ເປີດຮັບທີມລົງການແຂ່ງຂັນບານເຕະຊາຍຮຸ່ນອາຍຸບໍ່ເກີນ 15 ກັບ 18 ປີ ຊີງຂັນ ສຕລ ປະຈໍາປີ 2019

77

ສະຫະພັນບານເຕະແຫ່ງຊາດລາວ ມີຄວາມຍິນດີແຈ້ງມາຍັງບັນດາສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນບານເຕະ ສາຍ ກ ປະຈໍາປີ 2019 ແລະ ເປບຊີ ລາວພຣີເມຍລີກ 2019 ຊາບຮ່ວມກັນວ່າ ເພື່ອເປັນການພັດທະນາກີລາບານເຕະໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ພ້ອມທັງປະຕິບັດຕາມແຜນການຈັດແຂ່ງຂັນປະຈຳປີ 2019 ໃຫ້ບັນລຸເປົ້າໝາຍ ຈຶ່ງກຽມເປີດການແຂ່ງຂັນບານເຕະເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 15 ແລະ 18 ປີ ຊີງຂັນ ສຕລ ປະຈໍາປີ 2019, ລາຍລະອຽດ ມີດັ່ງນີ້:

ເປີດການແຂ່ງຂັນພາຍໃນວັນທີ 11 ຕຸລາ 2019​ ເຊິ່ງຈະເປັນການແຂ່ງຂັນໃນຮູບແບບແບ່ງກຸ່ມ 2 ກຸ່ມ ໂດຍແຂ່ງຂັນແບບພົບກັນໝົດຮອບດຽວ, ທີມທີ່ມີຄະແນນເປັນອັນດັບໜຶ່ງ ແລະ ອັນດັບສອງຂອງແຕ່ລະກຸ່ມຈະຜ່ານເຂົ້າຮອບຮອງຊະນະເລີດຕໍ່ໄປ, ຈໍານວນທີມໃນການແຂ່ງຂັນດັ່ງກ່າວແມ່ນສູງສຸດບໍ່ເກີນ 16 ທີມ ແລະ ແບ່ງເປັນ 8 ທີມຕໍ່ກຸ່ມ.

ການແຂ່ງຂັນຈະໃຊ້ເວລາທັງໝົດ 90 ນາທີຕໍ່ນັດ ໂດຍແບ່ງເປັນເຄິ່ງລະ 45 ນາທີ ແລະ ພັກເຄິ່ງເວລາ 15 ນາທີ ໂດຍຈະແຂ່ງຂັນໃນສະໜາມຂະໜາດມາດຕະຖານ 11 ຄົນ.

ນັກກີລາຕ້ອງມີອາຍຸບໍ່ເກີນ 18 ປີ ແລະ ບໍ່ຕໍ່າກວ່າ 16 ປີ ( ເກີດໃນປີ 2001 ຫາ 2003 ) ເພດຊາຍ ສັນຊາດລາວ ແລະ ມີເອກະສານຢັ້ງຢືນຕົວຕົນຖືກຕ້ອງ ເຊັ່ນ: ປຶ້ມສຳມະໂນຄົວ, ບັດປະຈໍາຕົວ ແລະ ພາສປອດ ຈຶ່ງສາມາດລົງທະບຽນ ແລະ ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມການແຂ່ງຂັນໄດ້.

ສະໂມສອນຕ້ອງມີເອກະສານສະແດງຄວາມຜູກພັນດ້ານກົດໝາຍ ( ສັນຍາວ່າຈ້າງ ) ຢ່າງເປັນລາຍລັກອັກສອນກັບນັກກີລາ ແລະ ບຸກຄະລາກອນສະໂມສອນເພື່ອໃຫ້ສອດຄ່ອງກັບກົດລະບຽບການແຂ່ງຂັນ. ສະໂມສອນໜຶ່ງສາມາດລົງທະບຽນຄະນະຄູຝຶກໄດ້ສູງສຸດບໍ່ເກີນ 15 ທ່ານ ແລະ ນັກກີລາສູງສຸດບໍ່ເກີນ 30 ຄົນ.

ໃນການລົງທະບຽນສະໂມສອນຕ້ອງກຽມຮູບຂະໜາດ 3 x 4 ຈໍານວນສອງໃບ ຫຼື ເປັນຟາຍຮູບດິຈິຕອລຂະໜາດບໍ່ເກີນ 1MB, ເອກະສານສັນຍາວ່າຈ້າງ ແລະ ເອກະສານຢັ້ງຢືນຕົວຕົນ ( ປຶ້ມສຳມະໂນຄົວ, ບັດປະຈໍາຕົວ ແລະ ພາສປອດ ).

ທີມທີ່ເຂົ້າຮ່ວມການແຂ່ງຂັນບໍ່ຕ້ອງເສຍຄ່າສະໝັກ ແລະ ຈະໄດ້ຮັບເງິນອຸດໜູນທີມຈໍານວນ 3 ລ້ານກີບ ພ້ອມທັງໄດ້ຮັບບານສຳລັບການຝຶກຊ້ອມຈໍານວນ 10 ໜ່ວຍຕໍ່ທີມ ໃນການເຂົ້າຮ່ວມການແຂ່ງຂັນ.

ສະໂມສອນຊະນະເລີດຈະໄດ້ຮັບເງິນລາງວັນ ຈໍານວນ 15 ລ້ານກີບ ພ້ອມດ້ວຍຂັນລາງວັນຊະນະເລີດ ແລະ ຫຼຽນລາງວັນ, ອັນດັບ 2 ແລະ ອັນດັບ 3 ຈະໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນຕາມກົດລະບຽບ.

ສາມາດພົວພັນເອົາຮ່າງເອກະສານສະໝັກເຂົ້າຮ່ວມການແຂ່ງຂັນນໍາພະແນກຈັດການແຂ່ງຂັນ ສຕລ ໄດ້ ນັບແຕ່ວັນທີ 11 ກັນຍາ 2019 ເປັນຕົ້ນໄປ ແລະ ຕ້ອງສົ່ງໃບຕອບຕົກລົງເຂົ້າຮ່ວມຊ້າສຸດບໍ່ເກີນວັນທີ 28 ກັນຍາ 2019 ທີ່ເປັນມື້ສິ້ນສຸດການຮັບສະໝັກ. ສະໂມສອນສາມາດສົ່ງໃບສະໝັກເຂົ້າຮ່ວມການແຂ່ງຂັນໄດ້ທີ່ພະແນກຈັດການແຂ່ງຂັນ ສຕລ ຫຼື competition@laoff.org.la ໃນກໍລະນີທີ່ບໍ່ສະດວກມາສົ່ງດ້ວຍຕົວເອງ.

ສະໂມສອນທີ່ມີຄວາມພ້ອມສາມາດລົງທະບຽນຄະນະນຳ ແລະ ນັກກີລາຂອງທີມ ກັບພະແນກຈັດການແຂ່ງຂັນ ສຕລ ເລີ່ມແຕ່ວັນທີ 11 – 28 ກັນຍາ 2019 ໂດຍສະໂມສອນຕ້ອງລົງທະບຽນບຸກຄະລາກອນ ແລະ ນັກກີລາສະໂມສອນເຂົ້າໃນລະບົບ FIFA Connect ທີ່ເປັນລະບົບຂອງ ສຕລ ໂດຍວິຊາການຂອງພະແນກຈັດການແຂ່ງຂັນຈະເປັນຜູ້ອົບຮົມ ແລະ ຊ່ວຍເຫຼືອໃນການລົງທະບຽນໃຫ້ກັບທຸກໆສະໂມສອນ.

ສະໂມສອນທີ່ບໍ່ສາມາດສໍາເລັດການລົງທະບຽນຄະນະນໍາ ແລະ ນັກກີລາຂອງຕົນເອງສໍາເລັດພາຍໃນວັນທີ 27 ກັນຍາ 2019 ແມ່ນຖືວ່າສະຫຼະສິດ ແລະ ບໍ່ສາມາດເຂົ້າຮ່ວມການແຂ່ງຂັນໄດ້.

ສຕລ ຂໍສະຫງວນສິດໃນການເລື່ອນ ຫຼື ປ່ຽນແປງມື້ເປີດການແຂ່ງຂັນໃນກໍລະນີມີຄວາມຈໍາເປັນ ແລະ ມີເຫດຜົນທີ່ເໝາະສົມໂດຍບໍ່ຜ່ານການພິຈາລະນາຈາກສະໂມສອນ.

ສອບຖາມຂໍ້ມູນໂທຕິດຕໍ່: ສັນຕິກອນ ແສງດາລາ: 020 9718 0867, 020 835 1616 ແລະ ພະແນກຈັດການແຂ່ງຂັນ: 030 5266 415.

( ຮູບ – ທີ່ມາ: ສຕລ; ຮຽບຮຽງ: ຄໍາສອນ )