ຕົ້ມເປື່ອຍກະດູກໝູ

422

ມື້ນີ້ມາເຮັດອາຫານປະເພດຕົ້ມເປື່ອຍ ໃຊ້ເວລາໃນການປຸງແຕ່ງດົນແຕ່ຮັບຮອງວ່າລົດຊາດເຂັ້ມຂຸ້ນແຊບແນ່ນອນ ໂດຍໃຊ້ກະດູກໝູ, ກະດູກງົວ ຫຼື ຊີ້ນຕິດມັນກໍນໍາມາຕົ້ມເປື່ອຍໄດ້ເຊັ່ນກັນແລ້ວແຕ່ຜູ້ມັກ.

ສ່ວນປະສົມ:

1 ກະດູກໝູ 1 ກິໂລກຣາມ.

2 ນ້ຳປາ 2 ບ່ວງແກງ.

3 ນ້ຳຕານ 1 ບ່ວງແກງ.

4 ນໍ້າສະອິວດໍາ 1 ບ່ວງແກງ.

5 ໝາກຖົ່ວເນົ່າ 1 ບ່ວງແກງ.

6 ພິກໄທເມັດ 1/2 ບ່ວງແກງ.

7 ຫົວກະທຽມ 6 ຫົວ.

8 ຮາກຜັກຫອມປ້ອມ 5 ຮາກ.

9 ນ້ຳມັນ 2 ບ່ວງແກງ.

10 ນ້ຳສະອາດ 8 ຖ້ວຍນ້ອຍ.

11 ຫົວຜັກກາດຂາວ 1 ຫົວ.

12 ຫົວກະຣົດ 1 ຫົວ.

13 ເຫັດຫອມ 5 – 10 ດອກ.

14 ຜັກເຊີເນຣີ 1 ຕົ້ນ.

ວິທີປຸງແຕ່ງ:

ລ້າງກະດູກໃຫ້ສະອາດແລ້ວສັບເປັນຕ່ອນພໍປະມານ, ເອົາພິກໄທ, ຮາກຜັກຫອມປ້ອມ ແລະ ກະທຽມໃສ່ຄົກຕຳໃຫ້ລະອຽດ. ຈາກນັ້ນ, ເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງ ເມື່ອນ້ຳມັນຮ້ອນເອົາເຄື່ອງທີ່ຕຳລົງໄປຂົ້ວຈົນຫອມຈຶ່ງເອົາກະດູກລົງໄປຂົ້ວພ້ອມກັບໝາກຖົ່ວເນົ່າ ຂົ້ວພໍປະມານໜຶ່ງແລ້ວປົງລົງ.

ຫຼັງຈາກນັ້ນ, ເອົານ້ຳໃສ່ໝໍ້ຄ້າງໄຟປານກາງ ເມື່ອນ້ຳຟົດເອົາກະດູກໝູທີ່ຂົ້ວແລ້ວລົງໄປຕົ້ມປຸງລົດຊາດດ້ວຍນ້ຳຕານ, ນໍ້າສະອິວດໍາ ແລະ ນ້ຳປາ ຕົ້ມຕໍ່ຈົນກະດູກເປື່ອຍຈຶ່ງເອົາຜັກທັງໝົດລົງແລ້ວຕົ້ມຕໍ່ຈົນຜັກເປື່ອຍເທົ່ານີ້ກໍສຳເລັດ.

ຂໍ້ມູນຈາກ: Cooking.com

ຮຽບຮຽງ: ນຸ້ມນິ້ມ