ຍຳໝາກລີ້ນໄມ້ລົດຊາດຂົມ ແຕ່ຄຸນຄ່າທາງອາຫານສູງ

388

ຖ້າຈະເວົ້າກ່ຽວກັບອາຫານປະເພດປົ່ນ ແລະ ລາບແລ້ວຈະມີຜັກກັບຢູ່ຫຼາຍຊະນິດ, ແຕ່ສຳລັບຜັກທີ່ໄດ້ຮັບຄວາມນິຍົມມາແຕ່ສະໄໝກ່ອນຈົນຮອດປັດຈຸບັນແມ່ນໝາກລີ້ນໄມ້ ໂດຍເອົາມາເຜົາກິນເປັນຜັກກັບລົດຊາດຂົມແຕ່ມີປະໂຫຍດຕໍ່ສຸຂະພາບ. ນອກຈາກນັ້ນ, ດອກ ແລະ ໃບອ່ອນສາມາດເອົາມາລວກ ຫຼື ປີ້ງກິນເປັນຜັກກັບໄດ້ເຊັ່ນກັນ ອາຫານສຳລັບມື້ນີ້ຈະບໍ່ເອົາໝາກລີ້ນໄມ້ມາເປັນຜັກກັບແຕ່ຈະເອົາມາເຮັດເປັນຍໍາໝາກລີ້ນໄມ້.

ສ່ວນປະສົມ:

1 ໝາກລີ້ນໄມ້ 300 ກຣາມ ຫຼື ປະມານ 2 ໜ່ວຍ.

2 ຊີ້ນໝູບົດ 100 ກຣາມ.

3 ກຸ້ງ 100 ກຣາມ.

4 ຫົວຜັກບົ່ວແດງ 2 ຫົວ.

5 ຫອມບົ່ວໃບ 2 ຕົ້ນ.

6 ຫົວກະທຽມ 3 ກີບ.

7 ໝາກເຜັດດິບ 5 ໜ່ວຍ.

8 ໝາກເຜັດແຫ້ງ 5 ໜ່ວຍ.

9 ນ້ຳຕານ 1 ບ່ວງແກງ.

10 ນ້ຳປາ 2 – 3 ບ່ວງແກງ.

11 ນ້ຳໝາກນາວ 1 ບ່ວງແກງ.

ວິທີປຸງແຕ່ງ:

ເມື່ອໄດ້ໝາກລີ້ນໄມ້ມາແລ້ວເອົາໄປປີ້ງ ຫຼື ເຜົາຈົນສຸກ ແລະ ເອົາແຊ່ນ້ຳເພື່ອລອກເປືອກທາງນອກທີ່ໄໝ້ຫຼຸດອອກງ່າຍ ຫຼື ໃຊ້ມີດຄ່ອຍໆຂູດອອກຈົນເຫຼືອແຕ່ເນື້ອ ( ຖ້າບໍ່ເອົາມາເຜົາເອງຢູ່ຕະຫຼາດບ້ານເຮົາກໍມີໂຕທີ່ສຸກແລ້ວມາຂາຍ ແຕ່ໃຫ້ລະວັງກ່ຽວກັບເລື່ອງຄວາມສະອາດນຳ ) ຊອຍຕາມລວງຂວາງເປັນຕ່ອນນ້ອຍໆກຽມໄວ້.

ຈາກນັ້ນ, ເອົານ້ຳໃສ່ໝໍ້ຄ້າງໄຟແຮງພໍນ້ຳຟົດເອົາໝູບົດ ແລະ ກຸ້ງລົງໄປລວກຈົນສຸກດີ ແລ້ວຕັກຂຶ້ນປະໄວ້ໃຫ້ສະເດັດນ້ຳ, ເມື່ອຮຽບຮ້ອຍກຽມຊາມໄວ້ປຸງນ້ຳຍຳ ໂດຍເອົາໝາກເຜັດດິບ, ກະທຽມມາຕຳໃຫ້ລະອຽດຕັກໃສ່ຊາມປະສົມກັບນ້ຳຕານ, ນ້ຳປາ ແລະ ນ້ຳໝາກນາວຄົນໃຫ້ເຂົ້າກັນຈົນນ້ຳຕານລະລາຍ.

ຫຼັງຈາກນັ້ນ, ຊອຍຫົວຜັກບົ່ວແດງ, ໝາກເຜັດແຫ້ງ ແລະ ຜັກເຊີເນຣີເອົາລົງໃສ່ຊາມນ້ຳຍຳ ພ້ອມກັບໝູບົດ, ກຸ້ງ ແລະ ໝາກລີ້ນໄມ້ ຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນຊີມລົດຊາດໃຫ້ອອກສົ້ມຫວານເຄັມເລັກໜ້ອຍ ແຕ່ມັນຈະມີລົດຊາດອອກຂົມໜ້ອຍໜຶ່ງຈາກໝາກລີ້ນໄມ້ ເທົ່ານີ້ກໍໄດ້ຍຳເພື່ອສຸຂະພາບເປັນທີ່ຮຽບຮ້ອຍແລ້ວ.

ຂໍ້ມູນຈາກ: tnews.co.th

ຮຽບຮຽງ: ນຸ້ມນິ້ມ