“ ສືບທາວລາວມະໂຫລີ ” ປຶ້ມທີ່ເລົ່າກ່ຽວກັບປະຫວັດຂອງດົນຕີລາວ

64

ການຮຽນຮູ້ ແລະ ຮັບຮູ້ກ່ຽວກັບປະຫວັດຄວາມເປັນມາ, ການຂະຫຍາຍຕົວຂອງສິລະປະດົນຕີລາວ ເປັນເລື່ອງທີ່ນັກສິລະປິນ, ນັກດົນຕີທັງຫຼາຍຈຳເປັນຕ້ອງຮັບຮູ້. ດັ່ງນັ້ນ ປຶ້ມ “ ສືບທາວລາວມະໂຫລີ ” ຂອງ ທ່ານ ອາຈານ ປັນຍາ ພັນທະພານິດ ນັກຄົ້ນຄວ້າ, ນັກປະພັນ, ນັກວິຈານບັນເທີງ ຈະຊ່ວຍໃຫ້ສັງຄົມລາວເປີດກວ້າງການຮັບຮູ້ກ່ຽວກັບດົນຕີຫຼາຍຂຶ້ນ.

ເມື່ອວັນທີ 6 ກັນຍາ 2019 ສຳນັກພິມລາວດວງເດືອນ ໄດ້ຈັດງານຖະແຫຼງຂ່າວແນະນຳປຶ້ມ “ ສືບທາວລາວມະໂຫລີ ” ຂຶ້ນທີ່ ຮ້ານບ່ອນນີ້ກາເຟ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ        ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາຫົວໜ້າກົມ, ຄະນະບໍລິຫານງານສະມາຄົມນັກປະພັນລາວ, ບັນດານັກປະພັນ, ນັກຮ້ອງອາວຸໂສ ແລະ ແຂກທັງຫຼາຍເຂົ້າຮ່ວມ.

ທ່ານ ບຸນທະນອງ ຊົມໄຊຜົນ ຫົວໜ້າອຳນວຍການສໍານັກພິມລາວດວງເດືອນ ກ່າວວ່າ: ປຶ້ມ “ ສືບທາວລາວມະໂຫລີ ” ເປັນປຶ້ມທີ່ມີຄຸນຄ່າສູງທາງດ້ານປະຫວັດສາດ, ສິລະປະ ມະໂຫລີ ດົນຕີ ຂັບລຳເພງລາວ, ເປັນປຶ້ມທີ່ຊີ້ໃຫ້ເຫັນປະຫວັດ ຄວາມເປັນມາຂອງຊາດພັນ ແລະ ດົນຕີລາວເຮົາ.

ທ່ານ ອາຈານ ປັນຍາ ພັນທະພານິດ ກ່າວວ່າ: ປຶ້ມ “ ສືບທາວລາວມະໂຫລີ ” ເປັນປຶ້ມທີ່ເວົ້າເຖິງຮາກເຫງົ້າຂອງດົນຕີລາວໂດຍແທ້ ແລະ ປະສົມປະສານກັບດົນຕີທັນສະໄໝ.

ປຶ້ມ “ ສືບທາວລາວມະໂຫລີ ” ປະກອບມີ 11 ບົດໃຫຍ່ ແລະ ຫຼາຍບົດຍ່ອຍ ອັດທ້າຍດ້ວຍບົດວິເຄາະທ້າຍເຫຼັ້ມຈຳນວນໜຶ່ງ ເຊິ່ງເປັນປຶ້ມທີ່ຕົນໄດ້ທອດຖອນບົດຮຽນ ແລະ ເລີ່ມຄົ້ນຄວ້າຮຽນຮູ້ມາແຕ່ປີ 1994 ຈາກການໄດ້ໄປສຳພາດ, ຄົ້ນຄວ້າ ແລະ ອື່ນໆ. ຈາກນັ້ນ, ກໍເລີຍໄດ້ແຮງບັນດານໃຈຈາກບັນດານັກພິມ ແລະ ສຳນັກພິມລາວດວງເດືອນ ໃຫ້ຂຽນ ແລະ ພິມປຶ້ມອອກມາ ເພື່ອເປັນປະໂຫຍດແກ່ນັກອ່ານ, ນັກສຶກສາປັນຍາຊົນ ລວມເຖິງນັກສິລະປິນໄວ້ເປັນບ່ອນອີງ, ເປັນຖານຂໍ້ມູນໃນການສຶກສາຄົ້ນຄວ້າເສີມຂະຫຍາຍຕໍ່ໄປໃນອະນາຄົດ.

ຕົນເອງໄດ້ເລີ່ມລົງມືຂຽນ ໃນປີ 2016 ແລະ ສຳເລັດໃນມື້ນີ້ ໂດຍພິມຄັ້ງທຳອິດ ຈຳນວນ 5 ພັນເຫຼັ້ມ, ທ່ານ ອາຈານ ປັນຍາ    ພັນທະພານິດ ກ່າວ.

[ ຂ່າວ: ກາວຊົ່ງ; ຮູບ: ວິລະສັກ ]