ນາຍົກ ສືບຕໍ່ເຄື່ອນໄຫວໃຫ້ກຳລັງໃຈຜູ້ປະສົບໄພນໍ້າຖ້ວມ

67

ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ກຳລັງປະສົບໄພນໍ້າຖ້ວມ, ໃນຕອນເຊົ້າຂອງວັນທີ 8 ກັນຍາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ໄປຢ້ຽມຢາມ ແລະ ພົບປະໂອ້ລົມ ເພື່ອໃຫ້ກຳລັງໃຈແກ່ປະຊາຊົນທີ່ປະສົບໄພນໍ້າຖ້ວມຢູ່ຈຸດພັກຊົ່ວຄາວ ບ້ານປາກຊອນ ເມືອງຊະນະສົມບູນ ແຂວງຈໍາປາສັກ.

ໃນໂອກາດນີ້, ທ່ານ ສອນສະຫວັນ ສີວິໄລ ເຈົ້າເມືອງຊະນະສົມບູນ ໄດ້ລາຍງານຫຍໍ້ກ່ຽວກັບສະພາບຜົນກະທົບ, ການແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ເມືອງຊະນະສົມບູນ ຄັ້ງນີ້ໃຫ້ ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຊາບ ວ່າ: ບ້ານທີ່ຖືກນໍ້າຖ້ວມ ມີ 34 ບ້ານ, ມີ 10.984 ຄອບຄົວ, ມີ 36.381 ຄົນ ໄດ້ຮັບຜົນກະທົບ.

ໃນນີ້, ມີປະຊາຊົນທີ່ຖືກຍົກຍ້າຍ 16 ບ້ານ ( 1.857 ຄອບຄົວ, 27.216 ຄົນ ); ເນື້ອທີ່ນາ 11.416 ເຮັກຕາ, ຊົນລະປະທານ 15 ແຫ່ງ, ສຸກສາລາ 5 ແຫ່ງ, ວັດ 30 ວັດ, ໂຮງຮຽນ 6 ແຫ່ງ, ໜອງປາ 170 ໜອງ, ງົວ 9.205 ໂຕ, ຄວາຍ 5.210 ໂຕ, ແບ້ 1.200 ກວ່າໂຕ, ໝູ 341 ໂຕ ແລະ ສັດປະເພດອື່ນໆຕື່ມອີກ; ເສັ້ນທາງເລກທີ 13 ເສຍຫາຍ 2 ຈຸດ ມີຄວາມຍາວລວມປະມານ 700 ແມັດ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ ທີ່ກຳລັງພັກເຊົາຊົ່ວຄາວຢູ່ຈຸດບ້ານປາກຊອນ ໂດຍໄດ້ກ່າວຊົມເຊີຍຕໍ່ທຸກພາກສ່ວນທີ່ມີສ່ວນຮ່ວມໃນການຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມໃນຄັ້ງນີ້ ສາມາດໄປຢູ່ໃນເຂດທີ່ປອດໄພ ໂດຍສະເພາະການອອກເຫື່ອເທແຮງ, ການປະກອບສ່ວນທາງດ້ານວັດຖຸປັດໄຈ, ເຄື່ອງອຸປະໂພກ – ບໍລິໂພກ, ເຄື່ອງໃຊ້ຂອງສອຍທີ່ຈຳເປັນ ເພື່ອຊ່ວຍເຫຼືອສຸກເສີນປະຊາຊົນ ເຊິ່ງເຫັນວ່າການຊ່ວຍເຫຼືອດັ່ງກ່າວແມ່ນເຮັດໄດ້ດີ, ວ່ອງໄວ ແລະ ທັນການພໍສົມຄວນ, ສະແດງເຖິງຄວາມເອົາໃຈໃສ່ຂອງອົງການປົກຄອງທຸກຂັ້ນ, ຄວາມຕື່ນຕົວ, ຄວາມມີນໍ້າໃຈອັນດີງາມ ແລະ ເສຍສະຫຼະສູງ, ຄວາມປຸ້ມລຸມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງປະຊາຊົນຄົນລາວ, ບໍ່ປະປ່ອຍກັນໃນເວລາທີ່ພົບກັບຄວາມຫຍຸ້ງຍາກສັບສົນເຊັ່ນນີ້.

ພ້ອມກັນນັ້ນ, ທ່ານນາຍົກ ຍັງໄດ້ຖາມເຖິງສະພາບຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນການຢູ່ – ພັກເຊົາ, ອາຫານການກິນ, ສຸຂະພາບ, ຄວາມຕ້ອງການອັນຈຳເປັນ, ການຊ່ວຍເຫຼືອ, ການແກ້ໄຂບັນຫາດ້ານຕ່າງໆ ແລະ ຮັບຟັງຂໍ້ສະເໜີຂອງປະຊາຊົນ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຕໍ່ບາງບັນຫາຕື່ມ ເປັນຕົ້ນສືບຕໍ່ສະໜອງອາຫານການກິນ, ນໍ້າດື່ມ ແລະ ເຄື່ອງໃຊ້ທີ່ຈຳເປັນແກ່ປະຊາຊົນໃຫ້ພຽງພໍ ແລະ ທົ່ວເຖິງ; ເອົາໃຈໃສ່ເບິ່ງແຍງດູແລສຸຂະພາບຂອງປະຊາຊົນຢ່າງໃກ້ຊິດ ໂດຍສະເພາະຜູ້ເຖົ້າຜູ້ແກ່ ແລະ ເດັກນ້ອຍ, ຕິດພັນກັບການໃຫ້ປ້ອງພະຍາດຕ່າງໆ ທີ່ອາດເກີດຂຶ້ນ, ເອົາໃຈໃສ່ຮັກສາອະນາໄມ ກິນ, ຢູ່, ດື່ມ ສະອາດ; ເອົາໃຈໃສ່ຕິດຕາມການແຈ້ງເຕືອນສະພາບດິນຟ້າອາກາດຢ່າງເປັນປົກກະຕິ; ປົກປັກຮັກສາວັດຖຸສິ່ງຂອງຂອງປະຊາຊົນບໍ່ໃຫ້ຕົກເຮ່ຍເສຍຫາຍ ຍ້ອນການສວຍໂອກາດຂອງຄົນບໍ່ດີ; ສືບຕໍ່ຮັກສາມູນເຊື້ອອັນດີງາມ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເພີ່ມຄວາມອົດທົນພະຍາຍາມໃນການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ; ກະກຽມແຜນຊ່ວຍເຫຼືອປະຊາຊົນພາຍຫຼັງນໍ້າບົກແຫ້ງ ເຮັດໃຫ້ການແກ້ໄຂໄພພິບັດນໍ້າຖ້ວມຄັ້ງນີ້ສາມາດຜ່ານພົ້ນໄປໄດ້ດ້ວຍດີ.

( ຂ່າວ – ຮູບ: ຫສນຍ )