ວິທີເບິ່ງແຍງລົດໃນໄລຍະລະດູຝົນ ໃຫ້ລົດຍັງເບິ່ງຄືໃໝ່ຕະຫຼອດ

161

ເປັນທີ່ແນ່ນອນແລ້ວວ່າໃນລະດູຝົນ ວິທີການດູແລລົດກໍມັກຈະຕ່າງກັນ ເມື່ອເຖິງລະດູຝົນທຸກຄົນຄົງຫຼີກລຽງທີ່ຈະລ້າງລົດ ເພາະລ້າງທຸກເທື່ອຝົນກໍຕົກຕະຫຼອດ ບາງຄົນກໍລໍຖ້າລ້າງບາດດຽວຕອນໄລຍະໝົດລະດູຝົນ ແຕ່ຮູ້ບໍ່ວ່າມັນມີແຕ່ຂໍ້ເສຍ ເພາະຢ່າງທີ່ເຮົາຮູ້ ນໍ້າຝົນສະໄໝນີ້ບໍ່ໄດ້ສະອາດຄືສະໄໝກ່ອນ. ນອກຈາກນັ້ນ, ຈະມີການປະສົມຂອງມົນລະພິດທາງອາກາດ, ສິ່ງສົກກະປົກຕ່າງໆ ນໍ້າຝົນຍັງເປັນກົດອ່ອນໆທີ່ສາມາດທຳລາຍຊັ້ນສີລົດຂອງເຮົາໄດ້ ແລະ ຖ້າປະໄວ້ດົນໆສິ່ງທີ່ຕາມມາທີ່ຫຼາຍໆຄົນພົບ ຄື: ຄາບນໍ້າຝົນທີ່ລ້າງຍາກ, ມື້ນີ້ກໍມີວິທີງ່າຍໆໃນການເບິ່ງແຍງລົດໃນໄລຍະລະດູຝົນ ດັ່ງຕໍ່ໄປນີ້:

1 ທຳອິດຖ້າລົດຖືກນໍ້າຝົນມາ ແນະນຳໃຫ້ເອົານໍ້າສີດໄລ່ນໍ້າຝົນ, ຝຸ່ນ, ຄາບຂີ້ຕົມອອກກ່ອນແລ້ວເຊັດໃຫ້ແຫ້ງ ແຕ່ບໍ່ຢາກຍາກເກີນໄປແນະນຳໃຫ້ໝັ່ນລ້າງຕະຫຼອດ ເພື່ອບໍ່ໃຫ້ເກີດຄາບທີ່ຝັງແໜ້ນ.

2 ຫຼີກລຽງການລ້າງລົດໃນໄລຍະຕອນຄໍ່າ ເພາະຖ້າເຊັດບໍ່ແຫ້ງອາດຈະເກີດຂີ້ໝ້ຽງໄດ້ງ່າຍໆ.

3 ຫຼີກລຽງການຈອດລົດກ້ອງຕົ້ນໄມ້ທີ່ມີຢາງ, ເກສອນ ແລະ ໝາກໄມ້ ເນື່ອງຈາກວ່າລະດູຝົນແບບນີ້ມັກຈະມີລົມພັດແຮງໆ ເຊິ່ງອາດຈະເຮັດໃຫ້ຕົ້ນໄມ້ຫັກລົງມາ ຫຼື ເກສອນດອກໄມ້ຕົກລົງມາ ເຮັດໃຫ້ລົດເສຍຫາຍເກີດຄາບ ແລະ ຮອຍຕ່າງໆທີ່ຍາກຕໍ່ການທຳຄວາມສະອາດ ຫຼື ອາດຈະມີການເສຍເງິນຈາກຮອຍທີ່ເກີດຂຶ້ນໄດ້ງ່າຍ.

4 ຫ້າມໃຊ້ຜ້າເຊັດລົດໃນຂະນະທີ່ລົດພວມຜ່າຝົນມາ ແຕ່ແນະນໍາໃຫ້ເອົານໍ້າສີດໄລ່ນໍ້າຝົນ ຫຼື ສິ່ງເປິເປື້ອນອອກກ່ອນ.

5 ຫຼີກລຽງການຈອດລົດຕາກແດດໂດຍກົງ ເພາະຈະເປັນການທຳລາຍສີລົດຊໍ້າໜັກເຂົ້າໄປອີກ ເພາະແສງແດດຈະເຮັດໃຫ້ຄາບນໍ້າຝົນແຫ້ງເປັນຄາບຝັງແໜ້ນ ແລະ ອາດຈະກັດລົງເຖິງເນື້ອສີໄດ້.

6 ແນະນຳໃຫ້ເຮັດການເຄືອບສີ ຢ່າງທີ່ຮູ້ແລ້ວວ່ານໍ້າຝົນຈະມີກົດອ່ອນໆ ເຊິ່ງຈະເຮັດໃຫ້ເກີດການກັດຕົວສີຂອງຖັງໄປ ແຕ່ເມື່ອເຮົາມີການເຄືອບສີມັນຈະຄືກັນກັບການເຄືອບແຜ່ນຟີມບາງໆໄວ້ທີ່ຕົວລົດ, ນໍ້າຝົນຈະບໍ່ສາມາດກັດເຂົ້າມາຫາຕົວສີຂອງລົດໄດ້ ແລະ ນໍ້າຝົນຈະບໍ່ມີການເກາະຕົວທີ່ລົດໄດ້ ຈຶ່ງສາມາດຊ່ວຍໃນເລື່ອງຂອງການເກີດຄາບ ແລະ ເຮັດໃຫ້ການລ້າງລົດງ່າຍຂຶ້ນ. ນອກຈາກນີ້, ການເຄືອບຍັງຊ່ວຍໃຫ້ລົດຂອງເຮົາໃໝ່ ແລະ ເງົາງາມອີກດ້ວຍ.