເອັຟຊີ ຊະນະ ຕາວັນ ຊີຊີ – 55 ໄປ       7 – 0. ສ່ວນກຸ່ມ B ຈິງໃຈ ຊະນະ ນະຄອນຫຼວງ 2 – 0, ນະຄອນຫຼວງ ເສຍໃຫ້ ທຣາມຟໍເມເຊິນ 1 – 6 ແລະ ຈິງໃຈ ຊະນະ ທຣາມຟໍເມເຊິນ 2 – 1.

ຂະນະທີ່ຮຸ່ນອາຍຸ 16 ປີ ກຸ່ມ A ທະເວັນຕີຊິກ ຊະນະ ນະຄອນຫຼວງ 5 – 1, ຈິງໃຈ ເສຍໃຫ້ ທະເວັນຕີຊິກ 1 – 3 ແລະ ສ່ວນ ກຸ່ມ B ປະສານໃຈ ເສຍໃຫ້ ວຽງຈັນ ເອັຟທີ 0 – 5, ດີເຄ ຖະຫຼົ່ມ ປະສານໃຈ 12 – 0 ເຊິ່ງຍັງເຫຼືອອີກ ນັດສຸດທ້າຍຂອງທັງສອງກຸ່ມຈະກັບມາແຂ່ງຂັນໃນວັນອາທິດທີ 15 ກັນຍາ 2019 ເພື່ອຕັດສິນວ່າທີມໃດຈະໄດ້ເຂົ້າຮອບຮອງຊະນະເລີດ.

ສໍາລັບລາງວັນຊະນະເລີດການແຂ່ງຂັນລາຍການດັ່ງກ່າວ ອັນດັບທີ 1 ຈະໄດ້ຮັບຂັນແຊັມແຕ່ລະຮຸ່ນ ພ້ອມກັບຫຼຽນຄຳ, ອັນດັບ 2 ໄດ້ຮັບຫຼຽນເງິນ ແລະ ອັນດັບ 3 ຫຼຽນທອງ ຕາມລໍາດັບ. ນອກຈາກນັ້ນ, ສະໂມສອນທີ່ເຂົ້າຮ່ວມກໍຍັງຈະໄດ້ຮັບໃບກຽດຕິຄຸນຈາກສະຫະພັນບານເຕະ ນະຄອນຫຼວງວຽງຈັນ.

( ຂ່າວ – ຮູບ: ຄໍາສອນ )