ລົດຈົມນໍ້າເປັນເວລາດົນ  ຄວນປະຕິບັດແນວໃດ?

206

ຄໍລໍາລົດມື້ນີ້ ຈະພາທ່ານຜູ້ອ່ານມາຮູ້ຈັກວິທີການປະຕິບັດຫຼັງລົດຈົມນໍ້າ ເພາະໃນໄລຍະອາທິດຜ່ານມາ ຫຼາຍພື້ນທີ່ຂອງແຂວງພາກໃຕ້ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເຊິ່ງລົດບາງຄອບຄົວບໍ່ສາມາດເຄື່ອນຍ້າຍທັນຈໍາເປັນຕ້ອງໄດ້ແຊ່ໃນນໍ້າ. ສະນັ້ນ, ຈຶ່ງແນະນໍາຂັ້ນຕອນເບື້ອງຕົ້ນໃນການຍ້າຍລົດເພື່ອເຂົ້າສູນບໍລິການ.

ສໍາລັບລົດທີ່ມີປະກັນໄພ:

1 ຖອດແບັດເຕີຣີອອກໜຶ່ງຂ້າງ ບວກ ຫຼື ລົບກໍໄດ້.

2 ເອົາໂທລະສັບຖ່າຍຮູບລົດທຸກຈຸດທີ່ນໍ້າເຂົ້າ.

3 ຖ່າຍຮູບຕອນນໍ້າຖ້ວມສູງສຸດຈະໄດ້ຮູ້ວ່ານໍ້າຖ້ວມລົດສູງສໍ່າໃດ.

4 ພາຍຫຼັງທີ່ນໍ້າຫຼຸດລົງໃຫ້ໂທຫາປະກັນໄພທີ່ຕົນເອງໄດ້ເຮັດສັນຍາ ເພື່ອມາຕິດຕາມສະພາບລົດ.

5 ຖ້າປະກັນໄພມາເບິ່ງແລ້ວບອກໃຫ້ໃສ່ແບັດເຕີຣີ ຫຼື ຂໍຕິດຈັກລົດ ຫ້າມເດັດຂາດເພາະປະກັນໄພບໍ່ແມ່ນນາຍຊ່າງ.

6 ໃຫ້ປະກັນໄພແກ່ເຂົ້າສູນບໍລິການ ພ້ອມເຮັດເອກະສານຄວາມຮັບຜິດຊອບທຸກຢ່າງແລ້ວຈຶ່ງເຊັນຕົກລົງກັນ.

ໃນກໍລະນີລົດບໍ່ມີປະກັນໄພ:

1 ຖອດແບັດເຕີຣີອອກ.

2 ຂໍຄໍາແນະນໍາຈາກຊ່າງ ຫຼື ແກ່ເຂົ້າສູນບໍລິການຫຼັງການຂາຍ.

3 ເອົາລົມເປົ່າຕາມປັກໄຟທຸກຈຸດ ແລະ ຖອດກ່ອງ ECU ມາເປົ່າ, ໃຊ້ລົມເປົ່າເບົາໆ ຫຼື ໄດເປົ່າຜົມກໍໄດ້ແລ້ວຕາກແດດ 20 ນາທີ ( ກໍລະນີກ່ອງ ECU ທີ່ຈົມນໍ້າແຕ່ບໍ່ເພ ) ຖ້າລົມເປົ່າແຮງໆກ່ອງ ECU ອາດຈະເພເລີຍ ເຊິ່ງກ່ອງ ECU ຜູ້ຜະລິດມີນໍ້າຢາເຄືອບແລ້ວ.

4 ຖ່າຍນໍ້າມັນເຄື່ອງ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍທັງໝົດ.

5 ລົດນໍ້າມັນແອັດຊັງ ຖອດຫົວທຽນອອກຕິດເຄື່ອງ 3 ວິນາທີ ປະຕິບັດແບບນີ້ 3 ຄັ້ງ ຄັ້ງທໍາອິດນໍ້າຟົ້ງອອກຈາກຫົວທຽນຫຼາຍ.

6 ລົດໃຊ້ນໍ້າມັນກາຊວນ ຖອດຫົວສີດ ຫຼື ຫົວເຜົາກໍໄດ້ຢ່າງໃດຢ່າງໜຶ່ງ ແລ້ວຕິດເຄື່ອງ 4 ວິນາທີ ປະຕິບັດ 4 ຄັ້ງ.

7 ປະກອບຄືນລ້າງຖັງນໍ້າມັນເຊື້ອໄຟຕື່ມນໍ້າມັນໃສ່ໃໝ່.

ສ່ວນລົດຈັກໃຫ້ປະຕິບັດຄືກັບລົດໃຫຍ່ທຸກຂັ້ນຕອນ.

ທີ່ມາ: Anucha junthon