ຊົມເຊີຍ! ປູເປ້ ຄວ້າແຊັມລາຍການທີ 2 ທີ່ປະເທດຝຣັ່ງ ສ່ວນເງິນລາງວັນບໍລິຈາກຊ່ວຍຜູ້ປະສົບໄພນໍ້າຖ້ວມ

42

ນາງ ອາລິຍາ ວົງດາລາ ຫຼື ນ້ອງ ປູເປ້ ນັກເທັນນິສເຍົາວະຊົນລາວ ອາຍຸ 14 ປີ ສ້າງຜົນງານໂດດເດັ່ນອີກຄັ້ງເອົາຊະນະຄູ່ແຂ່ງຊາວຕ່າງຊາດ ຄວ້າແຊັມລາຍການ Tournoi TC Lupian 2019 ເມື່ອທ້າຍອາທິດທີ່ຜ່ານມາ ເຊິ່ງເປັນແຊັມລາຍການທີ 2 ຂອງລາວ ໃນການໄປແຂ່ງຂັນທີ່ປະເທດຝຣັ່ງ ຄັ້ງນີ້, ກ່ອນຈະອອກມາປະກາດບໍລິຈາກເງິນລາງວັນໃຫ້ກັບພີ່ນ້ອງຊາວລາວພາກໃຕ້ ທີ່ປະສົບໄພນໍ້າຖ້ວມຢ່າງໜັກ.

ຫຼັງຈາກໄດ້ແຊັມລາຍການກ່ອນໜ້ານີ້ ມາໃນວັນທີ 6 ກັນຍາ 2019 ປູເປ້ ສ້າງຜົນງານເດັ່ນອີກຄັ້ງ ດ້ວຍການຜ່ານເຂົ້າຊີງຊະນະເລີດລາຍການ Tennis Club Tournament Loupian TC 34 ແຂ່ງຂັນໃນລະ ຫວ່າງວັນທີ 19 ສິງຫາ ຫາ 7 ກັນຍາ 2019 ຫຼັງຈາກທີ່ຮອບຮອງຊະນະເລີດເອົາຊະນະ Sarah CHOUQUER ນັກກີລາຈາກສະໂມສອນ TC LAPAYRADOIS 2 – 0 ເຊັດ 6 – 1 ແລະ 6 – 2.

ເຮັດໃຫ້ ປູເປ້ ເຂົ້າສູ່ຮອບຊີງຊະນະເລີດໄປພົບກັບ Victoria PROVOST ຈາກສະໂມສອນ TENNIS CLUB DES COURNO ໃນເວລາ 17:30 ໂມງ ໃນວັນທີ 6 ກັນຍາ 2019 ກົງກັບເວລາໃນປະເທດລາວ ປະມານ 23:30 ໂມງ ກ່ອນຈະເອົາຊະນະໄປ   2 – 0 ເຊັດ 6 – 4 ແລະ 6 – 3 ຄວ້າຂັນແຊັມພ້ອມເງິນລາງວັນ 110 ເອີໂຣ.

ທ່ານ ພູເຂົາທອງ ພົມມະວົງ ຜູ້ປົກຄອງຂອງ ປູເປ້ ລາຍງານຈາກປະເທດຝຣັ່ງ ວ່າ: ຖືເປັນແຊັມລາຍການທີ 2 ຂອງ ປູເປ້ ໃນການເດີນທາງໄປແຂ່ງຂັນທີ່ຝຣັ່ງ ໃນຄັ້ງນີ້ ໂດຍກ່ອນໜ້ານີ້ໃນລາຍການ procup 2019 ປູເປ້ ສາມາດທະລຸເຂົ້າຮອບຊີງຊະນະເລີດ ແລະ ເອົາຊະນະ TUFA Alexandra ຈາກ ຣູມານີ 2 – 0 ເຊັດ 6 – 2 ແລະ     6 – 4 ຄວ້າແຊັມໄປຄອງ ພ້ອມເງິນລາງວັນ 600 ເອີໂຣ. ຫຼ້າສຸດ, ໃນວັນທີ 6 ກັນຍາ 2019 ຕາມເວລາໃນ ຝຣັ່ງ    ປູເປ້ ກໍສາມາດທະລຸເຂົ້າຮອບຊີງຊະນະເລີດລາຍການ Tournoi TC Lupian 2019 ແລະ ສາມາດເອົາຊະນະ Victoria PROVOST ໄປ 2 – 0 ເຊັດ ຄວ້າແຊັມ ພ້ອມເງິນລາງວັນ 110 ເອີໂຣ.

“ ເນື່ອງຈາກປະຊາຊົນຊາວລາວ ໂດຍສະເພາະພີ່ນ້ອງຊາວພາກໃຕ້ ກໍາລັງປະເຊີນ ແລະ ພົບບັນຫາກັບໄພນໍ້າຖ້ວມຄັ້ງໃຫຍ່ທີ່ສຸດທີ່ບໍ່ເຄີຍມີມາ. ດັ່ງນັ້ນ ປູເປ້ ຈຶ່ງຂໍມອບເງິນລາງວັນທັງໝົດທີ່ໄດ້ຈາກການແຂ່ງຂັນບໍລິຈາກຊ່ວຍພີ່ນ້ອງຊາວລາວ ເພື່ອຕໍ່ສູ້ ແລະ ຜ່ານພົ້ນກັບໄພນໍ້າຖ້ວມຄັ້ງນີ້, ສ່ວນ    ປູເປ້ ຈະສືບຕໍ່ລົງແຂ່ງຂັນທີ່ ຝຣັ່ງ ຈົນເຖິງວັນທີ 23 ກັນຍາ 2019 ຈຶ່ງກັບມາ ສປປ ລາວ ໂດຍການໄປຄັ້ງນີ້ແມ່ນກຽມພ້ອມລ່າຫຼຽນຄໍາໃນກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນປີ 2020 ແລະ ລາຍການອື່ນໆ ”  ພໍ່ປູເປ້ ກ່າວ.

ສໍາລັບ ປູເປ້ ເປັນນັກກີລາເທັນນິສ ຄວາມຫວັງຂອງ ສປປ ລາວ ເກີດເມື່ອວັນທີ 17 ກໍລະກົດ 2005 ທີ່ນະຄອນຫຼວງວຽງຈັນ ປັດຈຸບັນຮຽນຢູ່ມັດທະຍົມສົມບູນຊະນະພົນ ເຊິ່ງກາຍເປັນນັກເທັນນິສເຍົາວະຊົນຍິງດ່ຽວມື 1 ຂອງ ສປປ ລາວ ນັບຕັ້ງແຕ່ຮຸ່ນອາຍຸ 10, 12 ແລະ 14 ປີອີກດ້ວຍ ສ່ວນອັນດັບໃນປະເທດໄທ ເປັນມື 1 ຮຸ່ນ 10, ມື 13 ຂອງຮຸ່ນ 12 ແລະ ມື 112 ຮຸ່ນ 14 ປີ ຂະນະທີ່ອັນດັບເຍົາວະຊົນໃນ ສະຫະພັນເທັນນິສອາຊຽນ ເປັນມືທີ 306 ໃນຮຸ່ນອາຍຸ 14 ປີ ເພາະໃນລະດັບນີ້ແມ່ນຈະນັບຮຸ່ນອາຍຸ 14 ປີຂຶ້ນໄປ.